ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ: ຫວຽດນາມ ຍືດໝັ້ນແນວທາງການທູດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນການທູດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ກຽມພ້ອມຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງໃນພາກພື້ນ ແລະຢູ່ໂລກ; ຕໍ່ສູ້ແກ້ໄຂທຸກການແກ່ງແຍ້ງ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ຫວຽດນາມ  ຢຶດໝັ້ນນະໂຍບາຍປ້ອງກັນຊາດ “ສີ່ບໍ”. ກ່ຽວກັບບັນຫາທະເລຕາເວັນອອກຕ້ອງປະຕິບັດຕາມປະເພນີ ແລະກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982), ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະສົ່ງເສີມສິ້ນສຸດການເຈລະຈາ, ລົງນາມກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິພາບໂດຍໄວ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ Kano Koji ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ຈັດມືຫຼັງລົງນາມໃນບົດບັນທຶກການເຈລະຈາ. ພາບ: ກ່ຽວຈິງ

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Kano Koji ເນັ້ນໜັກເຖິງຄວາມສໍາຄັນຂອງການພົວພັນຫວຽດນາມ-ຍີ່ປຸ່ນ ເວົ້າລວມ ແລະການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເວົ້າສະເພາະ.

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ນັບແຕ່ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ຍີ່ປຸ່ນ ຄັ້ງທີ 10 ມາຮອດປະຈຸບັນ, ການນໍາຂັ້ນສູງກະຊວງປ້ອງກັນປະເທດສອງປະເທດໄດ້ເອົາໃຈໃສ່ຊີ້ນໍາການພົວພັນດ້ານປ້ອງກັນຊາດຫວຽດນາມ - ຍີ່ປຸ່ນ ແລະບັນລຸໄດ້ໝາກຜົນແທດຈິງ; ສົມທົບກັນ, ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍໂດຍກະຊວງປ້ອງກັນປະເທດແຕ່ລະປະເທດຈັດຕັ້ງກໍ່ຄືສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍສາກົນ...

ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເຊີນຮອງລັດຖະມົນຕີ  Kano Koji ມາຫວຽດນາມ ເຂົ້າຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ຍີ່ປຸ່ນ ຄັ້ງທີ 12.

ສິ້ນສຸດການເຈລະຈາ, ຫົວໜ້າສອງຄະນະໄດ້ລົງນາມໃນບົດບັນທຶກການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ຍີ່ປຸ່ນ ຄັ້ງທີ 11.

ໂດຍ: ໄຊນີດາ