leftcenterrightdel
ພະນັກງານນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະລາວ ໂຄສະນາກົດໝາຍໃຫ້ແກ່ປະຊາຊົນຢູ່ສອງຟາກຊາຍແດນ. ພາບ: ຫວຽດລາມ

ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມຫວຽດນາມ-ລາວ ຄັ້ງທີ 4 ປີ 2025 ໄດ້ຈັດຕັ້ງແຕ່ວັນທີ 20 ມາຮອດວັນທີ 24 ມີນາ, ທີ່ແຂວງກວາງບິ່ງ (ຫວຽດນາມ) ໂດຍທ່ານພັນເອກພິເສດ ຫງວຽນແທັງຫາຍ, ຮອງຫົວໜ້າການເມືອງທະຫານຊາຍແດນ (ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ) ແລະທ່ານພັນເອກ ດາວໄກ ເລີດລີວັນ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ (ກອງບັນຊາການທະຫານຊາຍແດນລາວ) ເປັນປະທານຮ່ວມ. ເຂົ້າຮ່ວມລາຍການພົບປະແລກປ່ຽນມີຜູ້ແທນຜູ້ທີ່ດີເດັ່ນ 70 ຄົນແມ່ນພະນັກງານ, ນາຍທະຫານຊາຍແດນໜຸ່ມສອງປະເທດ.

ລາຍການພົບປະແລກປ່ຽນຄັ້ງທີ 4 ຜູ້ແທນນາຍທະຫານໜຸ່ມສອງຝ່າຍຈະເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍແທດຈິງຫຼາຍຢ່າງ, ຄື: ໂຄສະນາກົດໝາຍໃຫ້ປະຊາຊົນ, ມອບທຶນການສຶກສາໃຫ້້ນັກຮຽນປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນຫວຽດນາມ-ລາວ; ພົບປະເຈລະຈາ, ພົບປະແລກປ່ຽນວັດທະນະທໍາ, ສິລະປະ; ພົບປະແລກປ່ຽນ, ແຂ່ງຂັນກິລາ; ປູກຕົ້ນໄມ້ມິດຕະພາບ; ໄວ້ອາໄລທ່ານພົນເອກ ຫວໍຫງວຽນຢາບ ແລະຢ້ຽມຢາມບັນດາເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາຢູ່ບໍລິເວນແຂວງກວາງບິ່ງ.

leftcenterrightdel
ພະນັກງານ, ນາຍທະຫານສອງປະເທດແຈກໃບປິວໂຄສະນາກົດໝາຍໃຫ້ປະຊາຊົນ. ພາບ: ຫວຽດລາມ

ວັນທີ 20 ມີນາ, ພາຍຫຼັງພິທີຕ້ອນຮັບຄະນະຜູ້ແທນທະຫານຊາຍແດນລາວ  ເຂົ້າເມືອງຫວຽດນາມ ຜ່ານດ່ານສາກົນຈາລໍ, ຄະນະນາຍທະຫານຊາຍແດນໜຸ່ມສອງປະເທດໄດ້ມີໜ້າຢູ່ບໍລິເວນຕາແສງເຢີນຮວ໊າ, ເມືອງມິງຮວ໊າ, ແຂວງກວາງບິ່ງ ພ້ອມກັນເຂົ້າຮ່ວມການໂຄສະນາກົດໝາຍໃຫ້ ພະນັກງານ, ປະຊາຊົນ, ມອບຂອງຂວັນໃຫ້ພວກນ້ອງນັກຮຽນປະສົບກັບຄວາມຫຍຸ້ງຍາກທີ່ພວມດໍາລົງຊີວິດຢູ່ເຂດສອງຟາກຊາຍແດນແຂວງກວາງບິ່ງ (ຫວຽດນາມ) ແລະຄໍາມ່ວນ (ລາວ).

ແຕ່ຮຸ່ງເຊົ້າ, ປະຊາຊົນ, ພວກນ້ອງນັກຮຽນເປັນຈໍານວນຫຼວງຫຼາຍຢູ່ກຸ່ມບ້ານລ່ັງຄັ່ງ, ເມືອງບົວລະພາ, ແຂວງຄໍາມ່ວນ, ລາວ ແລະຕາແສງເຢີນຮວ໊າ, ເມືອງມິງຮວ໊າ, ແຂວງກວາງບິ່ງ, ຫວຽດນາມ ໄດ້ມີໜ້າຢູ່ສະຖານທີ່ເພື່ອຕິດຕາມ, ຮັບຟັງການໂຄສະນາກົດໝາຍໂດຍພະນັກງານ, ນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະລາວ ພ້ອມກັນໂຄສະນາ. ນັບແຕ່ກ່ອນມາຮອດປະຈຸບັນ, ປະຊາຊົນກຸ່ມບ້ານລັ່ງຄັ່ງ ແລະຕາແສງເຢີນຮວ໊າ ໄດ້ມີອາລົມຈິດສະໜິດຕິດພັນນຳກັນ. ເມື່ອພົບປະ, ພໍ່ແມ່ປະຊາຊົນສອງຟາກຊາຍແດນໄດ້ຢື້ຢາມຖາມຂ່າວກັນຢ່າງຈິງໃຈ. ເຂົາເຈົ້າ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຂົ້າຮ່ວມໜຶ່ງໃນບັນດາການເຄື່ອນໄຫວສໍາຄັນຂອງລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມຫວຽດນມ-ລາວ ຄັ້ງທີ 4.

ຕາມການແບ່ງງານຂອງຄະນະຈັດຕັ້ງ, ຮ້ອຍອັກ ສິຟອນ ແກ້ວອູ, ຮອງຫົວໜ້າຄະນະຊາວໜຸ່ມ, ຫ້ອງການເມືອງ, ກອງບັນຊາການທະຫານ ຊາຍແດນລາວ ແລະຮ້ອຍເອກພິເສດ ຫວໍຮຸຍຖັງ ຜູ້ຊ່ວຍຊາວໜຸ່ມ, ຫ້ອງການເມືອງ, ທະຫານຊາຍແດນແຂວງກວາງບິ່ງ, ກອງບັນຊາການ ທະຫານຊາຍແດນຫວຽດນາມ ໄດ້ໂຄສະນາໂດຍກົງບາງເນື້ອໃນພື້ນຖານຂອງສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະລັດຖະບານ ແຫ່ງ ສປປ ລາວ. ພ້ອມກັນນັ້ນ, ພະນັກງານ, ນາຍທະຫານໜຸ່ມສອງຝ່າຍຍັງເຂົ້າຮ່ວມການແຈກໃບປິວທີ່ໄດ້ອອກແບບຢ່າງງາມຕາ, ດ້ວຍສອງພາສາຫວຽດນາມ ແລະລາວ ເພື່ອສ້າງຄວາມສະດວກໃຫ້ປະຊາຊົນຕິດຕາມມາຫວຽດນາມ ພ້ອມກັບປະຊາຊົນເຂົ້າຮ່ວມ, ຕິດຕາມການໂຄສະນາກົດໝາຍ, ທ່ານ ນ້ອຍ ແສງຈັນ, ຮອງຫົວໜ້າກຸ່ມບ້ານລັ່ງຄ່ັງ ໃຫ້ຮູ້ວ່າ: “ຜ່ານການຕິດຕາມການໂຄສະນາກົດໝາຍໂດຍພະນັກງານທະຫານຊາຍແດນສອງຝ່າຍປະຕິບັດ,  ພວກຂ້າພະເຈົ້າເຂົ້າໃຈແຈ້ງກວ່າກ່ຽວກັບຂໍ້ກຳນົດໃນການປົກປັກຮັກສາຊາຍແດນ, ດ່ານຊາຍແດນ. ປະຊາຊົນສອງຝ່າຍຈະເສີມຂະຫຍາຍຈິດໃຈສາມັກຄີ, ບົດບາດຮັບຜິດຊອບ, ພ້ອມກັບທະຫານຊາຍແດນປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນ”.

leftcenterrightdel
ທ່ານພັນເອກພິເສດ ຫງວຽນແທັງຫາຍ ແລະພັນເອກ ດາວໄກ ເລີດລີວັນ ມອບທຶນການສຶກສາໂດຍກົງໃຫ້ພວກນ້ອງນັກຮຽນປະສົບກັບຄວາມຫຍຸ້ງຍາກທີ່ພວມດໍາລົງຊີວິດຢູ່ເຂດຊາຍແດນຫວຽດນາມ ແລະລາວ. ພາບ: ຫວຽດລາມ

ກໍ່ຢູ່ທີ່ການໂຄສະນາກົດໝາຍ, ຄະນະຈັດຕັ້ງລາຍການພົບແລກປ່ຽນນາຍທະຫານຊາຍແດນໜຸ່ມຫວຽດນາມ-ລາວ ຄັ້ງທີ 4 ໄດ້ມອບທຶນການສຶກສາ 40 ທຶນໃຫ້ນັກຮຽນ 40 ຄົນປະສົບກັບຄວາມຫຍຸ້ງຍາກພວມດໍາລົງຊີວິດທີ່ເຂດຊາຍແດນແຂວງກວາງບິ່ງ ແລະຄໍາມ່ວນ. ຢູ່ທີ່ນີ້, ທ່ານພັນເອກພິເສດ ຫງວຽນແທັງຫາຍ ແລະພັນເອກ ດາວໄກ ເລີດລີວັນ ໄດ້ມອບທຶນການສຶກສາໂດຍກົງ, ລະດົມພວກນ້ອງນັກຮຽນ, ພະຍາຍາມບືນຕົວໃນການຮຽນ.

ເຂົ້າຮ່ວມການໂຄສະນາກົດໝາຍ ແລະໄດ້ຮັບທຶນການສຶກສາຈາກທະຫານຊາຍແດນ, ນ້ອງ ມາຍເງິ່ນ, ນັກຮຽນປະຖົມ ແລະມັດທະຍົມຕອນຕົ້ນກຸ່ມບ້ານລັ່ງຄັ່ງ ແບ່ງປັນວ່າ: “ໃນຊຸມປີຜ່ານມາ, ຫຼານໄດ້ພວກອາວຢູ່ຄ້າຍທະຫານຊາຍແດນດ່ານສາກົນ ຈາລໍ, ທະຫານຊາຍແດນແຂວງກວາງບິ່ງ ອຸປະຖຳ, ໜູນຊ່ວຍຄ່າໃຊ້ຈ່າຍໃນການຮໍ່າຮຽນໃຫ້ຫຼານ. ມື້ນີ້, ຫຼານດີໃຈທີ່ສຸດເມື່ອໄດ້ຮັບທຶນການສຶກສາໂດຍການນໍາກອງບັນຊາການ ທະຫານຊາຍແດນມອບໃຫ້. ຫຼານຈະມານະພະຍາຍາມຮໍ່າຮຽນໃຫ້ດີເພື່ອປະກອບສ່ວນໂຄສະນາກົດໝາຍໃຫ້ພໍ່ແມ່ປະຊາຊົນ, ເພີ່ມພູນຄູນສ້າງນໍ້າໃຈສາມາຄີລະຫວ່າງປະຊາຊົນສອງປະເທດລາວ-ຫວຽດນາມ”.

ການເຄື່ອນໄຫວໂຄສະນາກົດໝາຍໂດຍນາຍທະຫານຊາຍແດນໜຸ່ມສອງປະເທດຫວຽດນາມ-ລາວ ປະຕິບັດປະກອບສ່ວນຢ່າງແທດຈິງເຂົ້າໃນການຍົກສູງຄວາມຮັບຮູ້ໃຫ້ປະຊາຊົນສອງຟາກຊາຍແດນ.

ໂດຍ: ໄຊນີດາ