leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ກອງປະຊຸມເຮັດວຽກກັບຄະນະປະຈໍາພັກແຂວງຕ່ຽນຢາງ, ດົ່ງທາບ. ພາບ: qdnd.vn

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານລັດຖະມົນຕີ ຟານວັນຢາງ ຮຽກຮ້ອງໃຫ້ຄະນະປະຈຳພັກບັນດາແຂວງ ສືບຕໍ່ຊາບຊຶມ, ຜັນຂະຫຍາຍປະຕິບັດເຂັ້ມງວດມະຕິກອງປະຊຸມຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ບົດສະຫຼຸບເລກທີ 157-KL/TW ຂອງກົມການເມືອງ ວ່າດ້ວຍການສັບຊ້ອນກົງຈັກການຈັດຕັ້ງ, ຫົວໜ່ວຍບໍລິຫານຮັບປະກັນຄວາມຄືບໜ້າ, ຄວາມຮຽກຮ້ອງຕ້ອງການກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງເຂົ້າເປັນອັນໜຶ່ງ, ບໍ່ຈັດຕັ້ງຫົວໜ່ວຍບໍລິຫານຂັ້ນເມືອງ ແລະສັບຊ້ອນຄືນໃໝ່ຫົວໜ່ວຍບໍລິຫານຂັ້ນຕາແສງ.

leftcenterrightdel
ບັນຍາກາດກອງປະຊຸມເຮັດວຽກຂອງຄະນະກັບຄະນະປະຈໍາພັກແຂວງກ່າເມົາ, ບາກລຽວ. ພາບ: qdnd.vn

ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ ວຽກງານສັບຊ້ອນຄືນໃໝ່ຫົວໜ່ວຍບໍລິຫານ, ສ້າງຮູບແບບອົງການປົກຄອງທ້ອງຖິ່ນ 2 ຂັ້ນທີ່ມີຈໍານວນວຽກງານອັນໃຫຍ່ຫຼວງ, ສົ່ງຜົນກະທົບຕໍ່ລະບົບການເມືອງ, ພະນັກງານ, ສະມາຊິກພັກ ແລະປະຊາຊົນ. ສະນັ້ນ, ຄະນະປະຈຳພັກບັນດາແຂວງ ຕ້ອງຍົກສູງຄວາມຮັບຜິດຊອບ, ສຸມໃສ່ນຳພາ, ຊີ້ນໍາ, ຍູ້ແຮງວຽກງານຂໍ້ມູນຂ່າວສານ, ໂຄສະນາເຜີຍແຜ່, ສຶກສາອົບຮົມ, ສ້າງຄວາມເຫັນດີເຫັນພ້ອມສູງ. ຕັ້ງໜ້າ, ເປັນເຈົ້າການຄົ້ນຄວ້າ, ສະເໜີບັນດາແຜນນະໂຍບາຍ, ມາດຕະການນໍາພາ, ຊີ້ນໍາສ້າງແຜນການຜັນຂະຫຍາຍປະຕິບັດຢ່າງໜັກແໜ້ນ, ມີປະສິດທິຜົນ, ຮີບດ່ວນດ້ວຍຈິດໃຈ “ທັງແລ່ນ ທັງລຽນແຖວ”, ປະຕິບັດຕາມຫຼັກການ, ກົດລະບຽບ, ຂໍ້ກໍານົດຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດດ້ວຍທິດນໍາ “ທ້ອງຖິ່ນຕັດສິນໃຈ, ທ້ອງຖິ່ນເຮັດ, ທ້ອງຖິ່ນຮັບຜິດຊອບ”.

ພ້ອມກັນນັ້ນ, ຄະນະປະຈຳພັກບັນດາແຂວງຕ້ອງສຸມໃສ່ນໍາພາ, ຊີ້ນຳຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນໃຫ້ປະສົບຜົນສຳເລັດ; ໃນນັ້ນສຸມໃສ່ສ້າງແຜນການບຸກຄະລາກອນທີ່ໜັກແໜ້ນ, ພາວະວິໄສ, ທ່ຽງທໍາ, ເອົາໃຈໃສ່ເຖິງພະນັກງານໜຸ່ມ, ພະນັກງານຍິງ ແລະພະນັກງານວິທະຍາສາດ-ເຕັກໂນໂລຊີ. ຄຽງຂ້າງນັ້ນ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະບັນດາການເຄື່ອນໄຫວພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ.

ໂດຍ: ໄຊຊະນະ