ກອງຊ່າງແສງຂອງຫວຽດນາມ ຮັບປະກັນອຸປະກອນເຕັກນິກທີ່ດີ
ກປ.ອອນໄລ - ຄະນະປະຕິບັດງານກວດກາຄວາມສາມາດດ້ານອຸປະກອນ (COE) ຂອງປະເທດຕ່າງໆທີ່ມີກໍາລັງເຂົ້າຮ່ວມການຮັກສາສັນຕິພາບ ສະຫະປະຊາຊາດ ຂອງຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວຂອງ ສປຊ ຢູ່ເຂດ Abyei (UNISFA) ໂດຍທ່ານ Raju Khadka - ຫົວໜ້າຫ້ອງຄຸ້ມຄອງອຸປະກອນ ເປັນຫົວໜ້າຄະນະໄດ້ດໍາເນີນການກວດກາກໍາລັງຄວາມສາມາດຮອບດ້ານຢູ່ກອງຊ່າງແສງ ເລກ 3 ຂອງຫວຽດນາມ.
ຄະນະປະຕິບັດງານໄດ້ດໍາເນີນການກວດກາທຸກດ້ານຂອງວຽກງານ, ໃນນັ້ນໄດ້ສຸມໃສ່ກວດກາສະພາບເຕັກນິກ, ຄວາມສາມາດໃຊ້ງານຂອງອຸປະກອນປະເພດຕົ້ນຕໍ, ອຸປະກອນຮັບປະກັນການຮັກສາດ້ວຍຕົນເອງຂອງກົມກອງ, ວຽກງານຮັບປະກັນກ່ຽວກັບຄ້າຍທະຫານ, ພະລາທິການ, ເຕັກນິກ, ການຕິດຕໍ່ສື່ສານ, ອາວຸດຍຸດໂທປະກອນ, ແພດທະຫານ, ຮັກສາອະນາໄມສິ່ງແວດລ້ອມ ແລະປ້ອງກັນໂລກລະບາດ; ກວດກາອຸປະກອນ ແລະເຄື່ອງໃຊ້ສ່ວນຕົວຂອງທະຫານທັງໝົດຕາມຂໍ້ກຳນົດຂອງສະຫະປະຊາຊາດ.
    |
 |
ບັນດາເຄື່ອງອຸປະກອນ, ລົດຈັກຂອງກອງຊ່າງແສງຫວຽດນາມ ກຽມພ້ອມໃຫ້ແກ່ການກວດກາ COE ຂອງຄະນະປະຕິບັດງານ UNISFA. ພາບ: qdnd.vn |
ທ່ານພັນຕີ ເລຮົ່ງກວນ, ຮອງຫົວໜ້າຮັບຜິດຊອບດ້ານພະລາທິການ-ເຕັກນິກ ຂອງກອງຊ່າງແສງ ເລກ 3 ໃຫ້ຮູ້ວ່າ: ປີ 2024, ເນື່ອງໃນໂອກາດການຢ້ຽມຢາມ ແລະເຮັດວຽກຢູ່ Abyei ຂອງຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະປະຕິບັດງານໜູນຊ່ວຍດ້ານເຕັກນິກ, ຖັນແຖວພະນັກງານເຕັກນິກ ທີ່ໄປພ້ອມກັບສອງຄະນະດັ່ງກ່າວໄດ້ໜູນຊ່ວຍກອງຊ່າງແສງ ເລກ 3 ເພື່ອກວດກາ, ສ້ອມແປງ ແລະແກ້ໄຂອຸປະກອນລົດຈັກໄດ້ຈຳນວນຫຼາຍ.
    |
 |
ບັນດາເຄື່ອງອຸປະກອນ, ລົດຈັກ ຂອງກອງຊ່າງແສງຫວຽດນາມ ຮັບປະກັນສະພາບເຕັກນິກທີ່ດີ. ພາບ: qdnd.vn |
ນອກຈາກນັ້ນ, ກອງຊ່າງແສງ ເລກ 3 ຍັງໄດ້ຮັບເອົາອຸປະກອນ ແລະເຄື່ອງໃຊ້ທີ່ຈຳເປັນຈຳນວນໜຶ່ງທີ່ຂົນສົ່ງທາງອາກາດ ແລະທາງທະເລໄປເຖິງບໍລິເວນ, ຊ່ວຍໃຫ້ກົມກອງປ່ຽນແທນ ແລະແກ້ໄຂອຸປະກອນທີ່ຊຸດໂຊມ, ຮັບປະກັນສະພາບເຕັກນິກ ແລະປະຕິບັດໜ້າທີ່ຢ່າງມີປະສິດທິຜົນ.
ນີ້ແມ່ນການກວດກາປະຈຳໄຕມາດ ຂອງຄະນະປະຕິບັດງານສໍາລັບບັນດາກົມກອງ. ຄະນະບັນຊາການກອງຊ່າງແສງ ໄດ້ສ້າງແຜນການ, ຈັດແບ່ງໜ້າທີ່ສະເພາະໃຫ້ແຕ່ລະກົມກອງ ແລະ ບຸກຄົນ ເພື່ອປະຕິບັດການກະກຽມໃຫ້ການກວດກາ. ທາງກອງຊ່າງແສງເລກ 3 ໄດ້ຂຶ້ນແຜນການ ແລະແບ່ງວຽກຢ່າງລະອຽດລະອໍ, ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ກົມກອງຮັບປະກັນຢ່າງຮອບດ້ານ ໃຫ້ແກ່ການກວດກາ, ຜ່ານນັ້ນຕອບສະໜອງຕາມຄວາມຮຽກຮ້ອງທີ່ໄດ້ວາງອອກຂອງ ສະຫະປະຊາຊາດ ໃຫ້ເປັນຢ່າງດີ.
ໂດຍ: ທູຈາງ