ຕ້ອນຮັບກຳປັ່ນ ແລະລູກເຮືອ ມີຜູ້ຕາງໜ້າການນຳກອງບັນຊາການທະຫານເຮືອເຂດ 2, ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ, ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ), ທະຫານເຂດ 7, ພ້ອມກັບຜູ້ຕາງໜ້າບັນດາກົມກອງ, ອົງການທີ່ກ່ຽວຂ້ອງຢູ່ນະຄອນໂຮ່ຈີມິນ.

ກ່າວຄຳເຫັນທີ່ກອງປະຊຸມຂ່າວຢູ່ກຳປັ່ນ, ທ່ານພັນເອກ Praveen Thomas ໃຫ້ຮູ້ວ່າ: ການຢ້ຽມຢາມຂອງກຳປັ່ນ Ins Darshak ແມ່ນຂີດໝາຍສຳຄັນໃນການພົວພັນຮ່ວມມືສອງຝ່າຍລະຫວ່າງອິນເດຍ ແລະ ຫວຽດນາມ, ປະກອບສ່ວນປັບປຸງການພົວພັນ ຫວຽດນາມ - ອິນເດຍ ໃນພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ກວ່າອີກ ແລະມຸ່ງໄປເຖິງການຮັບປະກັນຄວາມປອດໄພໃນການເດີນທະເລ, ຄຸ້ມຄອງແຫຼ່ງຊັບພະຍາກອນທາງທະເລແບບຍືນຍົງ, ກໍ່ຄື ການເຊື່ອມໂຍງຍຸດທະສາດໃນພາກພື້ນ.

ໃນຂອບເຂດການຢ້ຽມຢາມ, ນາຍທະຫານ, ລູກເຮືອ ຈະໄປວາງພວງມາລາຢູ່ອະນຸສອນສະຖານ ປະທານ ໂຮ່ຈີມິນ, ເຂົ້າຢ້ຽມຂ່ຳນັບຄະນະກຳມະການປະຊາຊົນນະຄອນໂຮ່ຈິີມິນ, ກອງບັນຊາການທະຫານເຂດ 7, ທະຫານເຮືອເຂດ 2, ແລະ ຕ້ອນຮັບຄະນະຜູ້ແທນມາຢ້ຽມຢາມກຳປັ່ນ. ບັນດານາຍທະຫານ ແລະລູກເຮືອ ກໍ່ຈະໄປຢ້ຽມຢາມບາງທັດສະນີຍະພາບທີ່ສວຍງາມຢູ່ນະຄອນ ໂຮ່ຈີມິນ ແລະແຂ່ງຂັນກິລາມິດຕະພາບກັບທະຫານເຮືອຫວຽດນາມ.

ລຸ່ມນີ້ແມ່ນບາງຮູບພາບທີ່ພິທີຕ້ອນຮັບກໍາປັ່ນ:

leftcenterrightdel
ກຳປັ່ນທະຫານເຮືອອິນເດຍ Ins Darshak ເຂົ້າທຽບທ່າກຳປັ່ນນະຄອນໂຮ່ຈີມິນ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ບັນດາຜູ້ແທນທີ່ພິທີຕ້ອນຮັບກໍາປັ່ນ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນຢ້ຽມຊົມ ແລະພົບປະແລກປ່ຽນຢູ່ກຳປັ່ນ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ພິທີຕ້ອນຮັບກໍາປັ່ນ. ພາບ: qdnd.vn
leftcenterrightdel
ກໍາປັ່ນທະຫານເຮືອ Ins Darshak ໄດ້ປະກອບອຸປະກອນທີ່ທັນສະໄໝ. ພາບ: qdnd.vn

ໂດຍ: ທະນາພອນ