leftcenterrightdel
ການນໍາແມ່ທັບນ້ອຍ 15 ຕ້ອນຮັບທ່ານພົນເອກ ຫງວຽນເຕິນເກືອງ. ພາບ: ຫງວຽນແອັງເຊີນ

ຕາມບົດລາຍງານຂອງທ່ານພົນຈັດຕະວາ ຮວ່າງວັນສີ, ຜູ້ບັນຊາການແມ່ທັບນ້ອຍ 15 ແລ້ວ: ປີ 2024 ແລະຊຸມເດືອນຕົ້ນປີ 2025, ແມ່ທັບນ້ອຍ ປະຕິບັດສຳເລັດໜ້າທີ່ວຽກງານທຸກດ້ານ. ພົ້ນເດັ່ນແມ່ນບູລະນະ, ເພີ່ມເຕີມ ແລະຝຶກແອບບັນດາແຜນງານກຽມພ້ອມສູ້ຮົບເປັນປະຈຳ. ຈັດຕັ້ງການຝຶກແອບເນື້ອໃນ, ລາຍການໃຫ້ບັນດາເປົ້າໝາຍຢ່າງຖືກຕ້ອງ, ພຽງພໍ, ໝາກຜົນບັນລຸໄດ້ແມ່ນດີ, ເກັ່ງ ແລະຮັບປະກັນຄວາມປອດໄພຢ່າງເດັດຂາດ. ແມ່ທັບນ້ອຍ ເຂົ້າຮ່ວມປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ການພັດທະນາເສດຖະກິດ-ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍຢ່າງມີປະສິດທິຜົນ... ໄດ້ຮັບການຕີລາຄາສູງຈາກຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຫງວຽນແອັງເຊີນ

ກ່າວຄຳເຫັນສະຫຼຸບການເຮັດວຽກ, ໂດຍຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ ຍ້ອງຍໍຊົມເຊີຍບັນດາໝາກຜົນ, ຜົນງານຂອງແມ່ທັບນ້ອຍ 15, ພ້ອມທັງຮຽກຮ້ອງ: ແມ່ທັບນ້ອຍ ສືບຕໍ່ຊາບຊຶມບັນດາມະຕິ, ຄຳສັ່ງຂອງພັກ, ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຢ່າງເລິກເຊິ່ງ; ຮັກສາລະບອບ, ແບບແຜນກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ກໍາແໜ້ນສະພາບການໃນບໍລິເວນ. ພິເສດ, ຄະນະພັກ, ຜູ້ບັນຊາການທຸກຂັ້ນຄວນປ່ຽນແປງໃໝ່ຈິນຕະນາການໃນການປະຕິບັດໜ້າທີ່ຢູ່ບໍລິເວນຍຸດທະສາດ, ກະກຽມທຸກດ້ານເພື່ອພ້ອມກັບທົ່ວປະເທດກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດ. ສົມທົບກັບອົງການທີ່ກ່ຽວຂ້ອງສ້າງຍຸດທະສາດພັດທະນາການຜະລິດ, ດໍາເນີນທຸລະກິດຢ່າງມີປະສິດທິຜົນ. ເສີມຂະຫຍາຍຮູບແບບກ່ຽວກັບການກໍ່ສ້າງກຸ່ມ, ກຸ່ມຊຸມຊົນ, ຮູບແບບ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ”, ສະໜິດຕິດພັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ; ປະຕິບັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດເປັນຢ່າງດີ ແລະຈັດຕັ້ງກອງປະຊຸມໃຫຍ່ພັກທຸກຂັ້ນໃນແມ່ທັບນ້ອຍປະສົບຜົນສໍາເລັດ...

ໂດຍ: ເຈິ່ນຮວ່ຽນ