ທີ່ກອງປະຊຸມຂ່າວ, ຜູ້ຕາງໜ້າສະຖາບັນປະຫວັດສາດການທະຫານ ໄດ້ປະກາດໝາກຜົນວຽກງານກະກຽມໃຫ້ກອງປະຊຸມສໍາມະນາວິທະຍາສາດຂັ້ນກະຊວງປ້ອງກັນປະເທດ ເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ (30-10-1949 / 30-10-2024).

leftcenterrightdel
ບັນດາສະຫາຍເປັນປະທານກອງປະຊຸມຂ່າວ. ພາບ: ວັນຈ້ຽນ

ຕາມນັ້ນແລ້ວ, ຫົວຂໍ້ຂອງກອງປະຊຸມສໍາມະນາແມ່ນ “ທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ - ຄວາມໝາຍປະຫວັດສາດ ແລະບົດຮຽນທີ່ຖອດຖອນມາໄດ້”. ເນື້ອໃນຕົ້ນຕໍຂອງກອງປະຊຸມສໍາມະນາແມ່ນສຸມໃສ່ບັນດາບັນຫາ, ຄື: ທັດສະນະ, ແນວທາງສາກົນກຳມາຊີບທີ່ມີຕໍ່ການປະຕິວັດລາວ; ນ້ຳໃຈສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບບໍລິສຸດຜຸດຜ່ອງ, ສັດຊື່ບໍລິສຸດລະຫວ່າງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນການຕໍ່ສູ້ຕ້ານສັດຕູລວມ, ເພື່ອສັນຕິພາບ, ເອກະລາດຊົນຊາດ, ອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ຄວາມຜາສຸກຂອງປະຊາຊົນແຕ່ລະປະເທດ.

ພ້ອມກັນນັ້ນ, ກອງປະຊຸມສໍາມະນາຍັງສຸມໃສ່ການຊີ້ນຳນໍາພາທີ່ຖືກຕ້ອງ, ສະຫຼາດສ່ອງໃສຂອງສູນກາງພັກ, ໂດຍກົງແມ່ນຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ສໍາລັບທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ - ພາກສ່ວນໜຶ່ງຂອງກອງທັບປະຊາຊົນຫວຽດນາມຢູ່ລາວ; ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດໃຫ້ນັບມື້ນັບດີງາມ ແລະພັດທະນາຂຶ້ນສູ່ລະດັບສູງໃໝ່...

ຕາມແຜນການແລ້ວ, ກອງປະຊຸມສໍາມະນາ ຈະດຳເນີນໃນຕອນເຊົ້າວັນທີ 25 ຕຸລາ 2024 ຢູ່ຮ່າໂນ້ຍ.

ໂດຍ: ເຈິ່ນຮວ່ຽນ