ຄະນະກວດກາ ໄດ້ຕີລາຄາວ່າ: ໃນປີ 2024 ແລະໄຕມາດທີ I ປີ 2025, ຄະນະພັກ, ຄະນະອຳນວຍການໂຮງຮຽນນາຍທະຫານບົກ ເລກ 1 ແລະຄະນະພັກ, ຄະນະບັນຊາບັນດາອົງການ, ພະແນກ, ກົມກອງໄດ້ຜັນຂະຫຍາຍປະຕິບັດບັນດາໜ້າທີ່ຢ່າງເຂັ້ມງວດ, ຮອບດ້ານ ແລະສຳເລັດເປັນຢ່າງດີ.

ກ່າວຄຳເຫັນສະຫຼຸບ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ຍ້ອງຍໍຊົມເຊີຍຜົນການປະຕິບັດໜ້າທີ່ຂອງໂຮງຮຽນນາຍທະຫານບົກເລກ 1 ໃນໄລຍະຜ່ານມາ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ  ກວດການັກຮຽນທະຫານ ປະຕິບັດຈັງຫວະວິຊາງົດງາມ. ພາບ: qdnd.vn

ເພື່ອປະຕິບັດສໍາເລັດໜ້າທີ່ໃນໄລຍະຈະມາເຖິງ, ທ່ານພົນເອກ ຫງວຽນເຕິນເກືອງ  ຮຽກຮ້ອງມາຍັງຄະນະພັກ, ຄະນະອຳນວຍການໂຮງຮຽນນາຍທະຫານບົກ ເລກ 1 ສືບຕໍ່ຊີ້ນໍາ, ນໍາພາ, ຜັນຂະຫຍາຍປະຕິບັດບັນດາມະຕິ, ຄໍາສັ່ງ, ບົດສະຫຼຸບ ຂອງສູນກາງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ, ໜ້າທີ່ສຶກສາ-ບຳລຸງສ້າງຢ່າງມີປະສິດທິຜົນ; ກໍາແໜ້ນ, ຕີລາຄາສະຖານະການຢ່າງຖືກຕ້ອງ, ກໍານົດໜ້າທີ່ຢ່າງຈະແຈ້ງ ແລະແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ແລະຂໍ້ຈໍາກັດຢ່າງເຖິງຖອງ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ  ລະດົມກຳລັງໃຈນັກຮຽນທະຫານ ກອງທັບປະຊາຊົນລາວ ທີ່ຮຽນຢູ່ໂຮງຮຽນນາຍທະຫານບົກ ເລກ 1. ພາບ: qdnd.vn

ເພື່ອຍົກສູງຄຸນນະພາບການສຶກສາ ແລະບຳລຸງສ້າງກວ່າອີກ, ໂຮງຮຽນຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົມກອງ, ອົງການຈັດຕັ້ງຕ່າງໆ ເພື່ອສຳຫຼວດໂຄງການບໍາລຸງສ້າງຮັບປະກັນການໃກ້ຊິດຕິດແທດກັບສະພາບຕົວຈິງ ແລະທ່າອ່ຽງພັດທະນາ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ  ກວດກາຫຼັກສູດ, ບົດສອນຂອງຄູອາຈານ. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ  ເນັ້ນໜັກວ່າ, ໂຮງຮຽນນາຍທະຫານບົກ ເລກ 1 ຕ້ອງເອົາໃຈໃສ່ເປັນປະຈໍາ ແລະສຸມໃສ່ກໍ່ສ້າງອົງການຈັດຕັ້ງພັກ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ ແລະໂດດເດັ່ນ; ໂຮງຮຽນໃຫ້ໝັ້ນຄົງເຂັ້ມແຂງ "ເປັນແບບຢ່າງ ແລະໂດດເດັ່ນ" ຢ່າງແທ້ຈິງ. ໃນຕໍ່ໜ້າ, ຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ໃຫ້ປະສົບຜົນສຳເລັດ ແລະຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອໂຮງຮຽນນາຍທະຫານບົກ ເລກ 1 ເປັນຢ່າງດີ.

ໂດຍ: ທະນາພອນ