ກອງລາດຕະເວນຄ້າຍທະຫານຊາຍແດນແກງດູ ນຳໂດຍທ່ານພັນໂທ ຮ່ວາງງອກແທກ, ຮອງຫົວໜ້າຄ້າຍທະຫານຊາຍແດນ; ກອງລາດຕະເວນກອງຮ້ອຍທະຫານຊາຍແດນ 223 ນຳໂດຍທ່ານພັນໂທ ສຸເດດ ອິນສຸລີ, ຫົວໜ້າກອງຮ້ອຍ.

ຜ່ານຜ່າຄວາມຫຍຸ້ງຍາກຍ້ອນພູມສັນຖານພູດອຍ ແລະເງື່ອນໄຂດິນຟ້າອາກາດຮ້າຍແຮງມີຝົນຕົກໜາວເຢັນ, ໝອກຄວັນ, ສອງຝ່າຍໄດ້ດໍາເນີນການກວດເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະຖາງຫຍ້າຢູ່ເຂດຊາຍແດນ.

leftcenterrightdel
ກອງລາດຕະເວນຂອງສອງກໍາລັງ. ພາບ: qdnd.vn

ຜົນການລາດຕະເວນ, ລະບົບຫຼັກໝາຍຊາຍແດນໄດ້ຮັກສາຢູ່ໃນສະພາບເດີມ, ບໍ່ມີການລະເມີດກົດລະບຽບເຂດຊາຍແດນ.

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ດໍາເນີນພົບປະ, ແລກປ່ຽນສະພາບການກ່ຽວກັບການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ສົມທົບກັນຕ້ານ, ສະກັດກັ້ນອາດຊະຍາກຳ, ປົກປັກຮັກສາປ່າໄມ້.

ເນື່ອງໃນໂອກາດນີ້, ຜູ້ຕາງໜ້າຄ້າຍທະຫານຊາຍແດນແກງດູ ໄດ້ມອບເງິນ 9 ລ້ານດົ່ງ ໃຫ້ແກ່ນັກຮຽນລາວ 2 ຄົນ ທີ່ຮຽນເກັ່ງແຕ່ທຸກຍາກ ໂດຍກົມກອງ  ແລະຄ້າຍທະຫານຊາຍແດນຫງອັກເລິມ ຮັບການຊ່ວຍເຫຼືອ, ໜູນຊ່ວຍຕາມໂຄງການ “ຊ່ວຍນ້ອງໄປໂຮງຮຽນ”.

ໂດຍ: ທະນາພອນ