ຕາມບົດລາຍງານຕີລາຄາໝາກຜົນການປະຕິບັດໂຄງການສົມທົບການເຄື່ອນໄຫວວິທະຍາສາດ ແລະເຕັກໂນໂລຢີລະຫວ່າງກະຊວງປ້ອງກັນປະເທດ ກັບກະຊວງວິທະຍາສາດ ແລະເຕັກໂນໂລຢີຂອງຫວຽດນາມ, ໃນໄລຍະຜ່ານມາ, ຈາກການຜັນຂະຫຍາຍໂຄງການ, ແຜນຮ່າງ, ຫົວເລື່ອງ, ໜ້າທີ່ວິທະຍາສາດ ແລະເຕັກໂນໂລຢີລະດັບຊາດ, ລະດັບກະຊວງປ້ອງກັນປະເທດ, ກອງທຶນພັດທະນາວິທະຍາສາດ ແລະເຕັກໂນໂລຢີ..., ບັນດາກົມກອງຂອງກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າຂອງເຕັກໂນໂລຢີຫຼັກ;  ປະກາດບົດຂຽນຫຼາຍບົດ, ກິດຈະກຳວິທະຍາສາດໃນວາລະສານ, ກອງປະຊຸມພາຍໃນປະເທດ ແລະສາກົນ; ບໍາລຸງສ້າງປະລິນຍາເອກ, ປະລິນຍາໂທຫຼາຍຮ້ອຍຄົນ.

leftcenterrightdel
ພາບປະກອບຄັດຈາກ: qdnd.vn

ພິເສດ, ມີຫຼາຍການປະດິດສ້າງຂອງບັນດາກົມກອງກອງທັບໄດ້ຮັບສິດທິບັດຢູ່ຫວຽດນາມ ແລະຕ່າງປະເທດ, ລະອຽດ, ຄື: ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ລົງທະບຽນ 108 ສິດທິບັດພາຍໃນປະເທດ, 32 ສິດທິບັດຢູ່ອາເມລິກາ, ໄດ້ຮັບ 19 ສິດທິບັດຜູກຂາດຢູ່ຫວຽດນາມ, 9 ສິດທິບັດຜູກຂາດຢູ່ອາເມລິກາ; ວິທະຍາຄານເຕັກນິກການທະຫານໄດ້ລົງທະບຽນ 10 ສິດທິບັດຢູ່ພາຍໃນປະເທດ, ໄດ້ປະກາດຢູ່ໃນວາລະສານ, ກອງປະຊຸມສໍາມະນາເກືອບ 300 ສິດທິບັດ... ນອກຈາກນັ້ນ, ບັນດາກົມກອງ, ຄື: ວິທະຍາຄານການທະຫານ, ສະຖາບັນວິທະຍາສາດ ແລະເຕັກໂນໂລຢີການທະຫານ, ສູນເຂດຮ້ອນຫວຽດນາມ-ລັດເຊຍ, ໂຮງໝໍສູນກາງກອງທັບ 108, ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ... ກໍ່ໄດ້ລົງທະບຽນຫຼາຍສິດທິບັດ, ປະກາດບົດຂຽນຫຼາຍຮ້ອຍບົດ, ກິດຈະກຳວິທະຍາສາດໃນວາລະສານວິທະຍາສາດທີ່ມີອິດທິພົນຊື່ສຽງຢູ່ພາຍໃນ ແລະສາກົນ. ໝາກຜົນດັ່ງກ່າວໄດ້ປະກອບສ່ວນຢັ້ງຢືນຄວາມສາມາດຂອງຖັນແຖວພະນັກງານວິທະຍາສາດ ແລະເຕັກໂນໂລຢີໃນກອງທັບ, ພ້ອມທັງຊ່ວຍເພີ່ມກາລະໂອກາດເພື່ອແລກປ່ຽນ ແລະຮ່ວມມືກັບຄູ່ຮ່ວມມືທີ່ມີທ່າແຮງດ້ານວິທະຍາສາດ ແລະເຕັກໂນໂລຢີໃນໂລກ...

ໂດຍ: ເຈິ່ນຮວ່ຽນ