ຕໍາຫຼວດທະເລ ຫວຽດນາມ - ໄທ - MECC ສົມທົບກັນຕ້ານການຂຸດຄົ້ນ IUU
ກປ.ອອນໄລ - ວັນທີ 24 ມີນາ, ທີ່ປະເທດ ໄທ, ຄະນະຜູ້ແທນຕໍາຫຼວດທະເລ ຫວຽດນາມ ນໍາໂດຍທ່ານ ພັນເອກພິເສດ ຫງວຽນຈິ້ງຮຸ່ງ ຮອງຫົວໜ້າກົມວິຊາສະເພາະ ແລະກົດໝາຍໄດ້ມີການເຮັດວຽກ, ແລກປ່ຽນກັບຄະນະພະນັກງານສູນບັນຊາການເດີນທະເລ ໄທ (Thai-MECC) ນໍາໂດຍທ່ານພັນເອກ Kitikorn Kanjanawanich ຮອງຫົວໜ້າຫ້ອງການແຜນການ ແລະນະໂຍບາຍ Thai-MECC.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: qdnd |
ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນລະອຽດກ່ຽວກັບວຽກງານສົມທົບກັນລະຫວ່າງສອງກໍາລັງໃນການສະກັດກັ້ນ ແລະຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU). ທ່ານ ພັນເອກພິເສດ ຫງວຽນຈິ້ງຮຸ່ງ ເນັ້ນໜັກວ່າ ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຕໍ່ສູ້ສະກັດກັ້ນ ແລະຕ້ານ IUU; ຢັ້ງຢືນວ່າ ລັດຖະບານຫວຽດນາມ ກໍຄືບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ໃນນັ້ນມີຕໍາຫຼວດທະເລຫວຽດນາມ ບໍ່ປົກປິດ, ຊ່ວຍການກະທຳລະເມີດ IUU, ເພື່ອຕັດສິນໃຈຍົກບັດເຫຼືອງຂອງຄະນະກໍາມະການເອີລົບ (EC).
ທ່ານ ພັນເອກພິເສດ ຫງວຽນຈິ້ງຮຸ່ງ ສະເໜີ Thai-MECC ໜູນຊ່ວຍໃນການສົມທົບກັັນ, ແບ່ງປັນຂໍ້ມູນຂ່າວສານ ຖ້າຫາກຊາວປະມົງ ແລະເຮືອຫາປາຫວຽດນາມ ລະເມີດເຂດທະເລໄທ; ເພີ່ມທະວີການແບ່ງປັນລະບົບສຳເນົາເອກະສານດ້ານກົດໝາຍບັນດາກໍລະນີລະເມີດ ເພື່ອໃຫ້ຝ່າຍ ຫວຽດນາມ ມີແຜນນະໂຍບາຍ, ມາດຕະການສະກັດກັ້ນຢ່າງມີປະສິດທິຜົນກວ່າໃນໄລຍະຈະມາເຖິງ; ພ້ອມທັງປາດຖະໜາວ່າ ສອງຝ່າຍຈະຍູ້ແຮງບັນດາການເຄື່ອນໄຫວຮ່ວມມືບົນຈິດໃຈບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມ, ລວມມີ: ການຜັນຂະຫຍາຍລະບຽບການສ້າງຕັ້ງສູນຕິດຕໍ່ລະດັບ 2 ລະຫວ່າງເຂດ 1, 2 Thai-MECC ແລະຕໍາຫຼວດທະເລເຂດ 4; ສົ່ງພະນັກງານຕໍາຫຼວດທະເລຫວຽດນາມ ໄປເຮັດວຽກຢູ່ Thai-MECC ແລະຈັດໃຫ້ກໍາປັ່ນສອງຝ່າຍ ຢ້ຽມຢາມກັນ.
    |
 |
ຄະນະຜູ້ແທນຫວຽດນາມ ທີ່ການເຮັດວຽກ. ພາບ: qdnd |
    |
 |
ຄະນະຜູ້ແທນ ໄທ ທີ່ການເຮັດວຽກ. ພາບ: qdnd |
ສ່ວນທ່ານພັນເອກ Kitikorn Kanjanawanich ຢັ້ງຢືນວ່າ ການເຮັດວຽກແມ່ນໂອກາດທີ່ດີເພື່ອໃຫ້ສອງຝ່າຍແບ່ງປັນຢ່າງເປີດເຜີຍ, ກົງໄປກົງມາກ່່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການສົມທົບກັນສະກັດກັ້ນ IUU ໃນເຂດທະເລຕິດຈອດກັນລະຫວ່າງສອງປະເທດ. ທ່ານພັນເອກ Kitikorn Kanjanawanich ກໍ່ເຫັນດີກັບເນື້ອໃນທີ່ສອງຝ່າຍ ໄດ້ແລກປ່ຽນ ແລະຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍ ຈະສືບຕໍ່ເຮັດໃຫ້ບັນດາເນື້ອໃນບົດບັນທຶກຊ່ວຍຈໍາເລິກເຊິ່ງກວ່າ; ພ້ອມກັນນັ້ນຝ່າຍ Thai-MECC ກໍ່ເຫັນດີຕໍ່ແຜນນະໂຍບາຍສົ່ງນາຍຕໍາຫຼວດທະເລຫວຽດນາມ ມາເຮັດວຽກຢູ່ Thai-MECC.
ໂດຍ: ໄຊຊະນະ