    |
 |
ສະຫາຍ ພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ການພົບປະ. ພາບ: qdnd.vn |
ໂດຍໄດ້ຮັບການສ້າງຕັ້ງໃນວັນທີ 16 ເມສາ 1946, ຂະແໜງການແພດກອງທັບ ເປັນກຽດໄດ້ຮັບຄວາມເອົາໃຈໃສ່, ການເບິ່ງແຍງດູແລ, ສຶກສາອົບຮົມ ແລະຝຶກຝົນຫຼໍ່ຫຼອມຈາກປະທານໂຮ່ຈີມິນ. ໃນວິວັດແຫ່ງການສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ, ແພດໝໍກອງທັບຮຸ່ນຕ່າງໆຍາມໃດກໍມີຄວາມເອກອ້າງທະນົງໃຈກ່ຽວກັບການປະກອບສ່ວນຂອງຕົນຕໍ່ພາລະກິດປະຕິວັດ, ຍາມໃດກໍສຶກສາຮໍ່າຮຽນ ແລະປະຕິບັດຕາມຄໍາສັ່ງສອນຂອງປະທານໂຮ່ຈີມິນ ຜູ້ນໍາທີ່ແສນເຄົາລົບຮັກ, ອອກແຮງຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ, ຮໍ່າຮຽນຍົກສູງລະດັບວິຊາສະເພາະ, ວິທີການ, ແບບແຜນການເຮັດວຽກຢ່າງບໍ່ຢຸດຢັ້ງ; ຍົກສູງນໍ້າໃຈສາມັກຄີ, ປ່ຽນແປງໃໝ່ປະດິດສ້າງ, ເສີມຂະຫຍາຍປະຊາທິປະໄຕ, ຮັກສາລະບຽບວິໄນ, ຕັດສິນໃຈກໍ່ສ້າງຂະແໜງການແພດກອງທັບ “ເຂັ້ມແຂງດ້ານການຈັດຕັ້ງ ແລະຄວາມສາມາດເຄື່ອນທີ່, ເກັ່ງດ້ານວິຊາສະເພາະ, ໝັ້ນຄົງດ້ານການເມືອງ, ແນວຄິດ ແລະຈັນຍາບັນ”, ປະກອບສ່ວນກໍ່ສ້າງກອງທັບປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ ເທື່ອລະກ້າວ...
    |
 |
ສະຫາຍ ພົນເອກ ຟານວັນຢາງ ມອບຊໍ່ດອກໄມ້ ແລະຫຼຽນກາລະນຶກເຊີດຊູແພດໝໍກອງທັບ ທີ່ໄດ້ຮັບນາມມະຍົດແພດໝໍປະຊາຊົນ. ພາບ: qdnd.vn |
ກ່າວຄໍາເຫັນທີ່ການພົບປະ, ສະຫາຍ ພົນເອກ ຟານວັນຢາງ ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານຂອງແພດໝໍກອງທັບ ເວົ້າລວມ ແລະແພດໝໍປະຊາຊົນ, ແພດໝໍດີເດັ່ນທີ່ໄດ້ຮັບການເຊີດຊູໃນມື້ນີ້. ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ຊີ້ແຈ້ງວ່າ: ໃນ 70 ປີຜ່ານມາ, ພະນັກງານ, ນັກຮົບຂະແໜງການແພດກອງທັບ ຮຸ່ນຕ່າງໆ ໄດ້ເສີມຂະຫຍາຍທາດແທ້ອັນດີງາມ, ມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ; ສາມັກຄີ, ປະດິດສ້າງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສໍາເລັດໜ້າທີ່ເບິ່ງແຍງດູແລ, ສົ່ງເສີມສຸຂະພາບໃຫ້ທະຫານ ແລະປະຊາຊົນຢ່າງດີເດັ່ນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂອງພື້ນຖານແພດສາດຫວຽດນາມ, ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ ໄວ້ຢ່າງໝັ້ນຄົງ. ແພດໝໍກອງທັບ ໄດ້ປະຕິບັດສໍາເລັດບັນດາເຕັກນິກຍາກ, ປິ່ນປົວໄດ້ຫຼາຍພະຍາດທີ່ຮ້າຍແຮງ, ເຂົ້າເຖິງ ແລະເປັນເຈົ້າບັນດາເຕັກນິກແພດສາດທີ່ກ້າວໜ້າໃນໂລກ, ໂດຍສະເພາະແມ່ນການຕໍ່ອະໄວຍະວະ... ປະກອບສ່ວນສໍາຄັນນໍາພື້ນຖານແພດສາດຫວຽດນາມ ທຽບທັນກັບໂລກ. ຄວາມ ໝາຍທີ່ຍິ່ງໄປກວ່ານັ້ນແມ່ນໃນໃຈພະນັກງານ, ນັກຮົບທົ່ວກອງທັບ ແລະປະຊາຊົນແຕ່ລະຄົນລ້ວນແຕ່ຈົດຈໍາບຸນຄຸນບັນດາແພດໝໍກອງທັບ ທີ່ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ ແລະບໍ່ຄໍານຶງເຖິງລາບຍົດ, ຊ່ວຍປະຊາຊົນສະກັດກັ້ນ ແລະເອົາຊະນະພະຍາດ, ຮັກສາສຸຂະພາບ - ຊັບສິນພິເສດຂອງມະນຸດ.
    |
 |
ສະຫາຍ ພົນໂທ ຈິ້ງວັນກວຽດ ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະທ່ານນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກ ມອບນາມມະຍົດແພດໝໍດີເດັ່ນໃຫ້ແພດໝໍ, ພະນັກງານ ກອງທັບ. ພາບ: qdnd.vn |
ສະຫາຍ ພົນເອກ ຟານວັນຢາງ ເນັ້ນໜັກວ່າ ເພື່ອປະຕິບັດສໍາເລັດໜ້າທີ່ໃນໄລຍະຈະມາເຖິງ, ຖັນແຖວແພດໝໍກອງທັບ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງ, ໝູນໃຊ້ບັນດາມະຕິ, ຄໍາສັ່ງຂອງພັກ, ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຢ່າງມີຫົວຄິດປະດິດສ້າງ, ມີປະສິດທິຜົນ; ກໍ່ສ້າງຂະແໜງການແພດກອງທັບ ເຂັ້ມແຂງດ້ານການຈັດຕັ້ງ, ໝັ້ນຄົງດ້ານວິຊາສະເພາະ, ພ້ອມແລ້ວທີ່ຈະຮັບ ແລະປະຕິບັດສໍາເລັດໜ້າທີ່ທີ່ ໄດ້ຮັບມອບໝາຍຢ່າງດີເດັ່ນ. ເພີ່ມທະວີການສຶກສາດ້ານການເມືອງ, ແນວຄິດ ແລະຄຸນສົມບັດສິນທໍາ, ວິຖີຊີວິດ, ໄປຄຽງຄູ່ກັບວຽກງານຄັດເລືອກບໍາລຸງກໍ່ສ້າງ, ພັດທະນາຖັນແຖວແພດໝໍ ທັງມີຈັນຍາບັນ, ທັງມີຄວາມຮູ້ຄວາມສາມາດ, ສຸດຈິດສຸດໃຈ, ມີຄວາມຮັບຜິດຊອບ, ມີລະດັບຄວາມຮູ້, ມີຄວາມສາມາດຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງກໍາລັງແພດທະຫານ ທີ່ທັນສະໄໝ.
ໂດຍ: ໄຊຊະນະ