ທີ່ການສົນທະນາ, ທ່ານພົນເອກ ຟານວັນຢາງ ໄດ້ຊົມເຊີຍທ່ານ Pete Hegseth ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທ່ີມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ຍາມໃດກໍຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນຍຸດທະສາດແຖວໜ້າ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ທີ່ການສົນທະນາທາງໄກກັບທ່ານ Pete Hegseth ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໃນໄລຍະຜ່ານມາ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ສອດຄ່ອງກັບການພົວພັນລວມລະຫວ່າງສອງປະເທດ, ກໍຄືຜົນການຢ້ຽມຢາມອາເມລິກາ ຢ່າງເປັນທາງການຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເມື່ອເດືອນກັນຍາ ປີ 2024.

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ໃນໄລຍະຜ່ານມາ ແມ່ນຈຸດພົ້ນເດັ່ນໃນການພົວພັນດ້ານປ້ອງກັນຊາດສອງປະເທດ. ເລື່ອງອາເມລິກາ ສືບຕໍ່ໃຫ້ຄໍາໝັ້ນສັນຍາລະດົມແຫຼ່ງກໍາລັງກໍາຈັດມົນລະພິດດີໂອຊິນ ຢູ່ສະໜາມບິນບຽນຮວ່າ, ໜູນຊ່ວຍຄົນພິການ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ຊອກຫາ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຫວຽດນາມ, ກໍຄື ເລື່ອງສອງຝ່າຍຮ່ວມມືຊອກຫາອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ມີຄວາມໝາຍສໍາຄັນຍິ່ງ, ປະກອບສ່ວນມຸ່ງໄປເຖິງອະນາຄົດ.

leftcenterrightdel
ບັນຍາກາດການສົນທະນາທາງໄກ ຢູ່ ຮ່າໂນ້ຍ. ພາບ: qdnd.vn

ທີ່ການສົນທະນາ, ທ່ານພົນເອກ ຟານວັນຢາງ ສະແດງຄວາມປາດຖະໜາວ່າ ກະຊວງປ້ອງກັນປະເທດສອງປະເທດ ຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະກົນໄກປຶກສາຫາລື, ເຈລະຈາທີ່ມີໃນປັດຈຸບັນ, ສະເພາະໜ້າແມ່ນຈັດຕັ້ງກອງປະຊຸມປຶກສາຫາລືນະໂຍບາຍປ້ອງກັນຊາດ ຫວຽດນາມ-ອາເມລິກາ ຄັ້ງທີ 13 ຢູ່ຫວຽດນາມ ໂດຍໄວ. ປີ 2025 ແມ່ນປີທີ່ ຫວຽດນາມ ແລະອາເມລິກາ ສະເຫຼີມສະຫຼອງ 30 ປີແຫ່ງການຫັນການພົວພັນເປັນປົກກະຕິ (1995-2025), ທ່ານພົນເອກ ຟານວັນຢາງ ຫວັງວ່າ ກະຊວງປ້ອງກັນປະເທດສອງປະເທດ ຈະຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືທີ່ມີຄວາມໝາຍ, ປະກອບສ່ວນສ້າງຂີດໝາຍເຫດການອັນສໍາຄັນນີ້.

ສ່ວນທ່ານ Pete Hegseth ກໍສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ສົນທະນາກັບທ່ານພົນເອກ ຟານວັນຢາງ; ພ້ອມທັງຢັ້ງຢືນວ່າ ອໍານາດການປົກຄອງອາເມລິກາ Donald Trump ຖືເປັນສໍາຄັນ ແລະຕີລາຄາສູງຕໍ່ການພົວພັນຮ່ວມມືກັບຫວຽດນາມ; ຫວັງວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ-ອາເມລິກາ ເວົ້າລວມ ແລະການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ເວົ້າສະເພາະຢ່າງແຂງແຮງກວ່າອີກ, ໃນນັ້ນຈຸດສຸມແມ່ນການເຄື່ອນໄຫວຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ໂດຍ: ໄຊຊະນະ