ນີ້ແມ່ນກຳລັງທີ່ໄດ້ຄັດເລືອກລະອຽດ, ຮັບປະກັນດ້ານຄຸນນະທາດການເມືອງ, ວຸດທິການສຶກສາ, ສຸຂະພາບ, ໄດ້ຮັບການສຶກສາ, ຝຶກຝົນຫຼໍ່ຫຼອມຢ່າງຮອບດ້ານ. ຕໍ່ໜ້າບົດບາດສຳຄັນພິເສດຂອງໄວໜຸ່ມກອງທັບ, ໃນໄລຍະຜ່ານມາ, ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ການນຳທຸກຂັ້ນໄດ້ເອົາໃຈໃສ່ເບິ່ງແຍງດູແລ, ສ້າງເງື່ອນໄຂເພື່ອໃຫ້ຖັນແຖວພະນັກງານ, ນາຍທະຫານໜຸ່ມ, ທະຫານຊັ້ນນາຍສິບ, ນັກຮົບມີຄວາມອຸ່ນອ່ຽນໃຈປະຕິບັດງານ, ສຸດຈິດສຸດໃຈ, ອຸທິດຕົນ, ກຳປືນປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.

ໄວໜຸ່ມກອງທັບຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ

ໃນຊຸມປີຜ່ານມາ, ພັກ, ລັດ, ໄດ້ເອົາໃຈໃສ່ເປັນພິເສດຕໍ່ກັບກອງທັບ, ໃນນັ້ນມີກຳລັງໜຸ່ມ. ທຸກຂັ້ນໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍຕໍ່ກັບກອງທັບ ແລະແນວຫຼັງກອງທັບ. ເຖິງວ່າເສດຖະກິດຂອງປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ, ແຕ່ ພັກ, ລັດ ກໍ່ໄດ້ເອົາໃຈໃສ່ຫຼາຍກ່ຽວກັບນະໂຍບາຍເງິນເດືອນ, ເງິນອຸດໜຸນ ແລະເຮືອນຢູ່ໃຫ້ແກ່ຖັນແຖວພະນັກງານ, ນາຍທະຫານໜຸ່ມ. ຍ້ອນເຫດນັ້ນ, ຈຳນວນເຮືອນຢູ່ນະໂຍບາຍ, ເຮືອນຢູ່ສັງຄົມນັບມື້ນັບຕອບສະໜອງຄວາມຮຽກຮ້ອງຕ້ອງອັນຮີບດ່ວນຂອງຖັນແຖວນີ້ໃຫ້ດີກວ່າ.

leftcenterrightdel
ໄວໜຸ່ມກອງທັບຕັ້ງໜ້າອົບຮົມຫັດແອບຮັບໃຊ້ການເດີນຂະບວນ, ເດີນສວນສະໜາມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດເປັນເອກະພາບ. ພາບ: ຕ໊ວນຮຸຍ

ພ້ອມກັນນັ້ນ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກໍ່ໄດ້ເອົາໃຈໃສ່ເປັນພິເສດຕໍ່ກອງທັບ ເມື່ອວາງອອກຫຼາຍແຜນນະໂຍບາຍ, ນະໂຍບາຍ, ຊີ້ນຳ, ນຳພາທົ່ວກອງທັບເປັນເຈົ້າການພົບເຫັນ, ບຳລຸງສ້າງ, ໃຫ້ຄວາມສຳຄັນຕໍ່ການນຳໃຊ້ໄວໜຸ່ມຜູ້ທີ່ມີຄວາມເກັ່ງກ້າສາມາດໃນກອງທັບ; ມີນະໂຍບາຍເໝາະສົມເພື່ອດຶງດູດ ຊາວໜຸ່ມທີ່ມີລະດັບຄວາມຮູ້ສູງ, ຄຸນທາດການເມືອງ, ຄຸນສົມບັດດີເຂົ້າກອງທັບ; ສ້າງສະພາບແວດລ້ອມ, ເງື່ອນໄຂດີທີ່ສຸດເພື່ອໃຫ້ຊາວໜຸ່ມໄດ້ຮ່ຳຮຽນ, ຍົກລະດັບຄວາມຮູ້. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ປະກາດໃຊ້ຫຼາຍນະໂຍບາຍບຸລິມະສິດທີ່ເໝາະສົມ, ຈັດຕັ້ງການເຊີດຊູ, ຍ້ອງຍໍສັນລະເສີນຊາວໜຸ່ມທີ່ຍາດໄດ້ຜົນງານດີເດັ່ນໃນການອົບຮົມຫັດແອບ, ກຽມພ້ອມສູ້ຮົບ, ຄົ້ນຄວ້າວິທະຍາສາດ ແລະຊາວໜຸ່ມປະຕິບັດງານຢູ່ເຂດທີ່ມີຄວາມຫຍຸ້ງຍາກເປັນພິເສດ, ຂົງເຂດທີ່ອັນຕະລາຍ.

ມາເຂົ້າຮ່ວມການເຊີດຊູແບບຢ່າງໜຸ່ມດີເດັ່ນ, ມອບລາງວັນ “ໄວໜຸ່ມປະດິດສ້າງ” ປີ 2024 ແລະມອບລາງວັນການແຂ່ງຂັນຊອກຮູ້ “70 ປີແຫ່ງວັນມູນເຊື້ອ ແລະ 60 ປີແຫ່ງວັນໄຊຊະນະບັ້ນຮົບທຳອິດຂອງທະຫານອາກາດປະຊາຊົນຫວຽດນາມ ວິລະຊົນ” ໂດຍເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຫາກໍ່ຈັດຕັ້ງ, ຢູ່ແຖວຕັ່ງນັ່ງຂອງຜູ້ແທນ, ມີບັນດາສະຫາຍໃນຄະນະປະຈຳຄະນະພັກ, ການນຳກອງບັນຊາການເຫຼົ່າທັບຢ່າງຄົບໜ້າຄົບຕາ. ກ່າວຄຳເຫັນລະດົມກຳລັງໃຈ, ຊີ້ນຳຂອງທ່ານພົນຕີ ເຈີ່ນງອັກກ໊ວຽນ, ເລຂາຄະນະພັກ, ຫົວໜ້າການເມືອງເຫຼົ່າທັບ ສືບຕໍ່ສະແດງຄວາມເອົາໃຈໃສ່ອັນໃຫຍ່ຫຼວງຂອງການນຳທຸກຂັ້ນຕໍ່ກັບຖັນແຖວພະນັກງານໜຸ່ມໃນເຫຼົ່າທັບ. ຍ້ອນມີຄວາມເອົາໃຈໃສ່, ເບິ່ງແຍງດູແລ, ສ້າງເງື່ອນໄຂທຸກດ້ານນັ້ນ ເຊິ່ງໃນປີ 2024, ພ້ອມກັບ 10 ສະຫາຍທີ່ຍາດໄດ້ນາມມະຍົດ “ແບບຢ່າງໜຸ່ມດີເດັ່ນ” ຂັ້ນເຫຼົ່າທັບ, ກົມກອງກໍ່ມີ 01 ສະຫາຍຍາດໄດ້ນາມມະຍົດແບບຢ່າງໜຸ່ມດີເດັ່ນທົ່ວກອງທັບ; 01 ສະຫາຍຍາດໄດ້ນາມມະຍົດແບບຢ່າງໜຸ່ມທີ່ມີແງ່ຫວັງໃນທົ່ວກອງທັບ. ກໍ່ໃນປີ 2024, ທົ່ວເຫຼົ່າທັບໄດ້ມີຈຳນວນ 60 ຫົວຂໍ້, ຂໍ້ລິເລີ່ມ, ດັດປັບເຕັກນິກທີ່ອົງການ, ກົມກອງໄດ້ຈົດທະບຽນເຂົ້າຮ່ວມຊິງລາງວັນ “ໄວໜຸ່ມປະດິດສ້າງ” ຂັ້ນເຫຼົ່າທັບ ແລະລາງວັນໄວໜຸ່ມປະດິດສ້າງໃນກອງທັບ, ເພີ່ມຂຶ້ນຫຼາຍເມື່ອທຽບໃສ່ກ່ອນໜ້ານັ້ນ.

leftcenterrightdel
ການນຳກະຊວງປ້ອງກັນປະເທດ ແລະຜູ້ແທນເຂົ້າຮ່ວມການສະຫຼຸບ, ມອບລາງວັນໄວໜຸ່ມປະດິດສ້າງໃນກອງທັບ ຄັ້ງທີ 24. ພາບ: ຈ້ອງຫາຍ.

ຕໍ່ຈາກນັ້ນ, ເມື່ອເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງການນຳກົມໃຫຍ່ພະລາທິການ-ເຕັກນິກ ກັບຖັນແຖວນາຍທະຫານໜຸ່ມໃນກົມໃຫຍ່, ພວກຂ້າພະເຈົ້າ ກໍ່ຮູ້ສຶກໄດ້ເຖິງຄວາມເອົາໃຈໃສ່, ສ້າງເງື່ອນໄຂ, ໜຸນຊ່ວຍທຸກດ້ານຂອງຄະນະພັກ, ການນຳທຸກຂັ້ນໃນກົມໃຫຍ່ເພື່ອໃຫ້ກຳລັງໜຸ່ມໄດ້ອຸທິດຕົນ, ສູ້ຊົນ, ພັດທະນາບືນຕົວຂຶ້ນ. ຕອບສະໜອງຄວາມເອົາໃຈໃສ່ດັ່ງກ່າວ, ໃນປີ 2024, ທົ່ວກົມໃຫຍ່ມີຈຳນວນ 111 ນາຍທະຫານໜຸ່ມຈັດຢູ່ປະເພດສະມາຊິກພັກເຮັດສຳເລັດໜ້າທີ່ຢ່າງດີເດັ່ນ; ກະຊວງປ້ອງກັນ ປະເທດໄດ້ມອບລາງວັນໄວໜຸ່ມທີ່ມີແງ່ຫວັງໃນທົ່ວກອງທັບ 04 ສະຫາຍ; 3 ແບບຢ່າງໜຸ່ມ ໄດ້ຮັບນາມມະຍົດນັກຮົບແຂ່ງຂັນທົ່ວກອງທັບ; 106 ແບບຢ່າງໜຸ່ມໄດ້ຮັບນາມມະຍົດນັກຮົບແຂ່ງຂັນຮາກຖານ; ພະນັກງານ, ພາລະກອນໜຸ່ມ ຈຳນວນ 75 ຄົນ ທີ່ມີຜົນງານດີເດັ່ນໄດ້ເລື່ອນຊັ້ນກ່ອນກຳນົດ...

ຜ່ານການຕິດຕາມເຫັນວ່າ ໃນໄລຍະຜ່ານມາ, ວຽກງານບຳລຸງສ້າງ, ເບິ່ງແຍງດູແລ, ໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ຖັນແຖວພະນັກງານ, ນາຍທະຫານໜຸ່ມອຸທິດຕົນ, ສູ້ຊົນ, ມານະພະຍາຍາມບືນຕົວຂຶ້ນໃນການປະຕິບັດງານທີ່ຄະນະພັກ, ການນຳບັນດາກົມກອງໃນທົ່ວກອງທັບໄດ້ເອົາໃຈໃສ່ທີ່ສຸດ, ຜັນຂະຫຍາຍດ້ວຍຫຼາຍຮູບແບບ, ມາດຕະການຢ່າງແທດຈິງ, ເໝາະສົມ. ຍ້ອນມີສິ່ງດັ່ງກ່າວໄດ້ສ້າງກຳລັງໜູນ ເພື່ອໃຫ້ໄວໜຸ່ມທົ່ວກອງທັບເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ, ຕັ້ງໜ້າຜັນຂະຫຍາຍບັນດາຂະບວນການກະທຳປະຕິວັດ, ຍູ້ແຮງຂະບວນການ “ຊາວໜຸ່ມກອງທັບຫຼໍ່ຫຼອມຄຸນສົມບັດ, ຍົກສູງລະດັບຄວາມຮູ້, ຕະລຸມບອນ, ປະດິດສ້າງ, ສົມເປັນທະຫານລຸງໂຮ່ ໃນໄລຍະໃໝ່”, ຕະລຸມບອນປະຕິບັດໜ້າທີ່ການເມືອງຂອງແຕ່ລະອົງການ, ກົມກອງຢ່າງມີປະສິດທິຜົນ. ຖັນແຖວພະນັກງານ, ນາຍທະຫານໜຸ່ມຍັງຕັ້ງໜ້າເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ, ປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນ ແລະຕ້ານການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ໂລກລະບາດ...

ສ້າງໄມ້ງັດເພື່ອໃຫ້ໄວໜຸ່ມກອງທັບບຸກທະລຸ

ຄຽງຂ້າງໝາກຜົນທີ່ຕັ້ງໜ້າ, ສາມາດເຫັນວ່າ ວຽກງານນະໂຍບາຍຕໍ່ກັບກຳລັງພະນັກງານ, ນາຍທະຫານໜຸ່ມ, ທະຫານຊັ້ນນາຍສິບ, ນັກຮົບໃນກອງທັບຍັງມີຂໍ້ຈຳກັດ, ມີຂໍ້ຄົງຄ້າງ, ໂດຍສະເພາະແມ່ນບັນຫາເງິນເດືອນ, ເງິນອຸດໜຸນ, ລະບອບ, ນະໂບບາຍເຮືອນຢູ່, ແນວຫຼັງກອງທັບ... ສິ່ງດັ່ງກ່າວນີ້ຍາມໃດກໍ່ສິ່ງທີ່ເປັນຫ່ວງເປັນໄຍຂອງການນຳ, ພະນັກງານຫຼັກແຫຼ່ງທຸກຂັ້ນໃນກອງທັບ.

ຕາມທ່ານພົນໂທ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລ້ວ, ເພື່ອເສີມຂະຫຍາຍແຫຼ່ງກຳລັງແຮງຂອງໄວໜຸ່ມ, ເພື່ອໃຫ້ຊາວໜູ່ມ ກອງທັບມີຄວາມອຸ່ນອ່ຽນໃຈປະຕິບັດງານ, ເຮັດວຽກຢ່າງສຸດຈິດສຸດໃຈ, ປະດິດສ້າງ, ອຸທິດຕົນ, ບຸກທະລຸບືນຕົວຂຶ້ນ, ຄະນະພັກ, ການນຳທຸກຂັ້ນຕ້ອງສືບຕໍ່ຊາບຊຶມແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບຊາວໜຸ່ມ ແລະວຽກງານຊາວໜຸ່ມ, ຈຸດສຸມແມ່ນມະຕິສະບັບເລກທີ 25-NQ/TW ລົງວັນທີ 25 ກໍລະກົດ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ກ່ຽວກັບ “ການເພີ່ມທະວີການນໍາພາຂອງພັກ ຕໍ່ກັບວຽກງານຊາວໜຸ່ມໃນໄລຍະຍູ້ແຮງການຫັນເປັນປະເທດອຸດສາຫະກຳ, ທັນສະໄໝ”; ມະຕິສະບັບເລກທີ 847-NQ/QUTW ລົງວັນທີ 28 ທັນວາ 2021 ຂອງຄະນະພັກການທະຫານສູນກາງ “ກ່ຽວກັບເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ເດັດດ່ຽວຕ້ານລັດທິສ່ວນຕົວໃນສະພາບການໃໝ່” ຫຼືໂຄງການພັດທະນາຊາວໜຸ່ມກອງທັບໄລຍະ 2021-2030...

leftcenterrightdel
ການນຳກະຊວງປ້ອງກັນປະເທດ ແລະບັນດາຜູ້ແທນຮັບຊົມກິດຈະກຳ, ຜະລິດຕະພັນໂດຍຊາວໜຸ່ມກອງທັບຄົ້ນຄວ້າ, ຜະລິດ. ພາບ: ຈ້ອງຫາຍ.

ພ້ອມກັນນັ້ນ, ທຸກຂັ້ນຄວນເພີ່ມທະວີການຊີ້ນຳ, ນຳພາຕໍ່ກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ; ບັນດາກົນໄກບຸລິມະສິດຕໍ່ກັບພະນັກງານແມ່ນຊາວໜຸ່ມທີ່ຍາດໄດ້ຜົນງານດີເດັ່ນໃນບັນດາຂົງເຂດ, ປະຕິບັດງານຢູ່ບໍລິເວນເຂດພູດອຍ, ໝູ່ເກາະ, ເຂດຫ່າງໄກສອກຫຼີກ, ເຂດທີ່ມີຄວາມຫຍຸ້ງຍາກເປັນພິເສດ. ພ້ອມທັງປ່ຽນແປງໃໝ່ວຽກງານບຳລຸງສ້າງ, ປະເມີນ, ນຳໃຊ້ພະນັກງານໜຸ່ມໃນກອງທັບ; ມີແຜນການລະອຽດເພື່ອຊ່ວຍເຫຼືອຖັນແຖວພະນັກງານໜຸ່ມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມທັກສະ, ມີຄວາມຮູ້ຄວາມສາມາດ, ກຽມພ້ອມເຂົ້າຮ່ວມກິດຈະການຫັນເປັນປະເທດອຸດສາຫະກຳ, ທັນສະໄໝຢ່າງຕັ້ງໜ້າ. ສືບຕໍ່ເອົາໃຈໃສ່ກວ່າອີກກ່ຽວກັບລະບອບ, ນະໂຍບາຍຕໍ່ກັບຖັນແຖວນາຍທະຫານໜຸ່ມ, ທະຫານຊັ້ນນາຍສິບ, ນັກຮົບໃນກອງທັບ.

ສ່ວນກຳລັງໜຸ່ມໃນກອງທັບຕ້ອງມີຄວາມຕື່ນຕົວໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດ,  ຕະລຸມບອນ, ປະດິດສ້າງ, ກຽມພ້ອມມີໜ້າຢູ່ທຸກບ່ອນທີ່ຫຍຸ້ງຍາກ, ລຳບາກ. ສືບຕໍ່ນຳໜ້າໃນການປະຕິບັດບັນດາແຜນນະໂຍບາຍຂອງພັກ, ເສີມຂະຫຍາຍຈິດໃຈຕະລຸມບອນ, ປະດິດສ້າງຂອງໄວໜຸ່ມ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວອາສາສະໝັກ, ຊ່ວຍເຫຼືອປະຊາຊົນ. ພ້ອມທັງຕັ້ງໜ້າຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ ແລະໝູນໃຊ້ຜົນງານວິທະຍາສາດ, ເຕັກໂນໂລຢີເຂົ້າໃນການເຄື່ອນໄຫວການທະຫານ; ເປັນເຈົ້າຂອງອາວຸດຍຸດໂທປະກອນເຕັກນິກ, ພ້ອມແລ້ວທີ່ຈະຮັບ ແລະເຮັດສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້, ປະກອບສ່ວນກໍ່ສ້າງກອງທັບໃຫ້ນັບມື້ນັບປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ປະເທດຊາດນັບມື້ນັບຮັ່ງມີເຂັ້ມແຂງ, ສີວິໄລ, ວັດທະນາຖາວອນ.

ໂດຍ: ແສງເດືອນ