leftcenterrightdel
ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn

ການເຂົ້າຮ່ວມການເຈລະຈາ Shangri-La ຄັ້ງທີ 22 ຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເພື່ອແນໃສ່ສືບຕໍ່ຢັ້ງຢືນບົດບາດຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບສູງຂອງຫວຽດນາມ ໃນບັນຫາສາກົນ ແລະພາກພື້ນ; ສະແດງໃຫ້ເຫັນເຈດຕະນາດີຂອງຫວຽດນາມ ແມ່ນປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື ແລະແບ່ງປັນບົດຮຽນກັບບັນດາປະເທດ ໃນການແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງລວມ; ພ້ອມທັງສະແດງໃຫ້ເຫັນການສະໜັບສະໜູນຕໍ່ການເຄື່ອນໄຫວ ໂດຍ ກະຊວງປ້ອງກັນປະເທດສິງກະໂປ ຮ່ວມກັບສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ຈັດຕັ້ງ.

ຄາດວ່າ, ທ່ານລັດຖະມົນຕີ ຟານວັນຢາງ ຈະມີບົດຄຳປາໄສສຳຄັນທີ່ການເຈລະຈາ Shangri-La ຄັ້ງທີ 22. ຢູ່ນອກການເຈລະຈາ, ທ່ານລັດຖະມົນຕີ ຟານວັນຢາງ ກໍຈະມີການພົບປະສອງຝ່າຍກັບການນຳກະຊວງປ້ອງກັນປະເທດ ແລະກອງທັບປະເທດຈໍານວນໜຶ່ງ ເພື່ອປຶກສາຫາລືກ່ຽວກັບມາດຕະການຊຸກຍູ້ການພົວພັນດ້ານປ້ອງກັນຊາດ.

ໂດຍ: ໄຊຊະນະ