ໃນຊຸມປີມໍ່ໆມານີ້, ທາງກົມກອງໄດ້ຍົກສູງຄຸນນະພາບການຝຶກແອບ, ຍົກລະດັບຄວາມຮູ້, ຄວາມສາມາດກຽມພ້ອມສູ້ຮົບ, ກໍ່ສ້າງກຳລັງໃຫ້ໜັ້ນຄົງເຂັ້ມແຂງຮອບດ້ານຢ່າງບໍ່ຢຸດຢັ້ງ, ພ້ອມແລ້ວທີ່ຈະແກ້ໄຂທຸກກໍລະນີ, ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະອັນສັກກາລະບູຊາຂອງປະເທດໄວ້ໃຫ້ໝັ້ນຄົງ.
ຝຶກແອບໃຫ້ມີເນື້ອແທ້, ແທດຈິງ, ມີປະສິດທິຜົນ
ອາຍຸການ 2020-2025, ຄະນະພັກ, ກອງບັນຊາການທະຫານເຮືອເຂດ 3 ໄດ້ຊາບຊຶມ ແລະຈັດຕັ້ງການປະຕິບັດບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງກ່ຽວກັບການຝຶກແອບກຽມພ້ອມສູ້ຮົບ ຢ່າງເຂັ້ມງວດ. ໂດຍຕິດແທດກັບການຊີ້ນໍາຂອງເຫຼົ່າທັບເຮືອ, ທະຫານເຮືອເຂດ 3 ໄດ້ປ່ຽນແປງໃໝ່ທາງດ້ານເນື້ອໃນ, ໂຄງການ, ການຈັດຕັ້ງ, ວິທີການຝຶກແອບໃຫ້ແກ່ເປົ້າໝາຍຕ່າງໆ, ໃນນັ້ນຖືການຝຶກແອບດ້ານສິລະປະຍຸດເປັນໃຈກາງ, ເຕັກນິກເປັນຂະແໜງພື້ນຖານ, ຝຶກແອບພະນັກງານແມ່ນຫຼັກແຫຼ່ງ; ເອົາໃຈໃສ່ຝຶກແອບປະຕິບັດຕາມແຜນການສູ້ຮົບໃນເງື່ອນໄຂທີ່ສັບສົນ.
    |
 |
ກໍາປັ່ນຂອງກອງພົນນ້ອຍ 172 (ທະຫານເຮືອເຂດ 3) ປະຕິບັດການຍິງກໍາປັ່ນໃຕ້ນໍ້າ. ພາບ: qdnd.vn |
ບົນພື້ນຖານນັ້ນ, ທະຫານເຮືດເຂດ 3 ໄດ້ເປັນເຈົ້າການຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ ແລະຮອບດ້ານ ເພື່ອຍົກສູງຄຸນນະພາບການຝຶກແອບ, ປ່ຽນແປງໃໝ່ເນື້ອໃນ, ວິທີການຕິດແທດກັບຄວາມຮຽກຮ້ອງຕອ້ງການຂອງໜ້າທີ່ ແລະເງື່ອນໄຂຕົວຈິງຂອງການສູ້ຮົບຢູ່ທະເລ. ຕາມນັ້ນແລ້ວ, ເນື້ອໃນການຝຶກແອບໄດ້ສ້າງຂຶ້ນຢ່າງມີແບບມີແຜນ, ສົມທົບລະຫວ່າງທິດສະດີ ແລະພາກປະຕິບັດ, ຕິດພັນການຝຶກແອບສ່ວນບຸກຄົນກັບການຝຶກແອບປະສານສົມທົບກັບກົມກອງ. ບັນດາກົມກອງໄດ້ເປັນເຈົ້າການປະຕິບັດວຽກງານຮັບປະກັນການຝຶກແອບເປັນຢ່າງດີ, ເປັນຕົ້ນແມ່ນອາວຸດຍຸດໂທປະກອນ, ລະບົບເອກະສານ, ຫຼັກສູດ, ຮູບແບບການຮຽນການສອນ, ສະໜາມຝຶກຊ້ອມ ເພື່ອຮັບໃຊ້ການຝຶກແອບ, ຝຶກຊ້ອມ ຕາມທິດຄົບຊຸດ, ໜັກແໜ້ນ, ຖືກກັບຄາດໝາຍ ແລະເປົ້າໝາຍ. ເອົາໃຈໃສ່ຝຶກແອບທະຫານໃນສະພາບທີ່ຫຍຸ້ງຍາກ, ເວລາເລັ່ງດ່ວນ, ສັດຕູນໍາໃຊ້ອາວຸດເຕັກໂນໂລຢີສູງ.
ເພື່ອໃຫ້ບັນດາກຳປັ່ນອອກທະເລປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ຄະນະພັກ, ກອງບັນຊາການທະຫານເຮືອເຂດ 3 ໄດ້ເອົາໃຈໃສ່ປະຕິບັດຫຼາຍວິທີການ, ເປັນຕົ້ນແມ່ນສຸມໃສ່ເນື້ອໃນວິຊາທີ່ສັບສົນ. ພ້ອມກັບສືບຕໍ່ຈັດຕັ້ງການຝຶກແອບຕາມທິດ “ພື້ນຖານ, ແທດຈິງ, ໜັກແໜ້ນ, ຄົບຊຸດ, ເລິກເຊິ່ງ, ໃກ້ຊິດຕິດແທບກັບສະໜາມຮົບ, ການປະກອບ, ການຈັດຕັ້ງບັນຈຸ”, ຄະນະພັກ, ກອງບັນຊາການທະຫານເຮືອເຂດ 3 ໄດ້ກໍານົດຍົກສູງຂຶ້ນເປັນລະດັບການຝຶກແອບຍອດຢ້ຽມ. ໝາຍຄວາມວ່າ ວຽກງານຝຶກແອບຕ້ອງມີຄວາມຍອດຢ້ຽມທັງດ້ານແນວຄິດ, ຍຸດທະວິທີ, ການປະສານສົມທົບລະຫວ່າງທີ່ຕັ້ງຂອງກຳປັ່ນແຕ່ລະລຳ, ລະຫວ່າງບັນດາກຳປັ່ນທີ່ຢູ່ໃນກຸ່ມກຳປັ່ນ ແລະລະຫວ່າງບັນດາກຸ່ມກຳປັ່ນນຳກັນໃນທົ່ວກຳລັງທັງໝົດ; ມີຄວາມຍອດຢ້ຽມໃນການນໍາໃຊ້ອາວຸດຍຸດໂທປະກອນ ແລະຍອດຢ້ຽມທາງດ້ານເຕັກນິກ. ຢາກເຮັດໄດ້ຄືແນວນັ້ນ, ພະນັກງານ, ລູກເຮືອທີ່ຢູ່ໃນກຳປັ່ນແຕ່ລະລໍາຕ້ອງມີຄວາມຊຳນິຊໍານານໃນການນຳໃຊ້ອາວຸດຍຸດໂທປະກອນທີ່ມີຢູ່ແລ້ວ ແລະມີຄວາມສາມາດສູ້ຮົບທີ່ເປັນເອກະລາດຢູ່ທະເລ.
ປະຕິບັດຄວາມຮຽກຮ້ອງຕ້ອງການ "5 ຕິດແທດ" ໃຫ້ເປັນຢ່າງດີ
ໃນອາຍຸການຜ່ານມາ, ຄະນະພັກ, ກອງບັນຊາການທະຫານເຮືອເຂດ 3 ພ້ອມດ້ວຍຄະນະພັກ, ຜູ້ບັນຊາການທຸກຂັ້ນໄດ້ຊາບຊຶມມະຕິຂອງພັກ, ຄະນະພັກການທະຫານສູນກາງ ແລະຄະນະພັກເຫຼົ່າທັບເຮືອ ຢ່າງເລິກເຊິ່ງ, ພິເສດແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ 8 (ຊຸດທີ 13) ວ່າດ້ວຍ “ຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່”; ຍົກສູງລະດັບຄວາມຮູ້, ຄວາມສາມາດກຽມພ້ອມສູ້ຮົບ, ຄຸ້ມຄອງ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ໄດ້ແບ່ງໃຫ້ຮັບຜິດຊອບຢ່າງບໍ່ຢຸດຢັ້ງ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນໃນທຸກກໍລະນີ. ບົນພື້ນຖານກໍາແໜ້ນທິດນໍາ, ທັດສະນະ ແລະການຊີ້ນໍາຂອງທຸກຂັ້ນໃນການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ, ທະຫານເຮືອເຂດ 3 ໄດ້ສຸມໃສ່ຊີ້ນຳກົມກອງກຳປັ່ນ, ປ້ອມ ແລະສະຖານີ radar ສືບຕໍ່ປ່ຽນແປງໃໝ່ວິທີກຳແໜ້ນສະພາບການ, ຍົກສູງປະສິດທິຜົນການຄຸ້ມຄອງ, ຄວບຄຸມເຂດທະເລ, ທິດສຳຄັນ, ເປ້ົາໝາຍສຳຄັນຕ່າງໆຢູ່ທະເລທີ່ໄດ້ມອບໝາຍໃຫ້ຮັບຜິດຊອບ. ບັນດາກົມກອງຖືເປັນສໍາຄັນການຝຶກແອບຢ່າງເຂັ້ມງວດໃນວິທີການສູ້ຮົບທີ່ຕິດພັນກັບພຶດຕິກຳຕົວຈິງ, ການປະກອບພາຫະນະທີ່ມີຢູ່ແລ້ວ, ຍ້ອນສິ່ງດັ່ງກ່າວນັ້ນ, ເມື່ອມີຄໍາສັ່ງແມ່ນກຽມພ້ອມເຄື່ອນທີ່ປະຕິບັດໜ້າທີ່.
    |
 |
ທ່ານພົນຈັດຕະວາ ຫງວຽນທຽນກວນ, ຜູ້ບັນຊາການທະຫານເຮືອເຂດ 3 ຢ້ຽມຊົມຮູບຈໍາລອງ, ຂໍ້ລິເລີ່ມຂອງກອງພົນນ້ອຍ 161 (ທະຫານເຮືອເຂດ 3). ພາບ: qdnd.vn |
ບົດຮຽນທີ່ປະສົບຜົນສຳເລັດໃນວຽກງານຝຶກແອບຂອງທະຫານເຮືອເຂດ 3 ແມ່ນປະຕິບັດໄດ້ດີຕາມຄວາມຮຽກຮ້ອງຕ້ອງການ “5 ຕິດແທດ” (ຕິດແທດກັບໜ້າທີ່ວຽກງານ; ເປົ້າໝາຍ; ວິທີການ; ອາວຸດຍຸດໂທປະກອນ ແລະ ສະໜາມຮົບ). ໃນຊຸມປີກ່ອນນີ້, ທະຫານເຮືອເຂດ 3 ພຽງແຕ່ຕັ້ງບັນຫາຕິດພັນຄຸນນະພາບການຝຶກແອບກັບຄວາມຮັບຜິດຊອບຂອງຄະນະພັກ, ຜູ້ບັນຊາການ, ແຕ່ມາໃນປະຈຸບັນແມ່ນຕິດພັນຄຸນນະພາບການຝຶກແອບກັບຄວາມຮັບຜິດຊອບຂອງແຕ່ລະຄົນ. ສອງສາມປີກ່ອນນີ້, ໃນວິວັດການຝຶກແອບກຳປັ່ນ, ຜູ້ບັນຊາການມັກວາງອອກກໍລະນີຢູ່ທ່າກໍາປັ່ນເລີຍ, ແຕ່ມາດຽວນີ້, ເມື່ອກຳປັ່ນ, ກອງກຳປັ່ນເດີນທາງໄປເຖິງບ່ອນຈອດເຮືອ ຈຶ່ງວາງອອກກໍລະນີການສູ້ຮົບ. ການເຮັດແບບນີ້ຊ່ວຍໃຫ້ທະຫານ (ເປັນຕົ້ນແມ່ນຖັນແຖວພະນັກງານ) ເສີມຂະຫຍາຍປະຊາທິປະໄຕການທະຫານ, ຫຼີກລ້ຽງອັດຕະວິໄສ, ເສີມຂະຫຍາຍລັກສະນະເປັນເຈົ້າການ, ປະດິດຄິດສ້າງໃນການຝຶກແອບ, ພ້ອມທັງ ຝຶກຝົນຫຼໍ່ຫຼອມຮ່າງກາຍໃຫ້ແຂງແຮງ, ມີຄວາມສາມາດເຄື່ອນໄຫວຢູ່ທະເລໄດ້ຫຼາຍວັນ... ໃນວິວັດການຝຶກແອບຢູ່ທະເລຍາມໃດກໍຄິດໄລ່ເຖິງວິທີການເຮັດແນວໃດທັງຮັບປະກັນການປະຢັດແຕ່ກໍ່ຍັງເສີມຂະຫຍາຍຄຸນລັກສະນະ ແລະຜົນປະໂຫຍດຂອງອຸປະກອນ, ພາຫະນະປະເພດຕ່າງໆ ແລະພື້ນຖ້ານດ້ານວັດຖຸໄດ້ເປັນຢ່າງດີ.
    |
 |
ບັນດາກໍາປັ່ນຂອງທະຫານເຮືອເຂດ 3 ຈັດຕັ້ງການເຄື່ອນທັບອອກປະຕິບັດໜ້າທີ່ຢູ່ທະເລ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດໄວ້ໃຫ້ໝັ້ນຄົງສືບຕໍ່ວາງອອກຄວາມຮຽກຮ້ອງຕ້ອງການນັບມື້ນັບສູງ. ເສີມຂະຫຍາຍມູນເຊື້ອ “ຕັ້ງໜ້າເປັນເຈົ້າການ, ສາມັກຄີປະສານສົມທົບ, ເປັນເຈົ້າຂອງເຂດທະເລ, ເດັດຂາດຕໍ່ສູ້ມີໄຊ”; ໝູນໃຊ້, ສືບທອດ ແລະພັດທະນາບັນດາບົດຮຽນອັນລ້ຳຄ່າ, ຄະນະພັກ, ກອງບັນຊາການ ທະຫານເຮືອເຂດ 3 ໄດ້ກໍານົດສຸມໃສ່ກໍ່ສ້າງກົມກອງ “ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ” ຢ່າງແທ້ຈິງ; ຍົກສູງຄຸນນະພາບການຝຶກແອບ, ຄວາມສາມາດກຽມພ້ອມສູ້ຮົບໃນສະພາບການໃໝ່, ສົມເປັນກຳລັງຫຼັກແຫຼ່ງໃນພາລະກິດປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະອັນສັກກາລະບູຊາຂອງປະເທດຊາດ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບສົງຄາມປະຊາຊົນຢູ່ທະເລ, ເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ຊາວປະມົງມີຄວາມອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ.
ໂດຍ: ທູຈາງ