ຕອນບ່າຍວັນທີ 20 ຕຸລາ, ຢູ່ສໍານັກງານປະທານປະເທດ, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ, ປະທານສະພາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປະກາດຂໍ້ຕົກລົງເລື່ອນຊັ້ນພົນໂທຂຶ້ນພົນເອກສຳລັບສະຫາຍ ເລືອງຕາມກວາງ, ກຳມະການກົມການເມືອງ, ເລຂາຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ແລະສະຫາຍ ຫງວຽນເຕີນເກືອງ, ກຳມະການສູນກາງພັກ, ກຳມະການຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ປະກາດຂໍ້ຕົກລົງເລື່ອນຊັ້ນພົນຕີຂຶ້ນພົນໂທສຳລັບສະຫາຍ ຫງວຽນຢວານແອັງ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ.

ຕາງໜ້າການນຳພັກ, ລັດ, ທ່ານ ໂຕເລີມ ຊົມເຊີຍ 3 ສະຫາຍ ແລະຢັ້ງຢືນວ່າ ເລື່ອງພັກ, ລັດ ເລື່ອນຊັ້ນພົນເອກ, ພົນໂທ ສຳລັບບັນດາສະຫາຍແມ່ນພິສູດໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ແລະປະຊາຊົນຕໍ່ກັບກຳລັງປະກອບອາວຸດປະຊາຊົນ. ນີ້ແມ່ນການຮັບຮູ້, ຕີລາຄາສູງຕໍ່ບັນດາການປະກອບສ່ວນສຳຄັນຂອງບັນດາສະຫາຍຕໍ່ກັບກິດຈະການສ້າງສາ ແລະພັດທະນາກອງທັບ, ຕຳຫຼວດກໍ່ຄືໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ. ບັນດາສະຫາຍໄດ້ເລື່ອນຊັ້ນໃນຄັ້ງນີ້ແມ່ນພະນັກງານນາຍທະຫານຜູ້ທີ່ດີເດັ່ນ, ໄດ້ພັກ, ລັດ, ປະຊາຊົນ ໄວ້ເນື້ອເຊື່ອໃຈ, ກຳລັງດຳລົງຕຳແໜ່ງສຳຄັນໃນກອງທັບ, ຕຳຫຼວດ. ວິວັດທະນາການປະຕິບັດງານ, ບັນດາສະຫາຍຍາດໄດ້ຫຼາຍວິລະກຳ, ຜົນສຳເລັດໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ ກໍ່ຄືປະຕິບັດພັນທະສາກົນ, ຮັບ ແລະສຳເລັດທຸກໜ້າທີ່ຢ່າງດີເດັ່ນ.

leftcenterrightdel
ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ມອບຊໍ່ດອກໄມ້ຊົມເຊີຍບັນດາສະຫາຍທີ່ໄດ້ເລື່ອນຊັ້ນ. ພາບ: ຕ໊ວນຮຸຍ

ທ່ານ ໂຕເລີມ ປາດຖະໜາຢາກ ແລະເຊື່ອໝັ້ນວ່າ ບັນດາສະຫາຍໄດ້ເລື່ອນຊັ້ນໃນມື້ນີ້ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນວິລະຊົນ, ຕຳຫຼວດປະຊາຊົນວິລະຊົນ, ຮັກສາຄຸນສົມບັດປະຕິວັດ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ກັບລັດ ແລະປະຊາຊົນ, ເຮັດວຽກຢ່າງສຸດຈິດສຸດໃຈ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ເພື່ອສົມກັບຜູ້ນຳທີ່ມີຄວາມເກັ່ງກ້າສາມາດ, ເປັນແບບຢ່າງ, ສຳເລັດທຸກໜ້າທີ່ທີ່ພັກ, ລັດ ແລະປະຊາຊົນມອບໝາຍໃຫ້.

leftcenterrightdel
ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ  ແລະການນຳກະຊວງປ້ອງກັນປະເທດພ້ອມກັບຜູ້ແທນອວຍພອນບັນດາສະຫາຍທີ່ໄດ້ເລື່ອນຊັ້ນ. ພາບ: ຕ໊ວນຮຸຍ

ກ່າວຄຳເຫັນທີ່ພິທີ, ຕາງໜ້າບັນດາສະຫາຍທີ່ໄດ້ເລື່ອນຊັ້ນ, ສະຫາຍພົນເອກ ເລືອງຕາມກວາງ ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ພິເສດຂອງພັກ, ລັດ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງສູນກາງ, ຄະນະພັກການທະຫານສູນກາງ, ຄະນະພັກຕຳຫຼວດສູນກາງ, ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນ, ພະນັກງານ, ນັກຮົບຮຸ່ນຕ່າງໆຂອງກອງທັບປະຊາຊົນ, ຕຳຫຼວດປະຊາຊົນ ຍາມໃດກໍ່ເອົາໃຈໃສ່, ຊ່ວຍເຫຼືອ ເພື່ອບັນດາສະຫາຍສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້. ຢັ້ງຢືນວ່າ ຍາມໃດກໍ່ຈົ່ງຮັກພັກດີຕໍ່ກັບປະເທດຊາດ, ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ເຮັດວຽກຢ່າງສຸດອົກສຸດໃຈເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ; ຮັກສາຄຸນນະທາດປະຕິວັດ, ສືບຕໍ່ພ້ອມກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດເປັນເຈົ້າການເປັນເສນາທິການໃຫ້ແກ່ພັກ, ລັດ ປະຕິບັດສອງໜ້າທີ່ຍຸດທະສາດແມ່ນສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ, ປົກປ້ອງພັກ, ລັດ ແລະປະຊາຊົນຢ່າງມີໄຊ...

ໂດຍ: ແສງເດືອນ