ເຂົ້າຮ່ວມການເຮັດວຽກມີບັນດາສະຫາຍ: ພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ພົນໂທ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ພົນຕີ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ຮວ່າງກວ໊ກແຄ໊ງ ເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງເຊີນລາ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ເຮັດວຽກກັບຄະນະປະຈໍາພັກແຂວງເຊີນລາ. ພາບ: qdnd.vn

ບົດລາຍງານຂອງຄະນະພັກແຂວງເຊີນລາ ທີ່ການເຮັດວຽກ ໄດ້ຢັ້ງຢືນວ່າ, ໃນໄລຍະຜ່ານມາ, ຄະນະພັກແຂວງເຊີນລາ ໄດ້ເອົາໃຈໃສ່ນໍາພາ, ຊີ້ນໍາເພີ່ມທະວີການໂຄສະນາຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະປະຊາຊົນທຸກຊັ້ນວັນນະ ກ່ຽວກັບທີ່ຕັ້ງຍຸດທະສາດອັນສໍາຄັນຍິ່ງຕໍ່ກັບຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ກໍ່ສ້າງທ່າຮົບທົ່ວປວງຊົນປ້ອງກັນຊາດ, ພື້ນຖານທົ່ວປວງຊົນປ້ອງກັນຊາຍແດນ ຕິດພັນກັບທ່າຮົບປ້ອງກັນຄວາມສະຫງົບປະຊາຊົນທີ່ໝັ້ນຄົງເຂັ້ມແຂງ ແລະເຂດປ້ອງກັນອັນໝັ້ນແກ່ນ ໄດ້ເປັນຢ່າງດີ, ໂດຍສະເພາະແມ່ນຢູ່ເສັ້ນຊາຍແດນ, ບັນດາບໍລິເວນຈຸດສຸມ; ສົມທົບຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດ, ຊີ້ນໍາບັນດາກໍາລັງຢ່າງຕັ້ງໜ້າ, ເປັນເຈົ້າການປະຕິບັດວຽກງານກະກຽມຈັດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ ໄດ້ເປັນຢ່າງດີ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ກັບບັນດາຜູ້ແທນ. ພາບ: qdnd.vn

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນເອກ ຟານວັນຢາງ ຂອບໃຈການນໍາ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນທີ່ໄດ້ພ້ອມກັບກອງທັບ ແລະບັນດາກົມກອງໃນບໍລິເວນ ໃນການປະສານສົມທົບກະກຽມໃຫ້ແກ່ການຈັດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ ໃຫ້ເປັນຢ່າງດີ. ທ່ານພົນເອກ ຟານວັນຢາງ ຕີລາຄາສູງຕໍ່ເລື່ອງອົງຄະນະພັກ, ອໍານາດການປົກຄອງ, ທະຫານ ແລະປະຊາຊົນບັນດາເຜົ່າແຂວງເຊີນລາ ໄດ້ແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາມສູ້ຊົນບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ. ເພື່ອປະຕິບັດສໍາເລັດບັນດາຄາດໝາຍພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນໃຫ້ເປັນຢ່າງດີ, ທ່ານພົນເອກ ຟານວັນຢາງ ສະເໜີຄະນະພັກແຂວງເຊີນລາ ເອົາໃຈໃສ່ນໍາພາ, ຊີ້ນໍາປະຕິບັດບາງເນື້ອໃນຈຸດສຸມໃຫ້ເປັນຢ່າງດີ. ກ່ອນອື່ນໝົດແມ່ນເອົາໃຈໃສ່ເປັນພິເສດຕໍ່ວຽກງານກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ; ຮັກສາຫຼັກການນໍາພາ, ກໍ່ສ້າງຄວາມສາມັກຄີ, ເປັນເອກະພາບສູງໃນອົງຄະນະພັກ, ຮັກສາຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ, ຕໍ່ອໍານາດການປົກຄອງ; ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້; ສຸມໃສ່ບໍລິເວນທີ່ຢູ່ເຂດຫ່າງໄກສອກຫຼີກ, ຈຸດສຸມກ່ຽວກັບການປ້ອງກັນຊາດ, ບ່ອນທີ່ຫາກໍ່ໄດ້ຮັບການຈັດສັນ, ປັບປຸງຄືນໃໝ່ຢູ່ໃນແຂວງ.

ພ້ອມກັນນັ້ນ, ສືບຕໍ່ຜັນຂະຫຍາຍມະຕິເລກທີ 11-NQ/TW ລົງວັນທີ 10 ກຸມພາ 2022 ຂອງກົມການເມືອງ ກ່ຽວກັບທິດທາງພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດພູດອຍພາກເໜືອ ຮອດປີ 2030, ວິໄສທັດຮອດປີ 2045 ໃຫ້ມີປະສິດທິຜົນ; ຖືເປັນສໍາຄັນຕໍ່ການເພີ່ມທະວີກໍາລັງບົ່ມຊ້ອນທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບປ້ອງກັນຄວາມສະຫງົບປະຊາຊົນໃຫ້ໝັ້ນແກ່ນ; ເອົາໃຈໃສ່ກໍ່ສ້າງກໍາລັງປະກອບອາວຸດແຂວງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ກຽມພ້ອມສູ້ຮົບສູງ, ມີກໍາລັງຢ່າງພຽງພໍ ເພື່ອຮັບມືກັບບັນດາກໍລະນີຕ່າງໆຢ່າງທັນການ ແລະມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ; ສົມທົບຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ-ສັງຄົມກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງສະພາບແວດລ້ອມຢ່າງມີສະຖຽນລະພາບ, ອໍານວຍຄວາມສະດວກ ເພື່ອພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ; ໃກ້ຊິດຕິດແທດກັບຮາກຖານຢ່າງເປັນປະຈໍາ, ກໍາແໜ້ນສະພາບການ, ແກ້ໄຂທຸກການເຄື່ອນໄຫວຂອງບັນດາອິດທິກໍາລັງປໍລະປັກຢ່າງທັນການ ແລະມີປະສິດທິຜົນ; ເປັນເຈົ້າການຮ່ວມມື, ຮ່ວມສຳພັນເຂດ; ປະຕິບັດວຽກງານພົວພັນຕ່າງປະເທດໃຫ້ດີກວ່າເກົ່າ, ໂດຍສະເພາະແມ່ນກັບລາວ, ກໍ່ສ້າງເຂດຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ; ບໍ່ໃຫ້ບັນດາອິດທິກໍາລັງປໍລະປັກສວຍໃຊ້, ຍຸແຫຍ່ແບ່ງແຍກການພົວພັນ ຫວຽດນາມ-ລາວ.

ໂດຍ: ໄຊຊະນະ