ການລົງນາມໃນເອກະສານຮ່ວມມືປະຈຳປີ ເພື່ອແນໃສ່ຫັນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືຮັກສາສັນຕິພາບສະຫະປະຊາຊາດທີ່ສອງຝ່າຍໄດ້ລົງນາມໃນປີ 2023 ເປັນລະອຽດ, ພ້ອມທັງສະແດງໃຫ້ເຫັນຄວາມຕັດສິນໃຈຊຸກຍູ້ການພົວພັນຕ່າງປະເທດດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ການາດາ ທີ່ໄດ້ຮັບການຕົກລົງທີ່ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ການາດາ ເຊິ່ງຈັດຂຶ້ນໃນເດືອນ ກຸມພາ ປີ 2025 ຜ່ານມາ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ ແລະທ່ານພົນຈັດຕະວາ Carol Potvin ລົງນາມເອກະສານຮ່ວມມືປີ 2025-2026 ໃນຂົງເຂດຮັກສາສັນຕິພາບ ສະຫະປະຊາຊາດ. ພາບ: qdnd.vn

ໂຄງການຮ່ວມມື 2025-2026 ສຸມໃສ່ 3 ເນື້ອໃນຮ່ວມມືສຳຄັນ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການຮ່ວມມືຝຶກແອບ, ບໍາລຸງກໍ່ສ້າງ; ການຊ່ວຍເຫຼືອອຸປະກອນຂອງການາດາ ເພື່ອແນໃສ່ຊ່ວຍຍົກສູງຄວາມສາມາດໃນວຽກງານຝຶກແອບຂອງຫວຽດນາມ ກໍຄືຄວາມສາມາດດ້ານວິຊາຊີບຂອງທະຫານໃນກອງທັບປະຊາຊົນຫວຽດນາມ ໃນຂົງເຂດຮັກສາສັນຕິພາບ ສປຊ. ໃນໄລຍະຜ່ານມາ, ສອງຝ່າຍໄດ້ຜັນຂະຫຍາຍການເຄື່ອນໄຫວຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນຫຼາຍຢ່າງດ້ວຍການຈັດຕັ້ງຫຼາຍຄະນະປະຕິບັດງານແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະການສົມທົບກັນໃນຂົງເຂດຮັກສາສັນຕິພາບ ສປຊ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບພາຍຫຼັງພິທີລົງນາມ. ພາບ: qdnd.vn

ກ່ຽວກັບວຽກງານຝຶກແອບ, ບໍາລຸງກໍ່ສ້າງ, ໃນໄລຍະຜ່ານມາ, ການາດາ ໄດ້ໜູນຊ່ວຍບໍາລຸງກໍ່ສ້າງນາຍທະຫານ ກອງທັບປະຊາຊົນຫວຽດນາມ ຜ່ານຊຸດບຳລຸງພາສາຕ່າງປະເທດ (ອັງກິດ, ຝະລັ່ງ), ຊຸດອົບຮົມກ່ຽວກັບການຮັກສາສັນຕິພາບຂອງ ສປຊ ລວມມີ: ວຽກງານສົມທົບກັນລະຫວ່າງກອງທັບ-ພົນລະເຮືອນ, ນັກສັງເກດການທະຫານ, ກົດໝາຍສາກົນກ່ຽວກັບການປະທະກັນດ້ວຍກຳລັງອາວຸດ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ແລະຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນກອງທັບ.

leftcenterrightdel
 
leftcenterrightdel
ບາງຮູບພາບການເຄື່ອນໄຫວຂອງຄະນະປະຕິບັດງານເນື່ອງໃນໂອກາດຢ້ຽມຢາມ ແລະເຮັດວຽກຢູ່ການາດາ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ ແລະເປີດກວ້າງເນື້ອໃນການຮ່ວມມືທີ່ໄດ້ຜັນຂະຫຍາຍໃຫ້ມີປະສິດທິຜົນເພື່ອຍົກສູງຄຸນນະພາບການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ, ລວມມີ: ໜູນຊ່ວຍພັດທະນາຊຸດຝຶກອົບຮົມກ່ຽວກັບການຮັກສາສັນຕິພາບທີ່ໄດ້ຮັບການຮັບຮູ້ຈາກສະຫະປະຊາຊາດ, ເປີດກວ້າງບັນດາໂຄງການບຳລຸງກໍ່ສ້າງນາຍທະຫານຮັກສາສັນຕິພາບ, ບຳລຸງສ້າງພາສາຕ່າງປະເທດ ແລະຄູອາຈານຢູ່ ການາດາ, ຍູ້ແຮງການຮ່ວມມືດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະແມ່ຍິງໃນການຮັກສາສັນຕິພາບ, ຈັດຕັ້ງກອງປະຊຸມສໍາມະນາສາກົນກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງໃນກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ.

ເລື່ອງລົງນາມໃນເອກະສານຮ່ວມມື 2025-2026 ອີກຄັ້ງໜຶ່ງຢືນຢັນເຖິງຄຳໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ແລະ ການາດາ ໃນການປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະສາກົນ, ພ້ອມທັງເປີດໂອກາດຮ່ວມມືໃໝ່ຫຼາຍຢ່າງໃນອະນາຄົດ.

ໂດຍ: ທູຈາງ