ພາຍຫຼັງກວດກາການຝຶກແອບປະສົມ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມຊົມເຊີຍ ແລະຍ້ອງຍໍບັນດາຜົນງານເບື້ອງຕົ້ນຂອງບັນດາກໍາລັງທີ່ເຂົ້າຮ່ວມການຝຶກແອບປະສົມການເດີນສວນສະໜາມ, ແຫ່ຂະບວນໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ. ບັນດາກອງກຳລັງທີ່ເຂົ້າຮ່ວມການເດີນສວນສະໜາມ, ແຫ່ຂະບວນໄດ້ປະຕິບັດໜ້າທີ່ເປັນຢ່າງດີໂດຍພື້ນຖານ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລົງກວດແຕ່ລະແຖວເພື່ອລະດົມກໍາລັງໃຈໃຫ້ບັນດາກໍາລັງທີ່ເຂົ້າຮ່ວມການເດີນສວນສະໜາມ, ແຫ່ຂະບວນ. ພາບ: ຫວຽດຈູງ

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ: ເວລາດໍາເນີນພິທີສະເຫຼີມສະຫຼອງຍັງບໍ່ດົນ, ຮຽກຮ້ອງໃຫ້ບັນດາກໍາລັງສຸມໃສ່ຝຶກແອບດ້ວຍຈິດໃຈຄວາມຮັບຜິດຊອບພ້ອມກັບຄວາມພະຍາຍາມສູງສຸດ ເພື່ອປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ຮັບປະກັນໃຫ້ສົມກັບຂອບຂະໜາດ, ຖານະ, ຂອງເຫດການສໍາຄັນ. ກ່ຽວກັບວຽກງານຈັດຕັ້ງເຄື່ອນທີ່ບັນດາກໍາລັງເຂົ້ານະຄອນໂຮ່ຈີມິນ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ວຽກງານບັນຊາຕ້ອງຮັບປະກັນຄວາມປອດໄພຢ່າງເດັດຂາດ.

leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດ ກັບກອງນາຍທະຫານການແພດຍິງ. ພາບ: ຫວຽດຈູງ

ທ່ານລັດຖະມົນຕີ ຟານວັນຢາງ ຮຽກຮ້ອງໃຫ້ກົມໃຫຍ່ພະລາທິການ-ເຕັກນິກ ຮັບປະກັນພາຫະນະ ແລະອຸປະກອນເຕັກນິກ ໃຫ້ບັນດາກຳລັງທີ່ເຂົ້າຮ່ວມການເດີນສວນສະໜາມ, ແຫ່ຂະບວນຢ່າງຄົບຖ້ວນ ແລະຮອບດ້ານ. ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຄົ້ນຄວ້າ ແລະແນະນຳບັນດາເນື້ອໃນແຂ່ງຂັນຕິດພັນກັບການເຂົ້າຮ່ວມການເດີນສວນສະໜາມ, ການແຫ່ຂະບວນ. ສືບຕໍ່ປະຕິບັດວຽກງານແນວຄິດໃຫ້ເປັນຢ່າງດີ, ຮັບປະກັນຊີວິດທາງດ້ານວັດທະນະທຳ, ຈິດໃຈໃຫ້ແກ່ບັນດາກຳລັງ; ຈັດຕັ້ງການໂຄສະນາກ່ຽວກັບບັນດາການເຄື່ອນໄຫວເດີນສວນສະໜາມ, ແຫ່ຂະບວນ, ສະເໜີຍ້ອງຍໍຊົມເຊີຍສໍາລັບບັນດາໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນ...

leftcenterrightdel
ກອງນາຍທະຫານການແພດຍິງ ເຂົ້າຮ່ວມການຝຶກແອບປະສົມທີ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4. ພາບ: ຫວຽດຈູງ
leftcenterrightdel
ກອງຮັກສາສັນຕິພາບຍິງເຂົ້າຮ່ວມການຝຶກແອບປະສົມທີ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4. ພາບ: ຫວຽດຈູງ

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ: ການປະຕິບັດໜ້າທີ່ເດີນສວນສະໜາມ, ແຫ່ຂະບວນໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຢ່າງມີໄຊ ເປັນພື້ນຖານອັນ ສຳຄັນເພື່ອສືບຕໍ່ປະຕິບັດໜ້າທີ່ໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະວັນຊາດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ຢູ່ສະໜາມຫຼວງບາດິ່ງ ດ້ວຍຂອບເຂດ ແລະກໍາລັງທີ່ໃຫຍ່ກວ່າໃຫ້ປະສົບຜົນສຳເລັດ. ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ດ້ວຍຈິດໃຈ “ວ່ອງໄວ - ເດັດຂາດມີໄຊ” ຂອງມະຫາໄຊລະດູບານໃໝ່ປີ 1975, ການເດີນສວນສະໜາມ, ແຫ່ຂະບວນໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບຈະປະສົບຜົນສຳເລັດຢ່າງຈົບງາມ.

ໂດຍ: ທະນາພອນ