ທີ່ກອງພັນນ້ອຍ 490 ເຫຼົ່າຮົບປືນໃຫຍ່, ທ່ານພົນເອກ ຟານວັນຢາງ ໄດ້ອອກຄໍາສັ່ງກຽມພ້ອມສູ້ຮົບກອງປືນລູກສອນໄຟຂອງກົມກອງ;... ວຽກງານປ້ອງກັນ, ຕ້ານໄຟໄໝ້, ລະເບີດແຕກຢູ່ເຂດເຕັກນິກ.

leftcenterrightdel
 

leftcenterrightdel
 

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະຄະນະປະຕິບັດງານກວດກາພາຫະນະກຽມພ້ອມສູ້ຮົບຢູ່ກອງພັນນ້ອຍ 490. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ໄດ້ຊີ້ແຈ້ງບັນດາຈຸດດີ ແລະດ້ານຈໍາກັດໃນບັນດາຂັ້ນຕອນຜັນຂະຫຍາຍກໍາລັງ, ອາວຸດ, ຍຸດໂທປະກອນຂອງແຕ່ລະທີ່ຕັ້ງ; ພ້ອມທັງຮຽກຮ້ອງກອງພັນນ້ອຍ 490 ເວົ້າສະເພາະ, ເຫຼົ່າຮົບປືນໃຫຍ່ເວົ້າລວມ ຕ້ອງສືບຕໍ່ເອົາໃຈໃສ່ກວ່າອີກເຖິງວຽກງານຝຶກແອບ, ເພີ່ມທະວີການບໍາລຸງສ້າງພະນັກງານທຸກຂັ້ນກ່ຽວກັບທິດທາງ, ກິລິຍາທ່າທາງບັນຊາ, ປັບປຸງກົດບັງຄັບ, ອິລິຍະບົດໃຫ້ແຕ່ລະເລກ, ແຕ່ລະພາກສ່ວນ; ຝຶກແອບພະນັກງານ, ຮັບປະກັນແບບແຜນຫຼວງ, ພິທີການເປັນຢ່າງດີ.

ຮັກສາລະບອບເວນຍາມກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ກວດກາ, ດັດປັບ, ເພີ່ມເຕີມລະບົບເອກະສານສູ້ຮົບທຸກຂັ້ນເປັນປະຈໍາ; ເພີ່ມທະວີຈັດຕັ້ງການຝຶກແອບວິທີການຮັບປະກັນຄວາມປອດໄພຢູ່ກົມກອງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ສະຫຼຸດການກວດກາ. ພາບ: qdnd.vn

ສະຫຼຸບການກວດກາ, ທ່ານພົນເອກ ຟານວັນຢາງ ຍ້ອງຍໍຊົມເຊີຍກອງພັນນ້ອຍ 490 ໄດ້ມີຄວາມມານະພະຍາຍາມໃນວຽກງານຝຶກແອບ, ກຽມພ້ອມສູ້ຮົບ, ຕອບສະໜອງຄວາມຮຽກຮ້ອງ, ໜ້າທີ່; ພ້ອມທັງຮຽກຮ້ອງກອງພັນນ້ອຍສືບຕໍ່ກໍາແໜ້ນສະພາບປືນໃຫຍ່ໃນທົ່ວກອງທັບ, ເປັນເຈົ້າການເສນາທິການ, ສະເໜີກັບກະຊວງປ້ອງກັນປະເທດກ່ຽວກັບການນໍາໃຊ້ປືນໃຫຍ່ໃນບັນດາທິດທາງຍຸດທະສາດ; ຊີ້ນໍາທະຫານປືນໃຫຍ່ທົ່ວກອງທັບຍົກສູງຄຸນນະພາບຝຶກແອບວິຊາການ, ຄວາມສາມາດກຽມພ້ອມສູ້ຮົບ.

ເຫຼົ່າຮົບປືນໃຫຍ່ຕ້ອງສືບຕໍ່ຊາບຊຶມ, ປະຕິບັດຄໍາສັ່ງວຽກງານການທະຫານ, ການປ້ອງກັນຊາດປີ 2025 ຂອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຢ່າງເຂັ້ມງວດ; ຮັກສາລະບອບເວນຍາມກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ເພີ່ມທະວີຈັດຕັ້ງການຝຶກແອບແບບວິທີກຽມພ້ອມສູ້ຮົບ, ປ້ອງກັນ, ຕ້ານໄຟໄໝ້, ລະເບີດແຕກ, ປົກປັກຮັກສາຄວາມສະຫງົບ, ຄວາມປອດໄພໃນທົ່ວກົມກອງ.

ໂດຍ: ໄຊນີດາ