ທີ່ກອງປະຊຸມ, ທ່ານພົນຕີ ໂຮ່ກວາງຕ໊ວນ, ຫົວໜ້າກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ໄດ້ລາຍງານຢ່າງຈະແຈ້ງວ່າ ປີ 2024, ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ໄດ້ເປັນເຈົ້າການສົມທົບກັບບັນດາອົງການ, ກົມກອງຜັນຂະຫຍາຍຢ່າງຄົບຊຸດ, ປະຕິບັດສຳເລັດຮອບດ້ານ 11 ກຸ່ມໜ້າທີ່ຕາມຄໍາຊີ້ນໍາຂອງລັດຖະມົນຕີກະຊວງປ້ອງກັນປະເທດໃຫ້ສໍາເລັດ.
    |
 |
ທ່ານພົນເອກ ຟານວັນຢາງ ເປັນປະທານກອງປະຊຸມ. ພາບ: ຝູເຊີນ |
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ຝູເຊີນ |
ສະຫຼຸບກອງປະຊຸມ, ທ່ານພົນເອກ ຟານວັນຢາງ ຊົມເຊີຍກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ໄດ້ກະກຽມບົດລາຍງານ, ເອກະສານຢ່າງລອບຄອບຖີ່ຖ້ວນ, ຮັບໃຊ້ການເຮັດວຽກຢ່າງລະອຽດ; ຮັບຮູ້ບັນດາໝາກຜົນພົ້ນເດັ່ນເຊິ່ງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ບັນລຸໄດ້ໃນປີ 2024.
    |
 |
ທ່ານພົນຕີ ໂຮ່ກວາງຕ໊ວນ, ຫົວໜ້າກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ລາຍງານທີ່ກອງປະຊຸມ. ພາບ: ຝູເຊີນ |
ທ່ານພົນເອກ ຟານວັນຢາງ ເຫັນດີຕໍ່ບັນດາໜ້າທີ່ວາງອອກໃນປີ 2025 ຂອງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ, ເຫັນດີຕໍ່ກັບບັນດາຄໍາຄິດເຫັນຂອງຜູ້ແທນທີ່ກອງປະຊຸມ ແລະຮຽກຮ້ອງໃຫ້ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ຕ້ອງຮັບເອົາຄໍາເຫັນປະກອບຢ່າງຄົບຖ້ວນເພື່ອສືບຕໍ່ປັບປຸງໃຫ້ສໍາເລັດ, ເພີ່ມເຕີມນໍາເອົາເຂົ້າໃນແຜນການປະຕິບັດໜ້າທີ່ປີ 2025, ພ້ອມທັງຕ້ອງແກ້ໄຂຂໍ້ຈໍາກັດ, ຂໍ້ຄົງຄ້າງຂອງປີ 2024 ໃຫ້ເຖິງຖອງ.
    |
 |
ທ່ານພົນໂທ ຟ້າມຮວ່າຍນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຝູເຊີນ |
ທ່ານລັດຖະມົນຕີ ຟານວັນຢາງ ໃສ່ໃຈວ່າ ເລື່ອງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນຂົງເຂດອຸດສາຫະກໍາປ້ອງກັນຊາດແມ່ນມີຄວາມສໍາຄັນຍິ່ງ, ພິເສດແມ່ນຜ່ານງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024 ໄດ້ຢືນຢັນສິ່ງເຫຼົ່ານີ້ຢ່າງຈະແຈ້ງ. ຍ້ອນເຫດນັ້ນ ໃນການວາງສະແດງຄັ້ງຕໍ່ໄປ, ທາງກົມໃຫຍ່ຕ້ອງເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ກວ່າອີກ ເພື່ອເປັນເສນາທິການ, ຈັດຕັ້ງງານວາງສະແດງໃຫ້ສໍາເລັດກວ່າອີກ. ຄົ້ນຄວ້າເພີ່ມເຕີມໜ້າທີ່ ເຊິ່ງຄະນະພັກການທະຫານສູນກາງມອບໝາຍໃຫ້, ສ້າງແຜນການຢ່າງລະອຽດ, ປຸກລະດົມບັນດາແຫຼ່ງກໍາລັງ, ຄົ້ນຄວ້າຜະລິດອາວຸດຍຸດໂທປະກອນໃໝ່, ທັນສະໄໝປະເພດຕ່າງໆ; ສັບຊ້ອນວິສາຫະກິດຄືນໃໝ່ ເພື່ອເຄື່ອນໄຫວໃຫ້ມີປະສິດທິຜົນ.
ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ຕ້ອງສ້າງແຜນການລະອຽດ, ຍູ້ໄວຄວາມຄືບໜ້າ, ຮັບປະກັນປະຕິບັດບັນດາຜະລິດຕະພັນອາວຸດ, ຍຸດໂທປະກອນເຕັກນິກທັງໝົດໃຫ້ສໍາເລັດ ເພື່ອຮັບໃຊ້ການເດີນສວນສະໜາມ, ແຫ່ຂະບວນໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ 80 ປີແຫ່ງວັນຊາດ ສສ ຫວຽດນາມ. ເອົາໃຈໃສ່ຍູ້ແຮງການຮ່ວມມືທັງພາຍໃນ ແລະນອກກອງທັບເພື່ອດຶງດູດຜູ້ມີຄວາມຮູ້ຄວາມສາມາດ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນ, ເພີ່ມປະສິດທິຜົນ, ສະມັດຕະພາບການເຄື່ອນໄຫວຜະລິດດໍາເນີນທຸລະກິດ.
ຄຽງຂ້າງນັ້ນ, ຕ້ອງປະຕິບັດວຽກງານພັກ, ວຽກງານການເມືອງ, ຮັກສາຄວາມສາມັກຄີ, ເຫັນດີເປັນເອກະພາບພາຍໃນ, ປະຕິບັດລະບຽບວິໄນ, ກໍ່ສ້າງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ໃຫ້ໝັ້ນຄົງເຂ້ັມແຂງເປັນຢ່າງດີ.
ໂດຍ: ໄຊນີດາ