leftcenterrightdel
ຜູ້ແທນເຂົ້າຮ່ວມການພົບປະ. ພາບ: ຊວນເກື່ອງ.

ທີ່ການພົບປະ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ແຈ້ງໃຫ້ບັນດາຜູ້ແທນຮັບຊາບ ກ່ຽວກັບສະພາບການໂລກ, ພາກພື້ນ ແລະພາຍໃນປະເທດ ແລະໝາກຜົນພົ້ນເດັ່ນໃນວຽກງານການທະຫານ, ການປ້ອງກັນຊາດ, ໝາກຜົນຂອງການຈັດຕັ້ງກອງປະຊຸມໃຫຍ່ທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການ ແລະບາງໜ້າທີ່ຈຸດສຸມຂອງກົມໃຫຍ່ເສນາທິການ ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ການພົບປະ. ພາບ: ຊວນເກື່ອງ.

ຕາງໜ້າການນຳກົມໃຫຍ່ເສນາທິການ, ທ່ານພົນເອກ ຫງວຽນເຕິນເກືອງ ສະແດງຄວາມຂອບອົກຂອບໃຈ ແລະຮູ້ບຸນຄຸນອັນເລິກເຊິ່ງມາຍັງພະນັກງານ, ນັກຮົບກົມໃຫຍ່ເສນາທິການ ຜ່ານບັນດາໄລຍະທີ່ໄດ້ປະກອບເຫື່ອແຮງ, ເສຍສະຫຼະເລືອດເນື້ອ ແລະອຸທິດສ່ວນໃຫ້ແກ່ພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ຄືໃນພາລະກິດກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ພາລະກິດກໍ່ສ້າງກອງທັບປະຊາຊົນຫວຽດນາມ , ກໍ່ສ້າງກົມໃຫຍ່ເສນາທິການ ໃຫ້ເຂັ້ມແຂງ ແລະເຕີບໃຫຍ່ຂະຫຍາຍຕົວ, ປະກອບສ່ວນສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໄວ້ຢ່າງໝັ້ນຄົງ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ຊວນເກື່ອງ.

ທ່ານພົນເອກ ຫງວຽນເຕິນເກືອງ ຫວັງວ່າ ບັນດາສະຫາຍນາຍພົນ, ພະນັກງານຂັ້ນສູງຂອງກົມໃຫຍ່ເສນາທິການ ຜ່ານບັນດາໄລຍະ, ດ້ວຍຄວາມຮູ້, ບົດຮຽນປະສົບການຂອງຕົນໃນການກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ ແລະກໍ່ສ້າງກົມໃຫຍ່ເສນາທິການ ໃນໄລຍະຜ່ານມາ, ຈະສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ; ເອົາໃຈໃສ່, ຕິດຕາມ, ປະກອບເຫື່ອແຮງ, ສະຕິປັນຍາ ເພື່ອກໍ່ສ້າງກົມໃຫຍ່ເສນາທິການ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ, ກອງທັບ ແລະປະຊາຊົນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ...

ໂດຍ: ໄຊຊະນະ