ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ພັນເອກພິເສດ ໂງດິ່ງຊວຽນ ຮອງຜູ້ບັນຊາການທະຫານເຮືອເຂດ 4. ຄະນະຜູ້ແທນ ຟີລິບປິນ ນໍາໂດຍທ່ານ ພັນເອກ Enstein Calaoa ຮອງຜູ້ບັນຊາການທະຫານເຮືອພາກຕາເວັນຕົກ ຟີລິບປິນ.

leftcenterrightdel
ກໍາລັງທະຫານເຮືອສອງປະເທດຫວຽດນາມ ແລະຟີລິບປິນ ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານທີ່ລາຍການພົບປະແລກປ່ຽນ. ພາບ: ວັນຮ໊ຽວ

ກ່າວຄໍາເຫັນທີ່ການພົບປະແລກປ່ຽນ, ທ່ານພັນເອກພິເສດ ໂງດິ່ງຊວຽນ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນຮ່ວມມືລະຫວ່າງກອງທັບ ແລະທະຫານເຮືອສອງປະເທດມີຄວາມຄືບໜ້າທີ່ຕັ້ງໜ້າຫຼາຍຢ່າງ. ບົນພື້ນຖານບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການຮ່ວມມືສອງຝ່າຍ ແລະແບ່ງປັນຂໍ້ມູນຂ່າວສານລະຫວ່າງທະຫານເຮືອສອງປະເທດ, ສອງຝ່າຍ ໄດ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກລະດັບ; ຈັດຕັ້ງການປຶກສາລະຫວ່າງທະຫານເຮືອສອງຝ່າຍ, ການພົບປະແລກປ່ຽນມິດຕະພາບຢູ່ເກາະຊອງຕື້ໄຕ ແລະຊອງຕື້ດົງ; ຈັດກໍາປັ່ນໄປຢ້ຽມຢາມທ່າກໍາປັ່ນຂອງກັນ; ສະໜັບສະໜູນ ແລະເຂົ້າຮ່ວມບັນດາເຫດການຫຼາຍຝ່າຍສາກົນໂດຍແຕ່ລະຝ່າຍຈັດຕັ້ງ; ຮ່ວມມືກູ້ຊີບ-ກູ້ໄພຊາວປະມົງ... 

leftcenterrightdel
ກໍາລັງທະຫານເຮືອສອງປະເທດຫວຽດນາມ ແລະຟີລິບປິນ ເຂົ້າຮ່ວມການແຂ່ງຂັນກິລາມິດຕະພາບ. ພາບ: ວັນຮ໊ຽວ

ທ່ານພັນເອກພິເສດ ໂງດິ່ງຊວຽນ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຮັກສາການແບ່ງປັນຂໍ້ມູນຂ່າວສານກ່ຽວກັບການກ່າວເຕືອນໄພທໍາມະຊາດ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ຊອກຫາກູ້ໄພ, ມົນລະພິດສິ່ງແວດລ້ອມຢູ່ທະເລລະຫວ່າງເກາະ ຊອງຕື້ໄຕ ແລະຊອງຕື້ດົງ, ພ້ອມທັງເພີ່ມທະວີການສົມທົບກັນແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ທະເລ, ຮ່ວມມືຊອກຫາ, ກູ້ຊີບ - ກູ້ໄພຢູ່ທະເລ, ມີການປະພຶດຕໍ່ຊາວປະມົງຂອງແຕ່ລະປະເທດທີ່ປະສົບເຄາະຮ້າຍຢູ່ທະເລຢ່າງຍຸຕິທໍາ ແລະມະນຸດສະທໍາຕາມເນື້ອໃນຈິດໃຈຂອງບົດບັນທຶກລະຫວ່າງສອງປະເທດກ່ຽວກັບການສະກັດກັ້ນ ແລະຄຸ້ມຄອງອຸບັດຕິເຫດຢູ່ທະເລຕາເວັນອອກ ທີ່ໄດ້ລົງນາມ ເມື່ອເດືອນມັງກອນ ປີ 2024.

leftcenterrightdel
ສອງຄະນະ ຖ່າຍຮູບລວມ. ພາບ: ວັນຮ໊ຽວ

ສ່ວນທ່ານພັນເອກ Enstein Calaoa ຢັ້ງຢືນວ່າ ບັນດາການເຄື່ອນໄຫວພົບປະແລກປ່ຽນປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື່ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ແລະທະຫານເຮືອຟີລິບປິນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງການພົວພັນມິດຕະພາບລະຫວ່າງສອງປະເທດ ກໍຄື ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພຢູ່ເຂດທະເລຂອງແຕ່ລະປະເທດ ແລະພາກພື້ນ.

ໃນລາຍການພົບປະແລກປ່ຽນມິດຕະພາບ, ສອງຝ່າຍ ໄດ້ດໍາເນີນການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບການຊອກຫາກູ້ໄພ, ຄວາມໝັ້ນຄົງໃນການເດີນທະເລ, ກ່າວເຕືອນໄພພິບັດຢູ່ພາກພື້ນ; ຈັດຕັ້ງການແຂ່ງຂັນກິລາມິດຕະພາບ, ການພົບປະແລກປ່ຽນສິລະປະ-ວັດທະນະທໍາ ແລະອາຫານການກິນ.

ໂດຍ: ໄຊຊະນະ