ເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຄະນະປະຈໍາຄະນະພັກການທະຫານສູນກາງ
ກປ.ອອນໄລ - ຕອນບ່າຍວັນທີ 31 ກໍລະກົດ, ທ່ານ ໂຕເລິມ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ ໄດ້ເປັນປະທານກອງປະຊຸມຄະນະປະຈໍາຄະນະພັກການທະຫານສູນກາງ ພິຈາລະນາ, ປະກອບຄໍາຄິດຄໍາເຫັນກ່ຽວກັບວຽກງານກະກຽມຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XII, ອາຍຸການ 2025-2030.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ຕ໊ວນຮຸຍ |
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບຮູ້, ຍ້ອງຍໍ ແລະຕີລາຄາສູງການຕັ້ງໜ້າ, ເປັນເຈົ້າການຂອງກົມໃຫຍ່ການເມືອງ ແລະອົງການທີ່ກ່ຽວຂ້ອງ, ກົມກອງທີ່ກ່ຽວຂ້ອງໄດ້ສົມທົບກັນປະຕິບັດທຸກວຽກງານກະກຽມຂອງກອງປະຊຸມໃຫຍ່ເປັນຢ່າງດີ; ຊີ້ນຳ, ແນະນໍາທຸກຂັ້ນຈັດຕັ້ງກອງປະຊຸມໃຫຍ່ເພື່ອຮັບປະກັນຖືກຕ້ອງຕາມຄວາມຄືບໜ້າ, ຂໍ້ກຳນົດ, ບັນລຸໄດ້ຜົນງານທີ່ດີ. ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາ, ຮ່າງບົດລາຍງານການເມືອງຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ໄດ້ຮັບການກະກຽມຢ່າງຈິງຈັງ, ວິທະຍາສາດ. ເນື້ອໃນບົດລາຍງານມີລັກສະນະສັງເຂບສູງ, ຮັບປະກັນຮອບດ້ານ, ເຮັດພົ້ນເດັ່ນບັນດາຜົນງານ, ໝາກຜົນອົງຄະນະພັກກອງທັບໄດ້ນໍາພາບັນລຸໄດ້ໃນອາຍຸການ 2020-2025, ຊີ້ອອກບັນດາຂໍ້ຈຳກັດ, ຈຸດບົກພ່ອງ, ຊີ້ແຈ້ງເຫດຜົນ, ຖອດຖອນບົດຮຽນ ແລະຍົກອອກທິດທາງ, ມາດຕະການນໍາພາໃນອາຍຸການ 2025-2030.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ຕ໊ວນຮຸຍ |
ທ່ານເລຂາທິການໃຫຍ່ ໂຕເລິມ ໃສ່ໃຈວ່າ ໃນບົດລາຍງານຄວນສະແດງໃຫ້ເຫັນເນື້ອໃນຢ່າງຈະແຈ້ງກວ່າກ່ຽວກັບການປັບປຸງແຜນຜັງການກໍ່ສ້າງທ່າຮົບປ້ອງກັນຊາດ; ວຽກງານສົມທົບຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ; ກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ ກໍ່ຄືນຳພາປະຕິບັດໜ້າທີ່ກຽມພ້ອມສູ້ຮົບ, ຍົກສູງຄຸນນະພາບການຝຶກແອບ, ການສຶກສາ, ບຳລຸງສ້າງ, ຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານຢ່າງມີປະສິດທິຜົນ; ປະຕິບັດຕາມລະບຽບວິໄນ… ຄຽງຂ້າງນັ້ນ, ສຸມໃສ່ຍົກສູງປະສິດທິພາບວຽກງານການເງິນ, ການສັບຊ້ອນບັນດາວິສາຫະກິດກອງທັບເພື່ອຮັບປະກັນການເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ການພັດທະນາຂອງປະເທດ ກໍ່ຄືວຽກງານຍູ້ແຮງການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນ, ການພົວພັນດ້ານປ້ອງກັນຊາດ, ວຽກງານສ້າງລະບອບລະບຽບການທະຫານ, ປ້ອງກັນຊາດໃຫ້ສົມບູນແບບ; ການປະຕິບັດນະໂຍບາຍດຶງດູດ, ຖືເປັນສຳຄັນໃນການນຳໃຊ້ຜູ້ເກັ່ງກ້າສາມາດເຂົ້າໃນກອງທັບຢ່າງມີປະສິດທິຜົນ...
ໂດຍ: ເຈິ່ນຮວ່ຽນ