ກວດກາຄືນວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນນາຍທະຫານໜຸ່ມສອງປະເທດຫວຽດນາມ - ຈີນ
ກປ.ອອນໄລ - ວັນທີ 6 ກຸມພາ, ທ່ານພັນເອກພິເສດ ຫງວຽນແທັງຫາຍ, ຮອງຫົວໜ້າກົມການເມືອງກອງບັນຊາການທະຫານຊາຍແດນ ພ້ອມກັບບັນດາອົງການເຈົ້າໜ້າທີ່ ຄືກົມການເມືອງທະຫານຊາຍແດນ, ກອງບັນຊາການທະຫານຊາຍແດນແຂວງລ້າງເຊີນ ໄດ້ລົງກວດກາວຽກງານກະກຽມ ໃຫ້ແກ່ການພົບ ປະແລກປ່ຽນນາຍທະຫານໜຸ່ມສອງປະເທດຫວຽດນາມ - ຈີນ ໃນບໍລິເວນແຂວງລ້າງເຊີນ.
ງານພົບປະແລກປ່ຽນນາຍທະຫານໜຸ່ມກອງທັບຫວຽດນາມ - ຈີນ ແມ່ນການເຄື່ອນໄຫວໃນຂອບເຂດໂຄງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 9. ຕາມແຜນການ, ກິດຈະກຳນີ້ຈະດຳເນີນໃນເດືອນ ມີນາ 2025, ດ້ວຍຫຼາຍກິດຈະກຳ.
    |
 |
ຄະນະປະຕິບັດງານກວດກາ ຢູ່ໂຮງແຮມເມືອງແທັງ ບ່ອນດຳເນີນການເຄື່ອນໄຫວໂອ້ລົມສົນທະນານາຍທະຫານໜຸ່ມ. ພາບ: ຫງອກເລີມ |
ການພົບປະແລກປ່ຽນນາຍທະຫານໜຸ່ມກອງທັບຫວຽດນາມ-ຈີນ ເພື່ອແນໃສ່ສ້າງໂອກາດໃຫ້ລຸ້ນໜຸ່ມຂອງກອງທັບສອງປະເທດພົບປະແລກປ່ຽນ, ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ, ພ້ອມກັນຫວນຄືນມູນເຊື້ອອັນສະຫງ່າລາສີ, ວິລະຊົນ, ສຸດຈິດສຸດໃຈຂອງສອງປະເທດຫວຽດນາມ - ຈີນ. ບົນພື້ນຖານນັ້ນ, ພ້ອມກັນຮ່ວມແຮງຮ່ວມໃຈປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະຮັດແໜ້ນສາຍພົວພັນສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະກອງທັບຂອງສອງປະເທດຕື່ມອີກ.
ພາຍຫຼັງລົງກວດກາ ແລະກວດກາຄືນທຸກດ້ານຂອງວຽກງານກະກຽມຢູ່ບັນດາສະຖານທີ່, ທ່ານພັນເອກພິເສດ ຫງວຽນແທັງຫາຍ ໄດ້ຊາບຊຶມ, ຮຽກຮ້ອງໃຫ້ບັນດາອົງການວິຊາສະເພາະ ສົມທົບກັນຢ່າງແໜ້ນແຟ້ນກັບແຕ່ລະກົມກອງ ຮັບໃຊ້ບັນດາການເຄື່ອນໄຫວໃນການພົບປະແລກປ່ຽນ, ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອຢ່າງສຸດຂີດ, ກວດກາຄືນຢ່າງຮີບດ່ວນ ແລະປະຕິບັດສໍາເລັດລາຍການທີ່ຕ້ອງໄດ້ເພີ່ມເຕີມ ເຊິ່ງຄະນະປະຕິບັດງານໄດ້ຊີ້ອອກ.
    |
 |
ຄະນະປະຕິບັດງານລົງກວດກາສູນຝຶກອົບຮົມ ແລະແຂ່ງຂັນກິລາກາຍະກໍາ ຂອງແຂວງລ້າງເຊີນ. ພາບ: ຫງອກເລີມ |
ທ່ານພັນເອກພິເສດ ຫງວຽນແທັງຫາຍ ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງ ປະຕິບັດສໍາເລັດແຜນການ ແລະວຽກງານເພີ່ມເຕີມໂດຍໄວ, ຮັບປະກັນໃຫ້ການເຄື່ອນໄຫວພົບປະແລກປ່ຽນ ດຳເນີນໄປຖືກຕາມແຜນການ ແລະຄວາມຄືບໜ້າທີ່ໄດ້ອະນຸມັດຜ່ານ.
ເນັ້ນໜັກເຖິງຄວາມສຳຄັນຂອງການເຄື່ອນໄຫວນີ້, ທ່ານຮອງຫົວໜ້າກົມການເມືອງທະຫານຊາຍແດນ ຮຽກຮ້ອງ ໃຫ້ບັນດາກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງຄວນສືບຕໍ່ຍົກສູງຈິດໃຈຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າ, ສຸມໃສ່ຮັບປະກັນທຸກໜ້າທີ່ເປັນຢ່າງດີ ເຊິ່ງຄະນະປະຕິບັດງານ ໄດ້ຊີ້ອອກໃຫ້ດີທີ່ສຸດ; ພ້ອມກັນນັ້ນ, ຕັກເຕືອນບັນດາອົງການ, ກົມກອງຄວນກຳນົດວ່ານີ້ແມ່ນໜ້າທີ່ການເມືອງສຳຄັນ, ທາງກົມກອງຕ້ອງສ້າງແຜນການໃຫ້ລະອຽດ, ຜັນຂະຫຍາຍຢ່າງຄົບຊຸດ, ສົມທົບກັນຢ່າງແໜ້ນແຟ້ນ, ຮັບປະກັນການຈັດຕັ້ງໂຄງການໃຫ້ສຳເລັດຜົນ, ສ້າງຄວາມປະທັບໃຈອັນດີງາມ.
ໂດຍ: ທະນາພອນ