ກອງພົນນ້ອຍ 950 (ທະຫານເຂດ 9): ຍົກສູງຄວາມສາມາດໃນການປ້ອງກັນ, ຕ້ານການເມົາແດດ
ກປ.ອອນໄລ - ກອງພົນນ້ອຍ 950 (ທະຫານເຂດ 9) ໄດ້ຈັດຕັ້ງການຝຶກອົບຮົມປ້ອງກັນ, ຕ້ານການເມົາແດດໃຫ້ພະນັກງານ, ນັກຮົບບັນດາກົມກອງທີ່ສັງກັດ.
ເຂົ້າຮ່ວມຊຸດຝຶກອົບຮົມມີພະນັກງານ, ນັກຮົບ 400 ກວ່າຄົນຂອງບັນດາກົມກອງຂຶ້ນກັບກອງພົນນ້ອຍ, ໂດຍສຸມໃສ່ນໍາສະເໜີບັນດາເນື້ອໃນ, ຄື: ບັນດາບັນຫາລວມ ແລະສາເຫດຂອງການເມົາແດດ; ອາການ ແລະລະດັບ, ວິທີການພະຍາບານສຸກເສີນຢູ່ກັບທີ່ເມື່ອທະຫານເມົາແດດ; ແນະນໍາການນໍາໃຊ້ພາຫະນະອຸປະກອນ ແລະປະຕິບັດການແກ້ໄຂກໍລະນີເມົາແດດ; ປຶກສາຫາລື, ແລກປ່ຽນບັນດາບັນຫາພຶດຕິກໍາຕົວຈິງໄດ້ວາງອອກໃນວຽກງານປ້ອງກັນ, ຕ້ານການເມົາແດດ ໃນໄລຍະຜ່ານມາ...
ກ່າວຄໍາເຫັນຊີ້ນໍາຊຸດຝຶກອົບຮົມ, ທ່ານພັນເອກ ຫງວຽນມິງຫາຍ ຮອງຫົວໜ້າການເມືອງ ກອງພົນນ້ອຍ 950 ຮຽກຮ້ອງໃຫ້ບັນດາກົມກອງໂດຍອີງໃສ່ສະພາບອາກາດ, ສັບຊ້ອນສະຖານທີ່ຮໍ່າຮຽນໃຫ້ສອດຄ່ອງ; ຮັບປະກັນນໍ້າດື່ມຢ່າງພຽງພໍໃຫ້ແກ່ທະຫານ, ໂດຍສະເພາະແມ່ນໃນເວລາຮໍ່າຮຽນຢູ່ສະໜາມຝຶກຊ້ອມ; ແພດທະຫານຕິດຕາມກວດກາຢ່າງເປັນປະຈໍາ ແລະຄຸ້ມຄອງສຸຂະພາບທະຫານກ່ອນ, ໃນ ແລະຫຼັງການຫັດແອບເປັນຢ່າງດີ; ເປັນເຈົ້າການໃນການສ້າງແຜນການ ແລະກະກຽມຢຸກຢາປະເພດຕ່າງໆຢ່າງຄົບຖ້ວນ, ປະຖົມພະຍາບານບັນດາກໍລະນີເມົາແດດຢ່າງທັນການ.
ບາງຮູບພາບກ່ຽວກັບການຝຶກອົບຮົມປ້ອງກັນ, ຕ້ານການເມົາແດດຂອງກອງພົນນ້ອຍ 950 (ທະຫານເຂດ 9):
    |
 |
ບັນຍາກາດໃນການຈັດຝຶກອົບຮົມປ້ອງກັນ, ຕ້ານການເມົາແດດ ຂອງກອງພົນນ້ອຍ 950 (ທະຫານເຂດ 9). ພາບ: qdnd.vn |
    |
 |
ທີມງານຕົວແບບ ປະຕິບັດການນໍາໃຊ້ພາຫະນະອຸປະກອນ ແລະແກ້ໄຂກໍລະນີ ເມື່ອທະຫານເມົາແດດ. ພາບ: qdnd.vn |
    |
 |
ພະນັກງານ, ນັກຮົບ ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: qdnd.vn |
    |
 |
ປະຕິບັດຕົວຈິງເນື້ອໃນພະຍາບານສຸກເສີນ ເມື່ອທະຫານເມົາແດດ. ພາບ: qdnd.vn |
    |
 |
ແກ້ໄຂກໍລະນີ ເມື່ອທະຫານເມົາແດດ. ພາບ: qdnd.vn |
    |
 |
ພາກປຶກສາຫາລືທີ່ຊຸດຝຶກອົບຮົມ. ພາບ: qdnd.vn |
    |
 |
ເອກະສານໂຄສະນາ ຢູ່ຫ້ອງຝຶກອົບຮົມ. ພາບ: qdnd.vn |
    |
 |
ຫົວໜ້າກອງພົນນ້ອຍ 950, ທະຫານເຂດ 9 ຕິດຕາມກວດກາ, ຊີ້ນໍາຊຸດຝຶກອົບຮົມ. ພາບ: qdnd.vn |
ໂດຍ: ໄຊຊະນະ