leftcenterrightdel
ຄະນະປະຕິບັດງານ ຂໍ່ານັບທ່າກໍາປັ່ນ Surabaya. ພາບ: qdnd.vn
leftcenterrightdel
ກໍາປັ່ນ286 - ເລກຸ໊ຍດົນ ກະກຽມເຂົ້າທຽບທ່າກໍາປັ່ນ Surabaya. ພາບ: qdnd.vn
leftcenterrightdel
ຄະນະປະຕິບັດງານກໍາປັ່ນ 286 - ເລກຸ໊ຍດົນ ລົງກໍາປັ່ນ. ພາບ: qdnd.vn

ທ່ານພັນເອກ Muhammed Taufik ຮອງຜູ້ບັນຊາການສູ້ຮົບຖານທັບເຮືອ Surabaya ໄດ້ເປັນປະທານພິທີຕ້ອນຮັບຄະນະ. ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ເຊິ່ງທະຫານເຮືອອິນໂດເນເຊຍ ແລະທ່ານພັນເອກ Muhammed Taufi ເອງສະຫງວນໃຫ້ແກ່ຄະນະ, ທ່ານພັນເອກພິເສດ ຫງວຽນດິງຢ໋າງ ໃຫ້ຮູ້ວ່າ, ຕາມແຜນການແລ້ວ, ຄະນະປະຕິບັດງານກໍາປັ່ນ 286 - ເລກຸ໊ຍດົນ ຈະເຂົ້າຢ໊ຽມຂໍ່ານັບການນໍານະຄອນ Surabaya, ກອງເຮືອທີ 2 (ທະຫານເຮືອອິນໂດເນເຊຍ), ຖານທັບເຮືອ Surabaya, ວິທະຍາຄານທະຫານເຮືອອິນໂດເນເຊຍ; ຢ້ຽມຢາມກໍາປັ່ນ Bima Suci; ແຂ່ງຂັນບານເຕະ ແລະບານສົ່ງກັບນັກສໍາມະນາກອນ ວິທະຍາຄານທະຫານເຮືອອິນໂດເນເຊຍ. ທ່ານພັນເອກພິເສດ ຫງວຽນດິງຢ໋າງ ຢືນຢັນວ່າ, ການຢ້ຽມຢາມ ແລະພົບປະແລກປ່ຽນຄັ້ງນີ້ຈະປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ລະຫວ່າງກອງທັບປະຊາຊົນຫວຽດນາມ, ທະຫານເຮືອປະຊາຊົນຫວຽດນາມ ກັບກອງທັບ ແລະທະຫານເຮືອອິນໂດເນເຊຍ.

leftcenterrightdel
ທ່ານພັນເອກ Muhammed Taufik ຮອງຜູ້ບັນຊາການສູ້ຮົບຖານທັບເຮືອ Surabaya ກ່າວຄໍາເຫັນຍິນດີຕ້ອນຮັບຄະນະປະຕິບັດງານ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn
leftcenterrightdel
ທ່ານພັນເອກ Muhammed Taufik ພ້ອມດ້ວຍນາຍທະຫານເຮືອອິນໂດເນເຊຍ ຢ້ຽມຢາມກໍາປັ່ນ 286 - ເລກຸ໊ຍດົນ. ພາບ: qdnd.vn

ເດີນທາງຜ່ານໄລຍະທາງເກືອບ 1.300 ໄມທະເລ (ປະມານ 2.400 ກິໂລແມັດ), ກຳປັ່ນ 286 - ເລກຸ໊ຍດົນ ໄດ້ໄປຮອດປະເທດອິນໂດເນເຊຍ ຖືກຕາມແຜນການທີ່ໄດ້ວາງອອກ, ຮັບປະກັນຄວາມປອດໄພຢ່າງເດັດຂາດ. ໃນການເດີນທາງຢູ່ທະເລ, ຄະນະປະຕິບັດງານ ໄດ້ຈັດຕັ້ງການຝຶກຊ້ອມເດີນທະເລທາງໄກໃຫ້ນັກສໍາມະນາກອນປີສຸດທ້າຍ (ຊຸດທີ 65) ຂອງວິທະຍາຄານທະຫານເຮືອ; ຈັດຕັ້ງການເຄື່ອນໄຫວພົບປະ, ແລກປ່ຽນວິຊາການວິຊາສະເພາະ, ວັດທະນະທຳ, ສິລະປະ...

ໂດຍ: ທູຈາງ