leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ລາຍງານໃນກອງປະຊຸມ, ການນໍາກົມກູ້ຊີບ-ກູ້ໄພ ໃຫ້ຮູ້ວ່າ: ເຫດແຜ່ນດິນໄຫວຂະໜາດ 7.7 ຣິກເຕີ ໃນວັນທີ 28 ມີນາ ຢູ່ພາກກາງຂອງມຽນມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະບາດເຈັບຫຼາຍພັນຄົນ. ທາງກົມກູ້ຊີບ-ກູ້ໄພ ໄດ້ເປັນປະທານ ແລະສົມທົບກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງ ເພື່ອຂຶ້ນແຜນ ແລະສ້າງຕັ້ງກຳລັງເຂົ້າຮ່ວມການໜູນຊ່ວຍດ້ານມະນຸດສະທຳ ແລະກູ້ໄພພິບັດຂອງກອງທັບປະຊາຊົນຫວຽດນາມ ຢູ່ມຽນມາ ລວມມີນາຍທະຫານ 80 ຄົນ, ໃນນັ້ນມີ: ກໍາລັງບັນຊາ, ສື່ສານໂຄສະນາ, ກຳລັງກູ້ໄພ ແລະກຳລັງແພດທະຫານ. ກົມໃຫຍ່ເສນາທິການ-ເຕັກນິກ ໄດ້ສົມທົບກັບກົມກໍາລັງພົນ  ຈັດກໍາລັງ ແລະພາຫະນະ, ປະຕິບັດສໍາເລັດລະບຽບການເພື່ອສົ່ງນາຍທະຫານ ແລະອຸປະກອນເຕັກນິກ ອອກເດີນທາງໄປປະຕິບັດໜ້າທີ່. ໃນນັ້ນ, ແມ່ນສຸມໃສ່ການຮັບປະກັນພະລາທິການ, ເຕັກນິກໃຫ້ແກ່ກຳລັງປະຕິບັດໜ້າທີ່ຊອກຫາກູ້ຊີບ, ຮັບປະກັນບັນດາເຄື່ອງຊ່ວຍເຫຼືອໃຫ້ແກ່ປະເທດເພື່ອນ. ກົມພົວພັນຕ່າງປະເທດ ໄດ້ຜັນຂະຫຍາຍວຽກງານໜູນຊ່ວຍທຸກດ້ານກ່ຽວກັບລະບຽບການເຂົ້າ-ອອກເມືອງ; ສົມທົບກັບເຫຼົ່າຮົບປ້ອງກັນອາກາດ-ທະຫານອາກາດ ແລະບັນດາບໍລິສັດການບິນພົນລະເຮືອນ ເພື່ອນໍາສົ່ງກຳລັງປະຕິບັດໜ້າທີ່, ອຸປະກອນ ແລະເຄື່ອງຊ່ວຍເຫຼືອໄປຍັງເຂດຈຸດສຸມຢູ່ມຽນມາ.

leftcenterrightdel
ການນໍາກົມກູ້ຊີບ-ກູ້ໄພ ລາຍງານທີ່ກອງປະຊຸມ. ພາບ: qdnd.vn

ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຊີ້ແຈ້ງວ່າ: ເລື່ອງຈັດສົ່ງກໍາລັງກອງທັບປະຊາຊົນຫວຽດນາມ ໄປເຂົ້າຮ່ວມການໜູນຊ່ວຍດ້ານມະນຸດສະທໍາ, ກູ້ຊ່ວຍໄພພິບັດຢູ່ມຽນມາ ສະແດງໃຫ້ເຫັນນະໂຍບາຍການພົວພັນຕ່າງປະເທດທີ່ດີເລີດ, ຄວາມຮັບຜິດຊອບສູງຕໍ່ປະຊາຄົມສາກົນຂອງພັກ, ລັດ ແລະປະຊາຊົນຫວຽດນາມ; ເປັນການຢັ້ງຢືນອິດທິພົນຊື່ສຽງ, ຄວາມຮັບຜິດຊອບ ແລະກໍາລັງຄວາມສາມາດຂອງກອງທັບປະຊາຊົນຫວຽດນາມ ໃນການພົວພັນ ແລະ ຮ່ວມມືສາກົນ. ທ່ານພົນໂທ ຮີ່ງຈ໊ຽນຖັ໊ງ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງກະກຽມທາງດ້ານພາຫະນະ, ອຸປະກອນເຕັກນິກ ຢ່າງລະມັດລະວັງ, ເຄື່ອນຍ້າຍງ່າຍ; ຮັບປະກັນດ້ານພະລາທິການ, ອຸປະກອນ, ສິນຄ້າ, ເຄື່ອງຊ່ວຍຊູໃຫ້ເປັນຢ່າງດີ... ພິເສດ, ກໍາລັງທີ່ໄປປະຕິບັດໜ້າທີ່ຄວນເອົາໃຈໃສ່ແກ້ໄຂການພົວພັນ ແລະ ສົມທົບກັບກຳລັງສາກົນ, ອຳນາດການປົກຄອງ ແລະ ປະຊາຊົນປະເທດປະຈໍາຖິ່ນ; ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ມູນເຊື້ອອັນດີງາມຂອງກອງທັບປະຊາຊົນຫວຽດນາມ, ສ້າງຄວາມປະທັບໃຈອັນດີງາມໃນດວງໃຈຂອງເພື່ອນມິດສາກົນ ແລະປະຊາຊົນມຽນມາ.

ໂດຍ: ທູຈາງ