    |
 |
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນໃຫ້ທິດຊີ້ນໍາ, ເປັນເອກະພາບຕໍ່ຫຼາຍເນື້ອໃນສໍາຄັນທີ່ກອງປະຊຸມ. ພາບ: qdnd.vn |
ທີ່ກອງປະຊຸມ, ບັນດາຜູ້ແທນ ໄດ້ປຶກສາຫາລື, ໃຫ້ຄໍາເຫັນໃສ່ແຜນຮ່າງ, ສຸມໃສ່ເນື້ອໃນສະເໜີແຜນງານສັບຊ້ອນການຈັດຕັ້ງລະອຽດໃຫ້ແຕ່ລະຂັ້ນ ກຸ່ມການທະຫານທ້ອງຖິ່ນ ແລະໂຄງຮ່າງການຈັດຕັ້ງຂອງທະຫານຊາຍແດນຂັ້ນແຂວງ. ບັນດາສະຫາຍການນໍາກະຊວງປ້ອງກັນປະເທດ ໄດ້ສຸມໃສ່ໄຈ້ແຍກຄວາມສະດວກ, ຄວາມຫຍຸ້ງຍາກຕໍ່ກັບແຕ່ລະແຜນງານ; ຍົກອອກທັດສະນະ ກ່ຽວກັບບັນຫາການຈັດຕັ້ງ, ພະນັກງານບັນຈຸ, ພາລະບົດບາດ, ໜ້າທີ່ສຳລັບຮູບແບບການຈັດຕັ້ງການທະຫານທ້ອງຖິ່ນໃໝ່ ແລະບັນດາບັນຫາກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງໂດຍກົງ ເຖິງການກໍ່ສ້າງ, ປະຕິບັດໜ້າທີ່ຂອງລະບົບການທະຫານທ້ອງຖິ່ນ...
    |
 |
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນສະຫຼຸບກອງປະຊຸມ. ພາບ: qdnd.vn |
ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານພົນເອກ ຟານວັນຢາງ ຮັບຮູ້, ຍ້ອງຍໍຊົມເຊີຍກົມໃຫຍ່ເສນາທິການ ແລະບັນດາອົງການທີ່ກ່ຽວຂ້ອງ ໄດ້ເສີມຂະຫຍາຍນໍ້າໃຈຮັບຜິດຊອບ, ປະຕິບັດການຊີ້ນໍາຂອງທຸກຂັ້ນຢ່າງເຂັ້ມງວດ, ເປັນເຈົ້າການສົມທົບ, ສ້າງຮ່າງແຜນການຮັບປະກັນຄວາມຄືບໜ້າ, ຄຸນນະພາບ. ບົນພື້ນຖານເນື້ອໃນແຜນຮ່າງ ແລະຄໍາເຫັນປະກອບຂອງບັນດາຜູ້ແທນ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ອົງການສ້າງແຜນຮ່າງປັບປຸງຄືນໃໝ່ຕາມທິດສຸມໃສ່ບັນດາບັນຫາຈຸດສຸມ, ຮັບປະກັນຄວາມແໜ້ນແຟ້ນ, ກະທັດຮັດ, ຕິດຕາມງ່າຍ, ຫຼີກເວັ້ນບໍ່ໃຫ້ຊໍ້າຊ້ອນ, ກະແຈກກະຈ່າຍ. ພ້ອມທັງຍົກອອກບາງເນື້ອໃນລະອຽດທີ່ຕ້ອງປັບປຸງ, ເພີ່ມເຕີມເພື່ອເນັ້ນໜັກ, ຢັ້ງຢືນ, ເຮັດແຈ້ງລັກສະນະພິເສດຂອງແຕ່ລະຂັ້ນການທະຫານທ້ອງຖິ່ນ ແລະກໍາລັງທະຫານຊາຍແດນຂັ້ນແຂວງ. ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ກໍຮຽກຮ້ອງໃຫ້ກົມໃຫຍ່ເສນາທິການ ແລະອົງການທີ່ກ່ຽວຂ້ອງ ສືບຕໍ່ກວດກາຄືນພາລະບົດບາດ, ໜ້າທີ່ຂອງກອງບັນຊາການທະຫານເມືອງເພື່ອຄົ້ນຄວ້າ, ສັບຊ້ອນ, ຫັນໄປສູ່ຮູບແບບໃໝ່ເພື່ອຮັບປະກັນຄວາມສອດຄ່ອງ, ຕິດແທດກັບສະພາບຕົວຈິງ, ເສີມຂະຫຍາຍປະສິດທິຜົນສູງສູດ ພາຍຫຼັງຍົກເລີກຮູບແບບກອງບັນຊາການທະຫານຂັ້ນເມືອງ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ເພື່ອຮັບປະກັນຄວາມຄືບໜ້າ, ຄຸນນະພາບແຜນຮ່າງໃຫ້ດີ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ກົມໃຫຍ່ເສນາທິການ ເພີ່ມເຕີມສະມາຊິກ ຂຶ້ນກັບບາງຂະແໜງ, ຂົງເຂດ ພ້ອມກັນເຂົ້າຮ່ວມການກໍ່ສ້າງ, ປະກອບສ່ວນຢ່າງສຸດໃຈ ເພື່ອເສີມຂະຫຍາຍສູງສຸດປັນຍາລວມໝູ່. ພ້ອມກັບການປັບປຸງໃຫ້ສົມບູນແບບ, ຍື່ນສະເໜີຮັບຮອງເອົາແຜນຮ່າງ, ກົມໃຫຍ່ເສນາທິການ ເປັນເຈົ້າການສົມທົບກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງກະກຽມເນື້ອໃນ, ສ້າງຮ່າງມະຕິຂອງຄະນະພັກການທະຫານສູນກາງ ນໍາພາຜັນຂະຫຍາຍການປະຕິບັດແຜນຮ່າງ; ຊີ້ນໍາບັນດາອົງການຄົ້ນຄວ້າ ດັດປັບ, ເພີ່ມເຕີມບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຮູບແບບຈັດຕັ້ງການທະຫານທ້ອງຖິ່ນໃໝ່, ໂດຍສະເພາະແມ່ນສິລະປະຍຸດສົງຄາມປະຊາຊົນ, ການສູ້ຮົບເຂດປ້ອງກັນ, ລະບົບເອກະສານອົບຮົມຫັດແອບ; ຄົ້ນຄວ້າສະເໜີ, ປັບປຸງ, ເພີ່ມເຕີມລະບົບເອກະສານນິຕິກໍາທີ່ກ່ຽວຂ້ອງເຖິງຂົງເຂດການທະຫານ, ການປ້ອງກັນຊາດ ເພື່ອຮັບປະກັນໃຫ້ຮູບແບບການທະຫານທ້ອງຖິ່ນໃໝ່ໄດ້ເຄື່ອນໄຫວຢ່າງສະດວກ, ເປັນເອກະພາບ, ເສີມຂະຫຍຍາຍປະສິດທິພາບ, ປະສິດທິຜົນ.
ໂດຍ: ໄຊຊະນະ