ກ່ອນໜ້ານັ້ນ, ໃນເວລາ 18 ໂມງ ຂອງວັນທີ 18 ມີນາ, ເຮືອຫາປາໝາຍເລກ NA-80209-TS (ໂດຍທ່ານ ຫງວຽນວັນເກືອງ ຢູ່ຕາແສງວັນຫາຍ, ເມືອງກີ່ງລືວ, ແຂວງເງະອານ ເປັນຫົວໜ້າ) ຖືກຈົມນ້ຳ ຫ່າງຈາກເກາະມັດ ປະມານ 6 ໄມທະເລ, ໃນກຳປັ່ນມີລູກເຮືອ 4 ຄົນ. ພາຍຫຼັງໄດ້ຮັບຂ່າວ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ລາຍງານໃຫ້ຂັ້ນເທິງ ແລະອຳນາດການປົກຄອງທ້ອງຖິ່ນ ແຈ້ງໃຫ້ບັນດາກຳລັງສົມທົບກັນຊອກຫາກູ້ໄພກູ້ຊີບ,  ພ້ອມທັງຈັດສົ່ງພະນັກງານ, ນັກຮົບ ແລະ ພາຫະນະສົມທົບກັບກຳລັງທີ່ກ່ຽວຂ້ອງ ແລະ ຊາວປະມົງຢູ່ສະຖານທີ່ເກີດເຫດ ເພື່ອຊອກຫາຊາວປະມົງທີ່ຫາຍສາບສູນ.

leftcenterrightdel
ກໍາລັງຂອງກອງທັບ ຊອກຫາຊາວປະມົງທີ່ຫາຍສາບສູນ ຢູ່ທະເລ. ພາບ: qdnd.vn

ມາຮອດຕອນເຊົ້າຂອງວັນທີ 19 ມີນາ, ກໍາລັງກ່ຽວຂ້ອງ ໄດ້ຊອກເຫັນຊາວປະມົງ ເຈິ່ນວັນຫືວ ແລະນຳສົ່ງເຂົ້າຝັ່ງຢ່າງປອດໄພ. ວຽກງານຊອກຫາຜູ້ປະສົບເຄາະຮ້າຍຍັງປະສົບຄວາມຫຍຸ້ງຍາກຫຼາຍ ຍ້ອນດິນຟ້າອາກາດຢູ່ທະເລເກີດການແປປ່ວນ, ມີລົມພັດແຮງ ແລະຄື້ນຟອງສູງ. ທາງກະຊວງປ້ອງກັນປະເທດ ໄດ້ຈັດສົ່ງກຳປັ່ນ 4 ລໍາ ຂອງກອງບັນຊາການທະຫານຊາຍແດນ ແລະ ຕໍາຫຼວດທະເລ ເພື່ອສືບຕໍ່ເຂົ້າຮ່ວມການຊອກຫາກູ້ໄພກູ້ຊີບ.

ໂດຍ: ທູຈາງ