ສະໜາມຝຶກຊ້ອມເລີ່ມກໍ່ສ້າງເມື່ອເດືອນກໍລະກົດ 2024 ດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າໂດຍຫ້ອງການຮ່ວມມືປ້ອງກັນຊາດອາເມລິກາ (ສະຖານທູດອາເມລິກາ ປະຈໍາ ຫວຽດນາມ) ອຸປະຖໍາໃຫ້ສູນກະທໍາເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດຫວຽດນາມ (VNMAC) ດ້ວຍຄ່າໃຊ້ຈ່າຍທັງໝົດກວ່າ 700.000 ໂດລາສະຫະລັດ. ກິດຈະກຳໄດ້ກໍ່ສ້າງບົນເນື້ອທີ່ 2 ແຮັກຕາ, ລວມມີ: ຫ້ອງຮຽນ, ເຂດແຕ່ງກິນ, ເຂດຫ້ອງນໍ້າ, ເຂດກວດຈັບລະເບີດ, ເຂດທໍາລາຍລະເບີດ, ເຂດຈອດລົດ, ລະບົບທາງພາຍໃນ,... ສະໜາມຝຶກຊ້ອມຕາມມາດຕະຖານກະທໍາແກ້ໄຂລະເບີດບໍ່ທັນແຕກສາກົນ (IMAS), ຮັບໃຊ້ວຽກງານບໍາລຸງກໍ່ສ້າງ, ຍົກສູງຄວາມສາມາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຢູ່ຫວຽດນາມ.

leftcenterrightdel
ຜູ້ແທນຕັດແຖບຜ້າເປີດນໍາໃຊ້ສະໜາມຝຶກຊ້ອມແກ້ໄຂລະເບີດບໍ່ທັນແຕກ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີເປີດນໍາໃຊ້, ທ່ານພົນໂທ ຝຸ່ງສີ໊ເຕີ້ນ ຕີລາຄາວ່າ ໃນຊຸມປີຜ່ານມາ, ອາເມລິກາໄດ້ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເວົ້າລວມ ແລະວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຫຼັງສົງຄາມເວົ້າສະເພາະ. ການໜູນຊ່ວຍນັ້ນມີຄວາມໝາຍອັນໃຫຍ່ຫຼວງ, ປະກອບສ່ວນຊຸກຍູ້ຄວາມຄືບໜ້າໃນການປະຕິບັດໂຄງການດໍາເນີນງານແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມໄລຍະ 2010-2025, ໜູນຊ່ວຍພັດທະນາເສດຖະກິດ-ສັງຄົມຢູ່ບັນດາທ້ອງຖິ່ນຖືກມົນລະພິດຈາກລະເບີດບໍ່ທັນແຕກ. ເພື່ອນຳໃຊ້ສະໜາມຝຶກຊ້ອມໃຫ້ມີປະສິດທິຜົນ, ຖືກກັບຈຸດປະສົ່ງ, ຮັບປະກັນຄວາມປອດໄພ, ສູນ VNMAC ຕ້ອງເປັນເຈົ້າການສົມທົບກັບບັນດາກົມກອງ, ອົງການກໍ່ສ້າງແຜນການຈັດຕັ້ງກໍາລັງຄຸ້ມຄອງ, ນໍາໃຊ້ສະໜາມຝຶກຊ້ອມໃຫ້ຖືກຕາມຂໍ້ກໍານົດ.

ທ່ານ Marc E.Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ຢັ້ງຢືນວ່າ ສະໜາມຝຶກຊ້ອມແກ້ໄຂລະເບີດບໍ່ທັນແຕກໄດ້ຮັບການກໍ່ສ້າງແມ່ນຫຼັກຖານແຫ່ງການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດ, ຫັນການປະຕິບັດໜຶ່ງໃນບັນດາກິດຈະກຳຍ່ອຍໃນແຜນການຮ່ວມມືສອງຝ່າຍໄລຍະ 2023-2028 ລະຫວ່າງສອງກະຊວງກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຫຼັງສົງຄາມໃຫ້ປະກົດຜົນເປັນຈິງ...

ໂດຍ: ໄຊນີດາ