ທ່ານພົນຕີ ຫງວຽນກວາງຫງອກ ເນັ້ນໜັກວ່າ ໃນສະພາບການພົວພັນສອງຝ່າຍພັດທະນາອັນດີງາມໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ກັບອາເມລິກາ ນັບມື້ນັບມີປະສິດທິຜົນໃນຂົງເຂດ ຄື: ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ກູ້ຊ່ວຍໄພພິບັດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັກສາສັນຕິພາບຂອງສະຫະປະຊາຊາດ...

leftcenterrightdel
ທ່ານພົນຕີ ຫງວຽນກວາງຫງອກ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານ John Moolenaar ສະມາຊິກສະພາຕໍ່າອາເມລິກາ. ພາບ:qdnd.vn

ທ່ານພົນຕີ ຫງວຽນກວາງຫງອກ ສະແດງຄວາມປາດຖະໜາຢາກຝ່າຍອາເມລິກາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ກູ້ຊ່ວຍໄພພິບັດ, ຮັກສາສັນຕິພາບ ສປຊ, ນໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍນັບມື້ນັບແທດຈິງ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາ.

leftcenterrightdel
ທ່ານພົນຕີ ຫງວຽນກວາງຫງອກ ພ້ອມດ້ວຍທ່ານ John Moolenaar ແລະບັນດາຜູ້ແທນ ທີ່ການຕ້ອນຮັບ. ພາບ:qdnd.vn

ສ່ວນທ່ານ John Moolenaar ສະມາຊິກສະພາຕໍ່າອາເມລິກາ  ຕີລາຄາສູງບົດບາດ ແລະທີ່ຕັ້ງຂອງຫວຽດນາມ; ຕີລາຄາສູງການຮ່ວມມືລະຫວ່າງອາເມລິກາ ກັບຫວຽດນາມ ໃນຂົງເຂດຕ່າງໆ, ໃນນັ້ນມີການປ້ອງກັນຊາດ, ເໝາະສົມກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ທ່ານ John Moolenaar ເນັ້ນໜັກວ່າ ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະສະມາຊິກສະພາຕໍ່າອາເມລິກາ ແນໃສ່ສືບຕໍ່ຄົ້ນຄວ້າ ແລະຊອກຫາກາລະໂອກາດຮ່ວມມືໃໝ່ໃນທຸກຂົງເຂດ, ຮ່ວມແຮງຮ່ວມໃຈຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ໂດຍ: ທູຈາງ