ໃນໄລຍະຜ່ານມາ, ຄະນະປະຈໍາຄະນະພັກແຂວງ 4 ແຂວງ: ຕ່ຽນຢາງ, ບາກລຽວ, ກຽນຢາງ ແລະກ່າເມົາ ໄດ້ເປັນເຈົ້າການ, ຜັນຂະຫຍາຍການປະຕິບັດມະຕິ 18 ລົງວັນທີ 25 ຕຸລາ 2017 ຂອງຄະນະບໍລິຫານງານສູນກາງພັກ, ສັບຊ້ອນບູລະນະບາງອົງການຈັດຕັ້ງ ແລະບັນດາຫົວໜ່ວຍຂຶ້ນກັບຕາມທິດຫຼຸດຫົວໜ່ວຍ, ຫຼຸດຂັ້ນເປັນກາງຫຼຸດຜ່ອນພະນັກງານບັນຈຸ, ສ້າງໂຄງປະກອບການຈັດຕັ້ງຄືນໃໝ່ ແລະຍົກສູງຄຸນນະພາບຖັນແຖວພະນັກງານ, ພາລະກອນ, ລັດຖະກອນໃຫ້ບັນລຸໝາກຜົນຢ່າງຕັ້ງໜ້າ. ເລື່ອງຊາບຊຶມ, ຜັນຂະຫຍາຍປະຕິບັດຄໍາສັ່ງເລກທີ 35 ຂອງກົມການເມືອງ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທຸກຂັ້ນມຸ່ງເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະຂໍ້ສະຫຼຸບສະບັບເລກທີ 118-KL/TW ລົງວັນທີ 18 ມັງກອນ 2025 ວ່າດ້ວຍການດັດປັບ, ເພີ່ມເຕີມບາງເນື້ອໃນຂອງຄໍາສັ່ງເລກທີ 35, ຮັບປະກັນຄົບຊຸດ, ເຂັ້ມງວດ, ຮີບດ່ວນ, ຄຸນນະພາບ, ຖືກຕ້ອງຕາມຄວາມຄືບໜ້າຈາກຂັ້ນແຂວງລົງຂັ້ນຮາກຖານ. 4 ແຂວງໄດ້ເປັນ ເຈົ້າການຊາບຊຶມ, ປະຕິບັດສະຫຼຸບສະບັບເລກທີ 123 KL/TW, ກວດກາຄືນກໍ່ສ້າງແຜນການ, ແຜນການພັດທະນາເສດຖະກິດ-ສັງຄົມຮັບປະກັນສອດຄ່ອງ, ຕິດແທດກັບພຶດຕິກໍາຕົວຈິງດ້ວຍຫຼາຍມາດຕະການຄົບຊຸດ, ຕັດສິນໃຈສູ້ຊົນບັນລຸລະດັບເຕີບໂຕເສດຖະກິດໃນປີ 2025 ຈາກ 8% ຂຶ້ນໄປ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ການເຮັດວຽກກັບຄະນະປະຈໍາຄະນະພັກແຂວງຕ່ຽນຢາງ. ພາບ: ເຈິ່ນອານ

ທ່ານພົນເອກ ຟານວັນຢາງ ສະເໜີຄະນະປະຈໍາຄະນະພັກແຂວງ 4 ແຂວງຕ່ຽນຢາງ, ບາກລຽວ, ກຽນຢາງ ແລະກ່າເມົາ ສືບຕໍ່ຊາບຊຶມ, ຜັນຂະຫຍາຍການປະຕິບັດບັນດາທັດສະນະ, ກໍານົດທິດຊີ້ນໍາຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການຢ່າງເຂັ້ມງວດ, ຂ້ຽວຂາດ; ເປັນເຈົ້າການຄົ້ນຄວ້າ, ສະເໜີບັນດາແຜນນະໂຍບາຍ, ມາດຕະການຊີ້ນໍາ, ນໍາພາ, ສ້າງແຜນການຜັນຂະຫຍາຍການປະຕິບັດຢ່າງແໜ້ນແຟ້ນ, ມີປະສິດທິຜົນ; ຄົ້ນຄວ້າ, ດັດປັບ, ປັບປຸງເພີ່ມເຕີມກົດລະບຽບ, ພາລະໜ້າທີ່, ໜ້າທີ່, ກໍານົດແບ່ງຂ້ັນ, ແບ່ງສິດອຳນາດເພື່ອບໍ່ໃຫ້ຕັດຕອນໃນວິວັດການປະຕິບັດ. ກະກຽມດີທີ່ສຸດ ແລະຈັດຕັ້ງກອງປະຊຸມໃຫຍ່ພັກທຸກຂັ້ນໃຫ້ປະສົບຜົນສໍາເລັດ.

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ນັບແຕ່ນີ້ຮອດເວລາປະຕິບັດສໍາເລັດວຽກງານຜັນຂະຫຍາຍບັນດາແຜນນະໂຍບາຍຕາມສະຫຼຸບສະບັບເລກທີ 127-KL/TW ຂອງກົມການເມືອງ, ຄະນະເລຂາທິການສັບຊ້ອນບັນດາຫົວໜ່ວຍບໍລິຫານຄືນໃໝ່, ກໍ່ສ້າງຮູບແບບຈັດຕັ້ງອໍານາດການປົກຄອງທ້ອງຖິ່ນ 2 ຂັ້ນ, ດ້ວຍປະລິມານວຽກງານຫຼາຍທີ່ສຸດສົ່ງຜົນກະທົບເຖິງພະນັກງານ, ສະມາຊິກພັກ, ລະບົບການເມືອງ ແລະປະຊາຊົນທົ່ວປະເທດເວົ້າລວມ, 4 ແຂວງເວົ້າສະເພາະ.

ໂດຍ: ໄຊນີດາ