ຫວຽດນາມ-ຍີ່ປຸ່ນ ຍູ້ແຮງການຮ່ວມມືໃນຂົງເຂດປະຕິບັດກົດໝາຍຢູ່ທະເລ
ກປ.ອອນໄລ - ວັນທີ 19 ມີນາ, ທີ່ຮ່າໂນ້ຍ, ທ່ານພົນຕີ ເລກວາງດ້າວ, ຜູ້ບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Ishikawa Isamu ຮອງເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານພົນຕີ ເລກວາງດ້າວ ຢືນຢັນວ່າ ການຮ່ວມມືໃນຂົງເຂດປະຕິບັດກົດໝາຍຢູ່ທະເລລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ໃນໄລຍະຜ່ານມາບັນລຸໄດ້ຫຼາຍບາດກ້າວສໍາຄັນ. ສອງຝ່າຍໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືທີ່ມີຄວາມໝາຍ, ຄື: ແລກປ່ຽນຄະນະຜູ້ແທນ; ຈັດຕ້ັງຊຸດຝຶກອົບຮົມ; ຈັດສົ່ງກໍາປັ່ນຢ້ຽມຢາມ, ພົບປະແລກປ່ຽນ ແລະສົມທົບກັນຝຶກແອບຢູ່ທະເລ; ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ... ຕໍາຫຼວດທະເລຫວຽດນາມ ກໍ່ພົບປະ, ເຮັດວຽກ, ແລກປ່ຽນກັບສະຖານທູດຍີ່ປຸ່ນ, ຫ້ອງການອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ຫວຽດນາມ ຢ່າງເປັນປະຈໍາ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດປະຕິບັດກົດໝາຍຢູ່ທະເລ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນຕີ ເລກວາງດ້າວ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຍູ້ໄວຄວາມຄືບໜ້າໃນການປະຕິບັດໂຄງການ “ເພີ່ມທະວີກຳລັງຄວາມສາມາດຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຢູ່ທະເລຫວຽດນາມ”, ຕໍ່ກໍາປັ່ນລາດຕະເວນ 6 ລໍາໃຫ້ຕໍາຫຼວດທະເລຫວຽດນາມ ດ້ວຍແຫຼ່ງທຶນກູ້ຢືມ ODA ຍີ່ປຸ່ນ. ຄຽງຂ້າງກັນນັ້ນ, ຝ່າຍຕໍາຫຼວດທະເລຫວຽດນາມ ກໍ່ສະເໜີຕໍ່ເວລາໂຄງການ “ບໍາລຸງ, ຝຶກແອບຍົກສູງກຳລັງຄວາມສາມາດໃຫ້ຕໍາຫຼວດທະເລຫວຽດນາມ ກ່ຽວກັບການປະຕິບັດກົດໝາຍ, ຮັກສາຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ” ຕື່ມອີກ 3 ປີ. ຄາວວ່າ ໂຄງການນີ້ຈະໝົດກໍານົດໃນປີ 2026.
ສ່ວນທ່ານ Ishikawa Isamu ຢັ້ງຢືນວ່າ ຝ່າຍຍີ່ປຸ່ນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດຫວຽດນາມ ເວົ້າລວມ, ກໍາລັງຕໍາຫຼວດທະເລຫວຽດນາມ ເວົ້າສະເພາະ ເພື່ອສຳເລັດບັນດາໂຄງການທີ່ພວມຢູ່ໃນວິວັດການປະຕິບັດ ແລະຜັນຂະຫຍາຍບັນດາໂຄງການໃໝ່ໂດຍໄວ, ພິເສດແມ່ນບັນດາໂຄງການກ່ຽວກັບການສຶກສາ, ບໍາລຸງສ້າງ, ຍົກສູງກຳລັງຄວາມສາມາດໃຫ້ກໍາລັງປະຕິບັດກົດໝາຍຢູ່ທະເລ.
ໂດຍ: ໄຊນີດາ