ທ້າຍເດືອນທັນວາ 2024, ຄະນະເສດຖະກິດ-ປ້ອງກັນຊາດ 915 (ທະຫານເຂດ 9) ຈັດຕັ້ງພິທີເປີດນໍາໃຊ້ຂົວເຫຼັກຂ້າມແມ່ນໍ້າຢາງແທ່ງ ແລະທາງເໝືອງ 500 ທີ່ຄຸ້ມຖະໜົນ 5, ຕາແສງດົງໂຮ່, ນະຄອນຮ່າຕຽນ (ກຽນຢາງ). ຂົວເຫຼັກຂ້າມແມ່ນໍ້າຢາງແທ່ງມີນໍ້າໜັກ 5 ໂຕນ, ຍາວ 133,6 ແມັດ; ທາງເໝືອງ 500 ຍາວ 3,5 ກິໂລແມັດ. ຕາມທ່ານພັນເອກ ເຈິ່ນກວາງແທງ, ຮອງຫົວໜ້າຄະນະເສດຖະກິດ-ປ້ອງກັນຊາດ 915, ສອງກິດຈະກຳດັ່ງກ່າວແມ່ນສັງກັດໂຄງການລົງທຶນກໍ່ສ້າງກິດຈະກຳເຂດເສດຖະກິດ-ປ້ອງກັນຊາດສີ່ລ່ຽມລອງຊວຽນ (ໄລຍະ 3), ດ້ວຍຍອດຈຳນວນທຶນກວ່າ 29 ຕື້ດົ່ງຈາກງົບປະມານຂອງລັດ. ທ່ານພັນເອກ ເຈິ່ນກວາງແທງ ເນັ້ນໜັກວ່າ “ເລື່ອງເປີດນໍາໃຊ້ບັນດາກິດຈະກຳໄດ້ຊ່ວຍໃຫ້ປະຊາຊົນ, ນັກຮຽນໄປມາຢ່າງສະດວກ, ຍົກສູງຊີວິດການເປັນຢູ່ທາງດ້ານຈິດໃຈ, ວັດຖຸ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທ່າໄດ້ປຽບຢ່າງມີປະສິດທິຜົນ, ສ້າງຄວາມສະດວກໃນການແລກປ່ຽນການຄ້າພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ”.

ເຂດຕາເວັນຕົກສຽ່ງໃຕ້ມີທີ່ຕັ້ງຍຸດທະສາດສໍາຄັນທັງດ້ານການເມືອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ; ມີເຂດທະເລ, ໝູ່ເກາະທີ່ກວ້າງໃຫຍ່, ຊາຍແດນທາງບົກຕິດກັບກໍາປູເຈຍ, ເສດຖະກິດເປັນຕົ້ນແມ່ນຜະລິດກະສິກໍາ; ພື້ນຖານໂຄງລ່າງໄດ້ຮັບການລົງທຶນແຕ່ຍັງບໍ່ທັນຄົບຊຸດ, ລະດັບຄວາມຮູ້ຂອງປະຊາຊົນບໍ່ສະໝ່ຳສະເໝີ, ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກ... ຄຽງຂ້າງນ້ັນ, ບັນດາອິດທິກໍາລັງປໍລະປັກ, ປະຕິການທັງຢູ່ພາຍໃນ ແລະຕ່າງປະເທດສວຍໃຊ້ບັນຫາຊົນຊາດ, ສາສະໜາເພື່ອກະຕຸກປຸກລຸກ, ເສກສັນປັ້ນແຕ່ງຕ້ານທໍາລາຍເປັນປະຈໍາ. ໂດຍຊາບຊຶມ, ປະຕິບັດຂໍ້ຕົກລົງເລກທີ 277/QĐ-TTg ລົງວັນທີ 31 ມີນາ 2020 ຂອງນາຍົກລັດຖະມົນຕີ, ກອງບັນຊາການທະຫານເຂດ 9 ໄດ້ສົມທົບກັບຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງດົງທາບ ແລະກຽນຢາງສ້າງຕັ້ງຄະນະຊີ້ນໍາກໍ່ສ້າງເຂດເສດຖະກິດ-ປ້ອງກັນຊາດ ເຕິນຮົງ (ດົງທາບ), ຄະນະຊີ້ນໍາກໍ່ສ້າງເຂດເສດຖະກິດ-ປ້ອງກັນຊາດສີ່ລ່ຽມລອງຊວຽນ (ກຽນຢາງ) ແລະຄະນະຊີ້ນໍາກໍ່ສ້າງເຂດເສດຖະກິດ-ປ້ອງກັນຊາດທະເລ, ໝູ່ເກາະທິດຕາເວັນຕົກສ່ຽງໃຕ້. ໃນນັ້ນ, ເຂດເສດຖະກິດ-ປ້ອງກັນຊາດເຕິນຮົງ ໄດ້ວາງແຜນຜັງມີເນື້ອທີ 51.907 ເຮັກຕາ, ຢູ່ບໍລິເວນ 4 ເມືອງ, ນະຄອນດ້ວຍ 15 ຫົວໜ່ວຍບໍລິຫານຂັ້ນຕາແສງ, ມີປະຊາກອນ 144.680 ກວ່າຄົນ; ເຂດເຂດຖະກິດ-ປ້ອງກັນຊາດສີ່ລ່ຽມລອງຊວຽນ ໄດ້ວາງແຜນຜັງດ້ວຍເນື້ອທີ 44.320 ເຮັກຕາ, ຢູ່ບໍລິເວນ 3 ເມືອງ, ດ້ວຍ 10 ຫົວໜ່ວຍບໍລິຫານຂັ້ນຕາແສງ, ມີປະຊາກອນ 52.300 ຄົນ. ສະເພາະ, ເຂດເສດຖະກິດ-ປ້ອງກັນຊາດທະເລ, ໝູ່ເກາະທິດຕາເວັນຕົກພາກໃຕ້ແມນຫາກໍ່ໄດ້ອະນຸມັດຜ່ານແຜນຜັງ, ປະຈຸບັນພວມກໍ່ສ້າງໂຄງປະກອບການຈັດຕັ້ງຍື່ນສະເໜີຕໍ່ກະຊວງປ້ອງກັນປະເທດ.

leftcenterrightdel
ຄະນະເສດຖະກິດ-ປ້ອງກັນຊາດ 915 (ທະຫານເຂດ 9) ຈັດຕັ້ງພິທີເປີດນໍາໃຊ້ຂົວເຫຼັກຂ້າມແມ່ນໍ້າຢາງແທ່ງ ແລະທາງເໝືອງ 500 ທີ່ຄຸ້ມຖະໜົນ 5, ຕາແສງດົງໂຮ່, ນະຄອນຮ່າຕຽນ (ກຽນຢາງ). ພາບ: ກວາງດຶກ

ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ຄະນະເສດຖະກິດ-ປ້ອງກັນຊາດ 915 (ສ້າງຕັ້ງແຕ່ປີ 2015) ແລະຄະນະເສດຖະກິດ-ປ້ອງກັນຊາດ 959 (ສ້າງຕັ້ງແຕ່ປີ 2003) ຍາມໃດກໍ່ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ເປັນເຈົ້າການສົມທົບກັບບັນດາທ້ອງຖິ່ນ ດໍາເນີນການສໍາຫຼວດ, ວາງແຜນຜັງ, ລົງທຶນກໍ່ສ້າງລະບົບພື້ນຖານໂຄງລ່າງເສດຖະກິດ-ສັງຄົມ, ນໍາປະຊາຊົນຕັ້ງຖິ່ນຖານຢູ່ເຂດຊາຍແດນ ເທື່ອລະກ້າວ; ຕັ້ງໜ້າຜັນຂະຫຍາຍການປະຕິບັດບັນດາກຸ່ມໂຄງການລົງທຶນກໍ່ສ້າງເຂດເສດຖະກິດ-ປ້ອງກັນຊາດ ຢູ່ບັນດາທ້ອງຖິ່ນຈຸດສຸມກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ມີລວງເລິກ.

ພິເສດ, ໂດຍປະຕິບັດເປົ້າໝາຍເຮັດໃຫ້ປະຊາຊົນຢູ່ເຢັນເປັນສຸກ, ສ້າງຊາຍແດນໃຫ້ໝັ້ນແກ່ນ ເພື່ອປົກປັກຮັກສາປະເທດ, ບັນດາຄະນະ ເສດຖະກິດ-ປ້ອງກັນຊາດໄດ້ຈັດຕັ້ງຫຼາຍຮູບແບບຜະລິດໂດຍກົງ; ເຮັດບໍລິການສອງສົ້ນ; ໜູນຊ່ວຍແນວພັນ, ທຶນ ແລະຖ່າຍທອດເຕັກນິກ ປູກຝັງ, ລ້ຽງສັດໃຫ້ຄອບຄົວປະຊາຊົນ, ສ້າງວຽກເຮັດງານທໍາ ແລະລາຍຮັບທີ່ໝັ້ນຄົງໃຫ້ປະຊາຊົນນັບພັນຄອບຄົວ.

ເພື່ອປະຕິບັດບັນດາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ໜູນຊ່ວຍການຜະລິດ, ໃນຊຸມປີຜ່ານມາ, ບັນດາຄະນະເສດຖະກິດ-ປ້ອງກັນຊາດຢູ່ບໍລິເວນທະຫານເຂດ 9 ໄດ້ສົມທົບກັບບັນດາທ້ອງຖິ່ນຈັດຕັ້ງການກວດກາຄືນ, ກວດຜ່ານ, ແບ່ງປະເພດບັນດາຄອບຄົວໄດ້ຮັບການໜູນຊ່ວຍໃນການຜະລິດຖືກຕ້ອງຕາມມາດຖານທີ່ໄດ້ກໍານົດ; ປະຕິບັດຄໍາໝັ້ນສັນຍາໃນສັນຍາຖ່າຍທອດເຕັກໂນໂລຢີຢ່າງເຂັ້ມງວດ... ທ່ານພັນເອກພິເສດ ບຸ່ຍຢຸຍກວນ, ຫົວໜ້າຄະນະເສດຖະກິດ-ປ້ອງກັນຊາດ 959 ຢືນຢັນວ່າ: “ຈາກເຂດຮົກເຮື້ອເປົ່າວ່າງ, ຖືກເກືອຄູ່ໜັກ, ແຕ່ຜ່ານໄລຍະ 20 ກວ່າປີແຫ່ງການປະຕິບັດໜ້າທີ່, ພວກຂ້າພະເຈົ້າໄດ້ສົມທົບກັບທ້ອງຖິ່ນຜັນຂະຫຍາຍການລົງທຶນບັນດາໂຄງການກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງ, ລາຍການເປົ້າໝາຍແຫ່ງຊາດ, ວຽກງານຂົນຂວາຍມະຫາຊົນ ແລະໂຄງການເພີ່ມທະວີປັນຍາໜຸ່ມອາສາສະໝັກ ມາປະຕິບັດງານຢູ່ບັນດາເຂດເສດຖະກິດ-ປ້ອງກັນຊາດ... ຍ້ອນມີການສົມທົບກັນຢ່າງແໜ້ນແຟ້ນ, ເຂດດິນທີ່ ຫຍຸ້ງຍາກລຳບາກໃນເມື່ອກ່ອນໄດ້ພັດທະນາກະໂດດຂັ້ນ, ເສດຖະກິດ-ສັງຄົມພັດທະນາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັກສາຢ່າງໝັ້ນຄົງ, ບັນດາຄາດໝາຍມະຕິຂອງຄະນະພັກແຂວງ, ຄະນະພັກເມືອງ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄດ້ປະຕິບັດສຳເລັດລື່ນຄາດໝາຍທີ່ໄດ້ວາງອອກ”.

ດ້ວຍບັນດາການເຄືອນໄຫວທີ່ແທດຈິງ, ປະຕິດບັດ “4 ຮ່ວມ” ຢ່າງເຂັ້ມງວດ, ພະນັກງານ, ນັກຮົບ, ປັນຍາໜຸ່ມອາສາສະໝັກຄະນະເສດຖະກິດ-ປ້ອງກັນຊາດສີ່ລ່ຽມລອງຊວຽນ ແລະເຂດເສດຖະກິດ-ປ້ອງກັນຊາດ ເຕິນຮົງ. ດ້ວຍກໍາລັງໜຸ່ມ, ລະດັບຄວາມຮູ້, ລະດັບວິທະຍາສາດ, ກໍາລັງຊາວໜຸ່ມອາສາສະໝັກໄດ້ເສີມຂະຫຍາຍບົດບາດໃນການຜັນຂະຫຍາຍບັນດາໂຄງການກິດຈະກຳເປັນຢ່າງດີ, ແມ່ນຂົວຕໍ່ໃນການພົວພັນກັບທ້ອງຖິ່ນ ແລະພໍ່ແມ່ປະຊາຊົນໃນເຂດເສດຖະກິດ-ປ້ອງກັນຊາດ. ທ່ານ ດ່າວງອັກບິກ ຮອງປະທານຄະນະກໍາມະການປະຊາຊົນເມືອງເຕິນຮົງ ແບ່ງປັນວ່າ: “ບັນດາສະມາຊິກຊາວໜຸ່ມອາສາສະໝັກມີຄຸນນະພາບດ້ານວິຊາສູງ, ສອດຄ່ອງກັບຄວາມຮຽກຮ້ອງນໍາໃຊ້ຂອງທ້ອງຖິ່ນໃນເຂດເສດຖະກິດ-ປ້ອງກັນຊາດ. 10 ກວ່າປີທີ່ຜ່ານມາ, ໄດ້ມີສະມາຊິກຊາວໜຸ່ມຫຼາຍຄົນໄດ້ເຂົ້າເຮັດວຽກຢູ່ຄະນະກໍາມະການປະຊາຊົນຕາແສງ, ບັນດາວິສາຫະກິດ. ຫຼາຍສະມາຊິກຊາວໜຸ່ມໄດ້ເຕີບໃຫຍ່ກ່ຽວກັບຄວາມຄິດ, ຄວາມຮູ້ພຶດຕິກໍາຕົວຈິງ ແລະຄວາມສາມາດປະຕິບັດວຽກງານ; ມີຫຼາຍຄົນໄດ້ຮັບເຂົ້າເປັນສະມາຊິກພັກ”.

ຕາມທ່ານພົນຈັດຕະວາ ກວ໊ກວັນຫຍໍ ຮອງຜູ້ບັນຊາການທະຫານເຂດ 9, ການເຄື່ອນໄຫວກໍ່ສ້າງບັນດາເຂດເສດຖະກິດ-ປ້ອງກັນຊາດຢູ່ບໍລິເວນທະຫານເຂດ 9 ເຖິງວ່າບັນລຸໄດ້ຜົນງານຢ່າງຕ້ັງໜ້າຫຼາຍຢ່າງ, ມີຄຸນຄ່າແທດຈິງແລ້ວກໍ່ຕາມ, ແຕ່ວິວັດການຜັນຂະຫຍາຍຍັງມີຂໍ້ຈໍາກັດໃນການຊີ້ນໍາ, ສົມທົບກັນ, ແລະການຈັດຕ້ັງປະຕິບັດຢູ່. ທ່ານພົນຈັດຕະວາ ກວ໊ກວັນຫຍໍ ຢືນຢັນວ່າ: “ສະນັ້ນ, ເພື່ອຍູ້ແຮງການກໍ່ສ້າງ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາເຂດເສດຖະກິດ-ປ້ອງກັນຊາດ, ຄະນະພັກ, ກອງບັນຊາການທະຫານເຂດຈະສືບຕໍ່ຊີ້ນໍາບັນດາກົມກອງສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນໃນເຂດໂຄງການເພື່ອປະຕິບັດທັດສະນະແຜນນະໂຍບາຍ, ແນວທາງຂອງພັກ, ຄໍາສັ່ງ, ມະຕິຂອງທຸກຂັ້ນກ່ຽວກັບການກໍ່ສ້າງເຂດເສດຖະກິດ-ປ້ອງກັນຊາດຢ່າງແໜ້ນແຟ້ນ. ຮັບປະກັນລັກສະນະເປັນເອກະພາບ; ກໍານົດຄວາມຮັບຜິດຊອບຂອງບັນດາຂະແໜງ, ທ້ອງຖິ່ນໃນການເຄື່ອນໄຫວປະສານສົມທົບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບເສດຖະກິດ-ສັງຄົມ ແລະເສດຖະກິດ-ສັງຄົມກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງຈະແຈ້ງ. ຄຽງຂ້າງກັນນ້ັນ, ຕ້ອງເປັນເສນາທິການ, ສະເໜີສ້າງບັນດາໂຄງການພັດທະນາເສດຖະກິດ-ສັງຄົມຕິດແທດກັບບໍລິເວນ, ຍາດແຍ່ງແຫຼ່ງທຶນໃຫ້ຫຼາຍທີ່ສຸດ ແລະຄວາມເຫັນດີເຫັນພ້ອມຂອງທ້ອງຖິ່ນເພື່ອຜັນຂະຫຍາຍການລົງທຶນ; ຍູ້ແຮງການໂຄສະນາ, ການສຶກສາ, ຍົກສູງຄວາມຮັບຮູ້ກ່ຽວກັບການກໍ່ສ້າງເຂດເສດຖະກິດ-ປ້ອງກັນຊາດ; ແລະການເຄື່ອນໄຫວຂອງບັນດາກຸ່ມບໍລິສັດເສດຖະກິດ-ປ້ອງກັນຊາດ; ປະຕິບັດສຳເລັດບັນດາໂຄງການ, ກໍ່ສ້າງບັນດາເຂດເສດຖະກິດ-ປ້ອງກັນຊາດໃຫ້ນັບມື້ນັບພັດທະນາ, ປັບປຸງທ່າຮົບປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດ”.

ໂດຍ: ໄຊນີດາ