ນາຍົກລັດຖະມົນຕີລາວ ຢ້ຽມຢາມບໍລິສັດໃຫຍ່ເຕິນກ໋າງໄຊ່ງ່ອນ
ກປ.ອອນໄລ - ວັນທີ 23 ກຸມພານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ທ່າກຳປັ່ນ ເຕິນກ໋າງ-ກາດລ໊າຍ ຂຶ້ນກັບບໍລິສັດໃຫຍ່ເຕິນກ໋າງໄຊ່ງ່ອນ, ເຫຼ່ົາທັບເຮືອ. ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານພິທີຕ້ອນຮັບ.
    |
 |
ທ່ານພົນເອກ ຟານວັນຢາງ ຕ້ອນຮັບ ແລະມອບຊໍ່ດອກໄມ້ໃຫ້ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: qdnd.vn |
ປີ 2024, ຫວຽດນາມ ໄດ້ກາຍເປັນແຫຼ່ງສະໜອງສິນຄ້າຢືນອັນດັບ 3 ສຳລັບຕະຫຼາດລາວ, ຖັດຈາກໄທ ແລະ ຈີນ. ໃນສະພາບການດັ່ງກ່າວ, ການບໍລິການໂລຢິກສະຕິກ ສວມບົດບາດສຳຄັນໃນການຮັບປະກັນລະບົບຕ່ອງໂສ້ການສະໜອງຢ່າງມີປະສິດທິຜົນ. ໃນຖານະເປັນບໍລິສັດຂຸດຄົ້ນທ່າກໍໍາປັ່ນໃຫຍ່ທີ່ສຸດຢູ່ຫວຽດນາມ, ບໍລິສັດໃຫຍ່ເຕິນກ໋າງໄຊ່ງ່ອນ ໄດ້ນໍາໜ້າໃນການກໍ່ສ້າງລະບົບຕ່ອງໂສ້ການສະໜອງຢ່າງມີປະສິດທິຜົນ, ໜູນຊ່ວຍການປະຕິບັດຫຼາຍໂຄງການຮ່ວມມືຢູ່ທ່າກຳປັ່ນ, ເພີ່ມທະວີການເຊື່ອມຕໍ່ໂລຢິກສະຕິກ, ພິເສດແມ່ນບັນດາໂຄງການທີ່ມີຂະໜາດໃຫຍ່. ຄວາມມານະພະຍາຍາມດັ່ງກ່າວບໍ່ພຽງແຕ່ແນໃສ່ເພີ່ມທະວີການແລກປ່ຽນດ້ານການຄ້າເທົ່ານັ້ນ, ຫາກຍັງປະກອບສ່ວນກໍ່ສ້າງລະບົບນິເວດ ໂລຢິກສະຕິກ ທີ່ທັນສະໄໝ, ຍືນຍົງ, ເປັນການຢືນຢັນສາຍພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
    |
 |
ການນໍາເຫຼົ່າທັບເຮືອ ແລະບໍລິສັດໃຫຍ່ເຕິນກ໋າງໄຊ່ງ່ອນ ຕ້ອນຮັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: qdnd.vn |
    |
 |
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ພ້ອມດ້ວຍຜູ້ແທນຮັບຟັງການແນະນໍາກ່ຽວກັບທ່າກຳປັ່ນ ເຕິນກ໋າງ-ກາດລ໊າຍ ໂດຍການນໍາບໍລິສັດໃຫຍ່ເຕິນກ໋າງໄຊ່ງ່ອນ. ພາບ: qdnd.vn |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເນັ້ນໜັກວ່າ: “ລັດຖະບານຫວຽດນາມ ໄດ້ສ້າງເງື່ອນໄຂໃຫ້ລາວ ຂຸດຄົ້ນ ແລະນໍາໃຊ້ຢູ່ທ່າກຳປັ່ນ ຫວູງອ໊າງ, ສິ່ງດັ່ງກ່າວສະແດງໃຫ້ເຫັນການສະໜັບສະໜູນຢ່າງສູງຕໍ່ກັບປະເທດລາວ, ຊ່ວຍລາວ ຈາກປະເທດບໍ່ມີທະເລ ແມ່ນມີເສັ້ນທາງອອກສູ່ທະເລ, ປະກອບສ່ວນນໍາວົງເງິນການແລກປ່ຽນການຄ້າລະຫວ່າງສອງປະເທດ ເຕີບໂຕ, ພິເສດແມ່ນໃນຂົງເຂດສົ່ງອອກຜະລິດຕະພັນກະເສດ, ບໍ່ແຮ່, ໄຟຟ້າ. ຜົນງານດັ່ງກ່າວມີການປະກອບສ່ວນສໍາຄັນທີ່ສຸດຈາກບັນດາວິສາຫະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພິເສດແມ່ນບໍລິສັດໃຫຍ່ເຕິນກ໋າງໄຊ່ງ່ອນ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ, ຄື: ກອງປະຊຸມສຳມະນາເຊື່ອມຕໍ່ການຄ້າກັບບັນດາວິສາຫະກິດພາຍໃນ ແລະຕ່າງປະເທດທີ່ດຳເນີນທຸລະກິດຢູ່ລາວ, ພ້ອມທັງໄດ້ຜັນຂະຫຍາຍພາຫະນະຂົນສົ່ງສິນຄ້າຂອງລາວ ຢູ່ທ່າກຳປັ່ນ ຫວູງອ໊າງ. ພວກຂ້າພະເຈົ້າຕີລາຄາສູງຮູບແບບວິສາຫະກິດກອງທັບເຂົ້າຮ່ວມການພັດທະນາເສດຖະກິດຂອງຫວຽດນາມ".
    |
 |
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ພ້ອມດ້ວຍຄະນະປະຕິບັດງານຢ໊ຽມຊົມທ່າກຳປັ່ນ ເຕິນກ໋າງ-ກາດລ໊າຍ. ພາບ: qdnd.vn |
    |
 |
ຜູ້ແທນສອງປະເທດຢູ່ທ່າກຳປັ່ນ ເຕິນກ໋າງ-ກາດລ໊າຍ. ພາບ: qdnd.vn |
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໃຫ້ຮູ້ຕື່ມວ່າ: "ປະຈຸບັນ, ລາວ ພວມຜັນຂະຫຍາຍແຜນນະໂຍບາຍເສດຖະກິດເອກະລາດ ແລະເປັນເຈົ້າຕົນເອງ. ຜ່ານການຢ້ຽມຢາມບໍລິສັດໃຫຍ່ເຕິນກ໋າງໄຊ່ງ່ອນ ໃນຄັ້ງນີ້ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າ ໄດ້ຊອກຮູ້ ແລະຖອດຖອນບົດຮຽນໃນການຄຸ້ມຄອງທ່າກຳປັ່ນ, ບໍລິຫານຂຸດຄົ້ນທ່າກໍາປັ່ນ ແລະບໍລິການໂລຢິກສະຕິກ, ປະກອບສ່ວນພັດທະນາການນຳເຂົ້າ ແລະສົ່ງອອກສິນຄ້າໃຫ້ຫຼາຍກວ່າອີກ. ເພື່ອບັນລຸສິ່ງດັ່ງກ່າວ ພວກຂ້າພະເຈົ້າຫວັງວ່າ ລັດຖະບານ ແລະກະຊວງປ້ອງກັນປະເທດຫວຽດນາມ ຈະເອົາໃຈໃສ່, ຕິດຕາມ, ຊີ້ນຳເນື້ອໃນການຮ່ວມມື ເພື່ອບັນລຸປະສິດທິຜົນ, ເປັນຕົ້ນແມ່ນການຂຸດຄົ້ນທ່າກຳປັ່ນຫວູງອ໊າງ ລາວ-ຫວຽດນາມ ລະຫວ່າງລັດຖະບານລາວ ແລະ ຫວຽດນາມ ໄດ້ຄຳໝັ້ນສັນຍາຢ່າງມີປະສິດທິຜົນ”.
ຂ້າງລຸ່ມນີ້ແມ່ນບາງຮູບພາບນາຍົກລັດຖະມົນຕີລາວ ຢ້ຽມຢາມ ແລະເຮັດວຽກຢູ່ບໍລິສັດໃຫຍ່ເຕິນກ໋າງໄຊ່ງ່ອນ
    |
 |
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ພ້ອມດ້ວຍຄະນະປະຕິບັດງານຢ້ຽມຊົມສູນບໍລິຫານການຜະລິດຢູ່ທ່າກຳປັ່ນ ເຕິນກ໋າງ-ກາດລ໊າຍ. ພາບ: qdnd.vn |
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
    |
 |
ການນໍາບໍລິສັດໃຫຍ່ເຕິນກ໋າງໄຊ່ງ່ອນ ມອບຊໍ່ດອກໄມ້ ແລະຂອງຂວັນທີ່ລະນຶກໃຫ້ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: qdnd.vn |
    |
 |
ຄະນະຜູ້ແທນສອງປະເທດ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ໂດຍ: ກວຽດເຕິມ