ກອງປະຊຸມອະນຸກຳມະການສວນສະໜາມ, ເດີນຂະບວນພິທີສະເຫຼີມສະຫຼອງ 80 ແຫ່ງວັນປະຕິວັດເດືອນສິງຫາ ແລະວັນຊາດ ທີ 2 ກັນຍາ
ກປ.ອອນໄລ - ຕອນບ່າຍວັນທີ 28 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນວັນເຫງ້ຍ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ເປັນປະທານກອງປະຊຸມອະນຸກຳມະການສວນສະໜາມ, ເດີນຂະບວນພິທີສະເຫຼີມສະຫຼອງ 80 ແຫ່ງວັນປະຕິວັດເດືອນສິງຫາ (19-8-1945 / 19-8-2025) ແລະວັນຊາດ ທີ 2 ກັນຍາ (2-9-1945 / 2-9-2025).
ພາຍຫຼັງຮັບຟັງກົມອົບຮົມ-ໂຮງຮຽນ (ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ) ແລະການນໍາ, ຜູ້ບັນຊາການບັນດາອົງການ, ກົມກອງລາຍງານສະພາບການວຽກງານກະກຽມປະຕິບັດໜ້າທີ່ສວນສະໜາມ, ເດີນຂະບວນໃນພິທີສະເຫຼີມສະຫຼອງ 80 ແຫ່ງວັນປະຕິວັດເດືອນສິງຫາ ແລະວັນຊາດແຫ່ງ ສສ ຫວຽດນາມ, ທ່ານພົນໂທ ຫງວຽນວັນເຫງ້ຍ ຮຽກຮ້ອງໃຫ້ບັນດາອົງການຊ່ວຍວຽກໃຫ້ອະນຸກໍາມະການສວນສະໜາມ, ເດີນຂະບວນປະຕິບັດສໍາເລັດຄໍາສັ່ງຈັດຕ້ັງກໍາລັງກອງທັບ, ທະຫານລາດປ້ອງກັນຕົວ ເຂົ້າຮ່ວມສວນສະໜາມ, ເດີນຂະບວນ, ຍື່ນສະເໜີການນໍາກະຊວງປ້ອງກັນປະເທດ ເຊັນຂໍ້ຕົກລົງ ແລະປະກາດໃຊ້ເພື່ອໃຫ້ບັນດາອົງການ, ກົມກອງມີພື້ນຖານກໍ່ສ້າງແຜນການຕາມແຕ່ລະວິຊາການ, ຜັນຂະຫຍາຍຈັດຕັ້ງປະຕິບັດ.
    |
 |
ທ່ານພົນໂທ ຫງວຽນວັນເຫງ້ຍ ເປັນປະທານກອງປະຊຸມ. ພາບ: qdnd.vn |
ເພື່ອປະຕິບັດໜ້າທີ່ເຄື່ອນຍ້າຍກໍາລັງມາຮ່າໂນ້ຍ ຝຶກແອບຕາມບັນດາກຸ່ມເປັນຢ່່າງດີ, ທ່ານພົນໂທ ຫງວຽນວັນເຫງ້ຍ ໃສ່ໃຈວ່າ ພ້ອມກັບການສໍາຫຼວດ, ສ້າງແຜນການຮັບປະກັນຂໍ້ມູນຕິດຕໍ່ສື່ສານ, ສາຍສົ່ງໃນເຂດທະຫານເຮືອທີ່ຄາດວ່າຈະມີການສວນສະໜາມກໍາລັງປະກອບອາວຸດບົນທະເລ, ບັນດາກົມກອງຕ້ອງເອົາໃຈໃສ່ເປັນສໍາຄັນຜັນຂະຫຍາຍກໍາລັງໄປກ່ອນ, ກໍານົດບ່ອນກິນ, ບ່ອນຢູ່ໃຫ້ບັນດາກໍາລັງ; ເຮັດວຽກງານຮັບປະກັນດ້ານພະລາທິການ, ເຕັກນິກທີ່ບັນດາບ່ອນກິນ, ບ່ອນຢູ່ເປັນຢ່າງດີ; ຈັດຕັ້ງບັນຊາເຄື່ອນຍ້າຍກໍາລັງມາຝຶກແອບຢູ່ຮ່າໂນ້ຍ ກ່ອນວັນທີ 1 ມິຖຸນາ 2025, ຮັບປະກັນຢ່າງແໜ້ນແຟ້ນ, ປອດໄຟຢ່າງເດັດຂາດ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ບັນດາອົງການທີ່ກ່ຽວຂ້ອງສົມທົບກັນຄິດໄລ່ໃຫ້ເໝາະສົມທີ່ຕັ້ງຂອງບັນດາຈຸລົດ, ປືນໃຫຍ່, ເພື່ອຕັດສັ້ນໄລຍະທາງໄປຝຶກແອບຢູ່ສູນຝຶກແອບການທະຫານແຫ່ງຊາດເລກ 4; ຮັບປະກັນການປະຕິບັດການແຈກເຄື່ອງນູ່ງທະຫານ, ປະກອບເຕັກນິກໃຫ້ບັນດາກ້ອນກໍາລັງກ່ອນທີ່ໄປຝຶກແອບ,...
ໂດຍ: ໄຊນີດາ