leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ວັນຈ້ຽນ

ທີ່ກອງປະຊຸມ, ທ່ານພົນໂທ ຟຸ່ງສີເຕິ໊ນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການໂລກ, ພາກພື້ນທີ່ກ່ຽວຂ້ອງເຖິງໜ້າທີ່ການທະຫານ, ການປ້ອງກັນຊາດ, ວຽກງານປະຕິບັດລະບຽບວິໄນ, ກົດໝາຍໃນກອງທັບໃນໄລຍະຜ່ານມາ. ກົມກົດໝາຍ, ກະຊວງປ້ອງກັນປະເທດ ໄດ້ລາຍງານໂດຍສັງເຂບກ່ຽວກັບວາລະເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 8 ແລະຮ່າງກົດໝາຍທີ່ສະພາແຫ່ງຊາດ ໄດ້ພິຈາລະນາ, ປະກອບຄຳເຫັນ ຫຼື ຮັບຮອງເອົາທີ່ກອງປະຊຸມ; ໝາກຜົນ, ຄວາມຄືບໜ້າໃນການຜັນຂະຫຍາຍຮ່າງກົດໝາຍ ໂດຍກະຊວງປ້ອງກັນປະເທດ ຮຽບຮຽງ, ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ປະກອບຄຳເຫັນ ແລະຮັບຮອງເອົາປີ 2024; ບັນດາຮ່າງກົດໝາຍທີ່ ກະຊວງປ້ອງກັນປະເທດ ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງເອົາເອກະສານສະເໜີ,  ຮຽບຮຽງປີ 2025; ຮ່າງກົດໝາຍທີ່ກ່ຽວຂ້ອງເຖິງການທະຫານ, ການປ້ອງກັນຊາດ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄຳເຫັນຊີ້ນຳກອງປະຊຸມ. ພາບ: ວັນຈ້ຽນ

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານພົນເອກ ຟານວັນຢາງ ໄດ້ສັງລວມ, ເນັ້ນໜັກເຖິງບາງເນື້ອໃນຈຸດສຸມທີ່ກອງປະຊຸມ; ຮຽກຮ້ອງບັນດາສະຫາຍສະມາຊິກສະພາແຫ່ງຊາດ ທີ່ພວມປະຕິບັດງານໃນກອງທັບ ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ຄົ້ນຄວ້າເນື້ອໃນບັນດາຮ່າງກົດໝາຍ, ຮ່າງມະຕິ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ທີ່ກອງປະຊຸມຄັ້ງນີ້; ປະກອບຄຳເຫັນທີ່ແທດຈິງ, ມີຄຸນນະພາບສູງຕໍ່ຮ່າງກົດໝາຍ ແລະມະຕິຂອງສະພາແຫ່ງຊາດ. ທ່ານພົນເອກ ຟານວັນຢາງ ໃສ່ໃຈວ່າບັນດາສະຫາຍສະມາຊິກສະພາແຫ່ງຊາດ ທີ່ພວມປະຕິບັດງານໃນກອງທັບ ເມື່ອເຂົ້າຮ່ວມກອງປະຊຸມຕ້ອງເປັນແບບຢ່າງ, ປະຕິບັດຂໍ້ກຳນົດຂອງສະພາແຫ່ງຊາດຢ່າງເຂັ້ມງວດ, ຮັບປະກັນຄວາມລັບດ້ານການທະຫານ, ເສີມຂະຫຍາຍພູມປັນຍາ, ຄວາມຮັບຜິດຊອບສູງສຸດ, ປະກອບສ່ວນເຂົ້າໃນຜົນສໍາເລັດຂອງກອງປະຊຸມ.

ໂດຍ: ເຈິ່ນຮວ່ຽນ