ວິທະຍາຄານການແພດກອງທັບ ຍູ້ແຮງການຫັນເປັນດີຈີຕອນ
ກປ.ອອນໄລ - ດ້ວຍເປົ້າໝາຍກໍ່ສ້າງຮູບແບບໂຮງໝໍມະຫາວິທະຍາໄລ ແລະໂຮງໝໍທັນສະໄໝຕິດພັນກັບການຫັນເປັນດີຈີຕອນ, ວິທະຍາຄານການແພດກອງທັບ ໄດ້ຊາບຊຶມ, ຜັນຂະຫຍາຍການປະຕິບັດມະຕິ, ຄໍາສັ່ງຊີ້ນໍາ, ບົດສະຫຼຸບ, ລະບຽບການຂອງສູນກາງ, ຄະນະພັກການທະຫານສູນກາງ, ຄະນະພັກວິທະຍາຄານຢ່າງເຂັ້ມງວດ, ມີປະສິດທິຜົນ.
ວິທະຍາຄານໄດ້ຜັນຂະຫຍາຍແຜນຮ່າງພັດທະນາການນຳໃຊ້ຂໍ້ມູນກ່ຽວກັບປະຊາກອນ, ລະບຸຕົວຕົນ ແລະການຢັ້ງຢືນທາງເອເລັກໂຕນິກຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດໃນໄລຍະ 2022-2025, ວິໄສທັດຮອດປີ 2030 ຢ່າງມີປະສິດທິຜົນ; ຍູ້ແຮງການຫັນເປັນດິີຈີຕອນໃນທຸກຂົງເຂດການເຄື່ອນໄຫວ, ສຸມໃສ່ການບໍາລຸງສ້າງ, ປິ່ນປົວພະຍາດ ແລະຄົ້ນຄວ້າວິທະຍາສາດ. ວິທະຍາຄານໄດ້ນຳໃຊ້ຂໍ້ມູນ ແລະເຕັກໂນໂລຊີດີຈີຕອນໃນການຄຸ້ມຄອງ, ບໍລິຫານ, ການຈັດຕັ້ງບັນດາການເຄື່ອນໄຫວສິດສອນ ແລະຄົ້ນຄວ້າວິທະຍາສາດຢ່າງມີປະສິດທິຜົນ; ປະຕິບັດການຫັນປ່ຽນດີຈີຕອນຢ່າງຮອບດ້ານໃນວຽກງານກວດ ແລະປິ່ນປົວພະຍາດຖືກຕາມຂັ້ນຕອນຂອງກະຊວງສາທາລະນະສຸກ, ຮັບປະກັນຄວາມໝັ້ນຄົງທາງອິນເຕີເນັດ, ຄວາມປອດໄພຂໍ້ມູນຂ່າວສານພາຍໃນ.
    |
 |
ການນຳວິທະຍາຄານການແພດກອງທັບ ແລະພະນັກງານ, ລັດຖະກອນຫ້ອງວ່າການວິທະຍາຄານການແພດກອງທັບລຸ້ນຕ່າງໆ. ພາບ: qdnd.vn |
ສະເລ່ຍແຕ່ລະປີ, ຮາກຖານປິ່ນປົວຂອງວິທະຍາຄານໄດ້ກວດ ແລະປິ່ນປົວພະຍາດໃຫ້ຄົນເຈັບ 800.000 ເທື່ອຄົນ ແລະຮັບເອົາຄົນເຈັບເກືອບ 85.000 ເທື່ອຄົນ. ວິທະຍາຄານໄດ້ນຳໃຊ້ຫຼາຍເຕັກນິກທີ່ກ້າວໜ້າ ແລະເຕັກໂນໂລຊີທັນສະໄໝເຂົ້າໃນການປິ່ນປົວ, ສົ່ງເສີມສຸຂະພາບໃຫ້ທະຫານ ແລະປະຊາຊົນສໍາເລັດຜົນ; ບາງເຕັກນິກທີ່ທັນສະໄໝໃນການບົ້ງມະຕິ ແລະປິ່ນປົວບັນລຸລະດັບໂລກ ແລະພາກພື້ນ. ວິທະຍາຄານສູ້ຊົນສ້າງໂຮງໝໍການແພດກອງທັບ 103 ໃຫ້ບັນລຸທຸກມາດຖານເພື່ອກາຍເປັນໂຮງໝໍລະດັບພິເສດ, ໂຮງໝໍໂປກໂພງແຫ່ງຊາດ ເລຮືວຈາກ ຮັກສາການພັດທະນາລະດັບລົງເລິກວິຊາສະເພາະເຕັກນິກສູງ,...
ໂດຍ: ທະນາພອນ