ທະຫານເຂດ 3 ປຸກລະດົມ “ບຸນເຕັດປູກຕົ້ນໄມ້ ຮູ້ບຸນຄຸນລຸງໂຮ່ ຕະຫຼອດໄປ”
ກປ.ອອນໄລ - ຕອນເຊົ້າວັນທີ 7 ກຸມພາ, ກອງບັນຊາການທະຫານເຂດ 3 ໄດ້ຮ່ວມກັບຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງນາມດິ້ງ ຈັດພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ຮູ້ບຸນຄຸນລຸງໂຮ່ ຕະຫຼອດໄປ” ປີ 2025 ແລະສະຫຼຸບໂຄງການປູກຕົ້ນໄມ້, ປູກປ່າ ໄລຍະ 2021-2025 ຂອງທະຫານເຂດ. ທ່ານພົນໂທ ຫວູຫາຍສານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາພິທີ.
    |
 |
ທ່ານພົນໂທ ຫວູຫາຍສານ ແລະບັນດາສະຫາຍການນໍາທະຫານເຂດ 3 ເຂົ້າຮ່ວມພິທີປຸກລະດົມບຸນເຕັດປູກຕົ້ນໄມ້ຢູ່ແຂວງນາມດິ້ງ. ພາບ: ຈູແອັງ. |
ໃນຊຸມປີຜ່ານມາ, ທະຫານເຂດ 3 ສາມາດປຸກລະດົມເງິນໄດ້ 6,2 ຕື້ດົ່ງຈາກແຫຼ່ງທຶນຂອງກົມກອງ ແລະແຫຼ່ງທຶນໃນສັງຄົມ; ລະດົມໄດ້ 60.000 ກວ່າວັນແຮງງານຂອງທະຫານ, ປູກໃໝ່ຕົ້ນໄມ້ປະເພດຕ່າງໆໄດ້ເກືອບ 1 ລ້ານຕົ້ນ; ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ, ຍົກສູງຊີວິດການເປັນຢູ່ໃຫ້ທະຫານ, ກໍ່ສ້າງອົງການ, ກົມກອງ, ທ້ອງຖິ່ນໃຫ້ມີສີຂຽວ, ສະອາດ, ສວຍງາມ.
    |
 |
ທ່ານພົນຈັດຕະວາ ຮ່າເຕິດດາດ, ຮອງຜູ້ບັນຊາການທະຫານເຂດ 3 ກ່າວຄໍາເຫັນທີ່ພິທີ. ພາບ: ຈູແອັງ. |
    |
 |
ການນໍາທະຫານເຂດ 3 ມອບໃບຍ້ອງຍໍໃຫ້ບຸກຄົນ ແລະກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນຂະບວນການປູກຕົ້ນໄມ້ໃນບໍລິເວນທະຫານເຂດ ໃນ 5 ປີຜ່ານມາ. ພາບ: ຈູແອັງ. |
ພາຍຫຼັງພິທີປຸກລະດົມ, ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 3 ພ້ອມກັບປະຊາຊົນທ້ອງຖິ່ນ ປູກຕົ້ນໄມ້ທຸກປະເພດໄດ້ເກືອບ 4.700 ຕົ້ນ ຢູ່ເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາ ວິຫານ ເຈິ່ນ - ວັດທາບ ຢູ່ນະຄອນນາມດິ້ງ, ແຂວງນາມດິ້ງ. ສະເພາະໃນປີ 2025, ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 3 ສູ້ຊົນປູກຕົ້ນໄມ້ທຸກປະເພດຕ່າງໆໃຫ້ໄດ້ 210.000 ຕົ້ນ, ປູກປ່າໃໝ່ໄດ້ 65 ກວ່າແຮັກຕາ. ປີນີ້, ບັນດາອົງການ, ກົມກອງເຂົ້າຮ່ວມການປູກຕົ້ນໄມ້ກໍານົດວ່າຕ້ອງດູແລ, ຄຸ້ມຄອງຈົນຕົ້ນໄມ້ເຕີບໃຫຍ່ຂະຫຍາຍຕົວແລ້ວຈຶ່ງມອບໃຫ້ ທ້ອງຖິ່ນ ແລະຄິດໄລ່ຜົນງານ.
    |
 |
ທ່ານພົນໂທ ຫວູຫາຍສານ ພ້ອມກັບບັນດາສະຫາຍການນໍາທະຫານເຂດ 3 ແລະແຂວງນາມດິ້ງ ເຂົ້າຮ່ວມການປູກຕົ້ນໄມ້ພາຍຫຼັງພິທີປຸກລະດົມ. ພາບ: ຈູແອັງ. |
ທີ່ພິທີ, ກອງບັນຊາການທະຫານເຂດ 3 ໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ ແລະກົມກອງລວມໝູ່ ທີ່ມີຜົນງານດີເດັ່ນໃນຂະບວນການປູກຕົ້ນໄມ້, ປູກປ່າ ໄລຍະ 2021-2025.
ໂດຍ: ໄຊຊະນະ