ເຖິງບັນດາສະຫາຍພະນັກງານ, ນັກຮົບທະຫານລາດປ້ອງກັນຕົວທົ່ວປະເທດ!
ບັນດາສະຫາຍທີ່ຮັກແພງ!
ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອທະຫານລາດປ້ອງກັນຕົວ ຄົບຮອບ 90 ປີ (28-3-1935 / 28-3-2025), ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຂ້າພະເຈົ້າ ຂໍສົ່ງຄໍາຢ້ຽມຢາມຖາມຂ່າວ ແລະຂໍສົ່ງຄຳອວຍພອນໄຊອັນປະເສີດທີ່ສຸດມາຍັງພະນັກງານ, ນັກຮົບທີ່ໄດ້ ແລະພວມປະຕິບັດງານໃນກໍາລັງທະຫານລາດປ້ອງກັນຕົວທົ່ວປະເທດ ທຸກຖ້ວນໜ້າ.
ຜ່ານ 90 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ, ພາຍໃຕ້ການນໍາພາ, ຊີ້ນໍາ, ຈັດຕັ້ງ, ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຂອງພັກ ແລະປະທານໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່, ການບັນຊາສູງສຸດຂອງປະທານປະເທດ, ການຄຸ້ມຄອງ, ບໍລິຫານຂອງລັດຖະບານ, ການນໍາພາ, ຊີ້ນໍາຂອງຄະນະພັກ, ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ, ການບັນຊາເປັນເອກະພາບຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະການຊີ້ນໍາ, ບັນຊາໂດຍກົງຂອງອົງການທະຫານທ້ອງຖິ່ນ, ກໍາລັງທະຫານລາດປ້ອງກັນຕົວຮຸ່ນຕ່າງໆ ໄດ້ເສີມຂະຫຍາຍມູນເຊື້ອຮັກຊາດ, ລັດທິວິລະຊົນປະຕິວັດ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ພາລະກິດປະຕິວັດອັນສະຫງ່າລາສີຂອງພັກ, ຂອງຊາດ; ຜ່ານຜ່າທຸກຄວາມຫຍຸ້ງຍາກລໍາບາກ, ປະຕິບັດສໍາເລັດໜ້າທີ່ທັງອອກແຮງງານ, ທໍາການຜະລິດ, ທັງສະຫຼາດຫຼັກແຫຼມ, ພິລະອາດຫານ, ກ້າແກ່ນໃນການສູ້ຮົບ, ຮັບໃຊ້ການສູ້ຮົບ, ອົບຮົມຫັດແອບ ແລະປະຕິບັດງານ, ປົກປັກຮັກສາທ້ອງຖິ່ນ, ຮາກຖານໄວ້ຢ່າງໝັ້ນຄົງ; ສົມທົບຢ່າງແໜ້ນແຟ້ນກັບກໍາລັງຫຼວງ, ຕໍາຫຼວດປະຊາຊົນ ແລະບັນດາກໍາລັງອື່ນ ເຂົ້າຮ່ວມການກໍ່ສ້າງທ້ອງຖິ່ນ, ກົມກອງພັດທະນາ, ຮັ່ງມີດ້ານເສດຖະກິດ, ໝັ້ນຄົງເຂັ້ມແຂງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ນໍາໜ້າໃນການສະກັດກັ້ນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທໍາມະຊາດ, ໂລກລະບາດ, ອຸບັດຕິເຫດ ແລະຊອກຫາກູ້ຊີບ, ກູ້ໄພ; ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ ໄວ້ຢ່າງໝັ້ນຄົງ, ໄດ້ຮັບລາງວັນອັນສູງສົ່ງຕ່າງໆຈາກພັກ, ລັດ.
ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍບັນດາຜົນງານ ແລະຄວາມກ້າວໜ້າ, ການເຕີບໃຫຍ່ຂະຫຍາຍຕົວຂອງທະຫານລາດປ້ອງກັນຕົວ ໃນ 90 ປີຜ່ານມາ. ຫວັງວ່າ, ໃນໄລຍະປະຕິວັດໃໝ່, ບັນດາສະຫາຍ ຈະສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້ ແລະມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ; ຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດໍາລົງຊີວິດຂອງປະທານໂຮ່ຈີມິນ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເລີດ; ປະກອບສ່ວນກໍ່ສ້າງອົງການ, ກົມກອງ, ທ້ອງຖິ່ນໃຫ້ຮັ່ງມີເຂັ້ມແຂງ, ພັດທະນາ, ພ້ອມກັບທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ຢ່າງມີໄຊ, ສ້າງສາປະເທດໃຫ້ຈະເລີນຮັ່ງມີ, ມີຄວາມຜາສຸກ.
ອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບແຂງແຮງ, ຄອບຄົວມີຄວາມຜາສຸກ ແລະກ້າວໜ້າຢ່າງບໍ່ຢຸດຢັ້ງ.
ດ້ວຍຄວາມນັບຖືຮັກແພງ ແລະເດັດຂາດມີໄຊ!
ໂດຍ: ໄຊຊະນະ