    |
 |
ການນໍາເຫຼົ່າຮົບປືນໃຫຍ່ ແລະກອງພົນນ້ອຍ 490 ຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: qdnd.vn |
ປີ 2024, ເຫຼົ່າຮົບປືນໃຫຍ່ ໄດ້ປະຕິບັດສຳເລັດຫົວຂໍ້ວຽກງານຂອງປີ “ປີປັບປຸງກົງຈັກການຈັດຕັ້ງກໍາລັງໃຫ້ກະທັດຮັດ, ເຂັ້ມແຂງໂດຍພື້ນຖານ”; ທາງເຫຼົ່າຮົບໄດ້ຊັບຊ້ອນ ແລະຈັດຕັ້ງອົງການພະລາທິການ, ອົງການເຕັກນິກທຸກຂັ້ນຂືນໃໝ່ເປັນອົງການພະລາທິການ-ເຕັກນິກ. ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ກວດກາຄືນ ແລະປັບປຸງລະບົບເອກະສານການສູ້ຮົບໃຫ້ສົມບູນແບບ; ຈັດຕັ້ງການຝຶກແອບແຜນການຕ່າງໆ ເພື່ອຮັບປະກັນຄວາມປອດໄພໃຫ້ກົມກອງ, ເປັນຕົ້ນແມ່ນໃນວັນບຸນ, ບຸນເຕັດ ແລະເຫດການສຳຄັນຂອງປະເທດຊາດ ແລະກອງທັບ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍຄະນະປະຕິບັດງານ ຖ່າຍຮູບເປັນທີ່ລະນຶກກັບການນໍາ, ຜູ້ບັນຊາການເຫຼົ່າຮົບປືນໃຫຍ່ ແລະກອງພົນນ້ອຍ 490. ພາບ: qdnd.vn |
ປະຕິບັດວຽກງານກະກຽມ ແລະປະຕິບັດການຝຶກແອບຕາມໂຄງການທີ່ກໍານົດໄວ້ເປັນຢ່າງດີ. ປະຕິບັດສຳເລັດໜ້າທີ່ຍິງປືນໃຫຍ່ ເປັນ 6 ຄັ້ງ ໃນການຕ້ອນຮັບແຂກສາກົນ ແລະພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ ແລະໄດ້ຮັບການຍ້ອງຍໍຊົມເຊີຍ ຈາກການນໍາກະຊວງປ້ອງກັນປະເທດ. ການຊ້ອມຮົບໃນປີທີ່ມີການຍິງລູກປືນແທ້ຄັ້ງຕ່າງໆຂອງເຫຼົ່າຮົບລ້ວນແຕ່ປະສົບຜົນສຳເລັດຢ່າງດີເດັ່ນ ແລະຮັບປະກັນຄວາມປອດໄພຢ່າງເດັດຂາດ. ວຽກງານກໍ່ສ້າງກໍາລັງຫຼວງ, ຄຸ້ມຄອງລະບຽບວິໄນໄດ້ຮັກສາໄວ້ຢ່າງແໜ້ນແຟ້ນ. ສິ້ນສຸດປີປະຕິບັດງານ, ເຫຼົ່າຮົບໄດ້ຮັບການມອບທຸງແຂ່ງຂັນຈາກກະຊວງປ້ອງກັນປະເທດ, ອົງຄະນະພັກເຫຼົ່າຮົບປືນໃຫຍ່ ໄດ້ຮັບການຮັບຮອງວ່າແມ່ນອົງການຈັດຕັ້ງພັກປະຕິບັດສຳເລັດໜ້າທີ່ຢ່າງດີເດັ່ນ.
    |
 |
ທ່ານ ຫງວຽນຮົ່ງຟອງ, ຜູ້ບັນຊາການເຫຼົ່າຮົບປືນໃຫຍ່ ລາຍງານໂດຍສັງເຂັບຜົນແຫ່ງການປະຕິບັດໜ້າທີ່ຂອງເຫຼົ່າຮົບປືນໃຫຍ່. ພາບ: qdnd.vn |
ລົງຢ້ຽມຢາມ ແລະເຮັດວຽກ ທີ່ກອງພົນນ້ອຍລູກສອນໄຟ 490, ທ່ານ ໂຕເລິມ ສະແດງຄວາມປິຕິຊົມຊື່ນ ແລະສົ່ງຄຳຢື້ຢາມຖາມຂ່າວ ແລະພອນໄຊອັນປະເສີດມາຍັງບັນດາການນຳ, ຜູ້ບັນຊາການເຫຼົ່າຮົບປືນໃຫຍ່ ພ້ອມດ້ວຍພະນັກງານ, ນັກຮົບກອງພົນນ້ອຍ ລູກສອນໄຟ 490.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາວ່າ: ໃນຊຸມປີຜ່ານມາ, ກອງພົນນ້ອຍລູກສອນໄຟ 490 ໄດ້ຊາບຊຶມແນວທາງ, ທັດສະນະ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງເລິກເຊິ່ງ, ສ້າງຄວາມສາມັກຄີ, ເປັນເອກະພາບ, ຕັ້ງໜ້າ, ປະດິດຄິດສ້າງໃນການຈັດຕັ້ງປະຕິບັດໜ້າທີ່, ບັນລຸໄດ້ຜົນງານດີເດັ່ນໃນການຝຶກແອບ, ກຽມພ້ອມສູ້ຮົບ; ຄຸ້ມຄອງ, ເກັບຮັກສາ, ບໍາລຸງຮັກສາ, ຮັກສາ ແລະນຳໃຊ້ອາວຸດຍຸດໂທປະກອນເຕັກນິກເປັນຢ່າງດີ; ກໍ່ສ້າງຄ້າຍທະຫານຫຼວງ, ທັດສະນີຍະພາບສິ່ງແວດລ້ອມສົດໃສ - ສີຂຽວ - ສະອາດ - ສວຍງາມ; ເອົາໃຈໃສ່ເບິ່ງແຍງດູແລເຖິງການຮັບປະກັນຊີວິດການເປັນຢູ່ທີ່ດີໃຫ້ແກ່ທະຫານ; ຮັກສາສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນກັບຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນທ້ອງຖິ່ນ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ມອບຂອງຂວັນເປັນທີ່ລະນຶກ ໃຫ້ແກ່ເຫຼົ່າຮົບປືນໃຫຍ່. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງໃຫ້ເຫຼົ່າຮົບປືນໃຫຍ່ ແລະກອງພົນນ້ອຍ 490 ຍົກສູງຄຸນນະພາບສັງລວມ ແລະລະດັບຄວາມສາມາດກຽມພ້ອມສູ້ຮົບ ແລະສູ້ຮົບຂອງເຫຼົ່າຮົບປືນໃຫຍ່.
ທ່ານເລຂາທິການໃຫຍ່ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄະນະປະຈຳຄະນະພັກເຫຼົ່າຮົບປືນໃຫຍ່, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນທ້ອງຖິ່ນ, ກົມກອງອື່ນໆ, ເສີມຂະຫຍາຍກຳລັງແຮງພາຍໃນຢ່າງສຸດຂີດ, ບັນດາສະຫາຍຈະປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ສົມກັບຜົນງານ ແລະມູນເຊື້ອອັນສະຫງ່າລາສີ, ສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຄອງຄອຍຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ເຫຼົ່າຮົບປືນໃຫຍ່.
ໂດຍ: ທູຈາງ