ລະດົມທຸກກໍາລັງ ເພື່ອຊ່ວຍປະຊາຊົນ

ປີ 2025, ເຂດທາງທິດໃຕ້ພາກກາງ ໄດ້ປະເຊີນໜ້າກັບປະກົດການສະພາບອາກາດທີ່ຮ້າຍແຮງຢ່າງຕໍ່ເນື່ອງ, ພິເສດແມ່ນຝົນຕົກໜັກຄັ້ງປະຫວັດສາດທີ່ເກີດຂຶ້ນແຕ່ຄືນວັນທີ 14 ເຖິງວັນທີ 25 ພະຈິກ, ໄດ້ສົ່ງຜົນສະທ້ອນໂດຍກົງເຖິງບັນດາແຂວງ, ນະຄອນຈາກດ່ານັ້ງ ຈົນເຖິງແຄ໊ງຮວ່າ, ໜັກໜ່ວງທີ່ສຸດແມ່ນແຂວງຢາລາຍ, ດັກລັກ, ແຄ໊ງຮວ່າເຮັດໃຫ້ມີຜູ້ເສຍຊີວິດ ແລະຫາຍສາບສູນນັບຫຼາຍຮ້ອຍຄົນ; ເຮືອນຖືກພັງທະລາຍທັງໝົດ 1.500 ກວ່າຫຼັງ; ຫຼັງຄາຖືກພັດໄປ, ເປ່ເພ 1.000 ກວ່າຫຼັງ. ໂດຍຕອບສະໜອງຕາມຄໍາຮຽກຮ້ອງຂອງ ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບການປະຕິບັດ “ບັ້ນເຄື່ອນໄຫວກວາງຈູງ - ເລັ່ງດ່ວນກໍ່ສ້າງເຮືອນໃຫ້ພໍ່ແມ່ປະຊາຊົນຢູ່ເຂດຖືກໄພນໍ້າຖ້ວມ, ໃນຊຸມວັນທ້າຍເດືອນພະຈິກ, ຕົ້ນເດືອນທັນວາ ປີ 2025, ບັນດາອົງການ, ກົມກອງຂອງກອງທັບໃນບໍລິເວນທະຫານເຂດ 5 ໄດ້ລະດົມກໍາລັງ, ພາຫະນະ, ເຄື່ອນທັບລົງຮາກຖານ, ຮ່ວມແຮງຮ່ວມໃຈໜູນຊ່ວຍພໍ່ແມ່ປະຊາຊົນ ກໍ່ສ້າງຊີວິດໃຫ້ເປັນປົກກະຕິຄືນໃໝ່. ແຕ່ເຂດພູດອຍຈົນໄປຮອດເຂດທົ່ງພຽງ, ແຄມທະເລ, ໝູ່ເກາະທີ່ຢູ່ໃກ້ຝັ່ງ, ເຮືອນເຫຼົ່ານັ້ນທັງມີຄວາມສາມາດຕ້ານພາຍຸ, ທັງສາມາດຕ້ານນໍ້າຖ້ວມ ໄດ້ຮັບການລົງມືກໍ່ສ້າງຢ່າງຕໍ່ເນື່ອງໃນທ່າມກາງຄວາມດີໃຈ, ພາກພູມໃຈຂອງປະຊາຊົນ.

leftcenterrightdel
ທະຫານກອງພົນນ້ອຍຕີພິເສດທາງບົກ 198 (ເຫຼົ່າຮົບຕີພິເສດ) ກໍ່ສ້າງເຮືອນໃຫ້ພໍ່ແມ່ປະຊາຊົນບ້ານຝູຟອງ (ຕາແສງຮວ່າທິ້ງ, ແຂວງດັກລັກ). ພາບ: qdnd.vn

ລົງກວດກາ ແລະໃຫ້ກໍາລັງໃຈບັນດາກໍາລັງເຂົ້າຮ່ວມ “ບັ້ນເຄື່ອນໄຫວ ກວາງຈູງ” ໃນບໍລິເວນນະຄອນດ່ານັ້ງ ແລະບັນດາແຂວງກວ໋າງຫງາຍ, ຢາລາຍ, ດັກລັກ, ແຄ໊ງຮວ່າ, ທ່ານພົນຕີ ເລຫງອັກຫາຍ ຜູ້ບັນຊາການທະຫານເຂດ 5 ໄດ້ຮຽກຮ້ອງໃຫ້ການນໍາ, ຜູ້ບັນຊາການທຸກຂັ້ນຈັດຕັ້ງການບໍລິຫານໄປພ້ອມໆກັນ, ທັງສ້າງແຜນການ, ຜັນຂະຫຍາຍປະຕິບັດວຽກງານສໍາຫຼວດ, ຢັ້ງຢືນບັນດາຄອບຄົວທີ່ເຮືອນໄດ້ຮັບຄວາມເສຍຫາຍທີ່ຕ້ອງການຄວາມຊ່ວຍເຫຼືອ, ທັງຕັ້ງໜ້າກະກຽມກໍາລັງ, ພາຫະນະ ແລະນໍາພາກໍາລັງລົງຮາກຖານໃນໄລຍະເວລາໄວທີ່ສຸດ. ດ້ວຍທິດນໍາທີ່ວ່າ “ຊ່ວຍປະຊາຊົນແມ່ນຄໍາສັ່ງຈາກຫົວໃຈ” ແລະຄໍາຂວັນກະທໍາ “ເລັ່ງຄວາມໄວ, ເລັ່ງຄວາມໄວກວ່າອີກ”, ບັນດາກົມກອງຂອງກອງທັບໄດ້ຈັດສົ່ງກຸ່ມນາຍຊ່າງເກືອບ 2.000 ກຸ່ມ ໂດຍມີພະນັກງານ, ນັກຮົບເຂົ້າຮ່ວມການກໍ່ສ້າງເຮືອນຊ່ວຍປະຊາຊົນ ເກືອບ 20.000 ຄົນ.

leftcenterrightdel
ທະຫານກອງພົນນ້ອຍຕີພິເສດທາງບົກ 198 (ເຫຼົ່າຮົບຕີພິເສດ) ກໍ່ສ້າງເຮືອນໃຫ້ພໍ່ແມ່ປະຊາຊົນບ້ານຝູຟອງ (ຕາແສງຮວ່າທິ້ງ, ແຂວງດັກລັກ). ພາບ: qdnd.vn

ທ່ານພັນເອກພິເສດ ຫງວຽນເຢືອງກຽນ ຫົວໜ້າການທະຫານກອງພົນ 315 (ທະຫານເຂດ 5) ໃຫ້ຮູ້ວ່າ: “ວຽກງານຄັດເລືອກ, ບໍາລຸງສ້າງນາຍຊ່າງທີ່ມີສີມືແຮງງານ ເຂົ້າຮ່ວມ “ບັ້ນເຄື່ອນໄຫວ” ແມ່ນຄະນະພັກ, ຄະນະບັນຊາທຸກຂັ້ນ ໄດ້ເອົາໃຈໃສ່ເປັນພິເສດ. ໂດຍມີຄວາມເຂົ້າໃຈແຈ້ງຄວາມໝາຍ, ຄວາມສໍາຄັນຂອງ “ບັ້ນເຄື່ອນໄຫວ” ດັ່ງກ່າວ, ທະຫານຍາມໃດກໍຍົກສູງນໍ້າໃຈຮັບຜິດຊອບ, ການຕັດສິນໃຈກໍ່ສ້າງໃຫ້ສໍາເລັດກ່ອນເວລາ ເພື່ອໃຫ້ພໍ່ແມ່ປະຊາຊົນ ໄດ້ຕ້ອນຮັບບຸນເຕັດຢູ່ໃນເຮືອນຫຼັງໃໝ່. ຢູ່ສະຖານທີ່ກໍ່ສ້າງ, ບັນຍາກາດເຕັມໄປດ້ວຍການແຂ່ງຂັນຢ່າງກະຕືລືລົ້ນໃນມື້ໜຶ່ງແມ່ນເຮັດວຽກໜັກເປັນສອງເທົ່າ, ເຮັດໄປຮອດໃສໃຫ້ແໜ້ນໜາໄປຮອດຫັ້ນໂດຍທະຫານໄດ້ສະແດງອອກໃຫ້ເຫັນຢູ່ໃນແຕ່ລະຄໍາເວົ້າ, ແຕ່ລະໜ້າວຽກອັນລະອຽດ”.

ເຮືອນ ທີ່ເຕັມໄປດ້ວຍນໍ້າໃຈຂອງພັກ, ຂອງກອງທັບ

ທີ່ຜ່ານມາ, ທະຫານເຂດ 5 ແລະບັນດາກົມກອງໃນບໍລິເວນ ໄດ້ຈັດຕັ້ງພິທີເປີດການນໍາໃຊ້, ມອບ-ຮັບເຮືອນຈໍານວນ 200 ກວ່າຫຼັງໃຫ້ພໍ່ແມ່ປະຊາຊົນຢູ່ເຂດຖືກນໍ້າຖ້ວມ. ຄາດວ່າແຕ່ນີ້ຮອດວັນທີ 12 ມັງກອນ, ເຮືອນນັບພັນຫຼັງອື່ນອີກໃນ “ບັ້ນເຄື່ອນໄຫວກວາງຈູງ” ຈະສືບຕໍ່ໄດ້ມອບໃຫ້ບັນດາຄອບຄົວປະຊາຊົນທີ່ຖືກນ້ຳຖ້ວມທີ່ຍັງເຫຼືອ.

leftcenterrightdel
ພະນັກງານ, ນັກຮົບກອງພັນສືບຂ່າວ 32 (ກົມເສນາທິການທະຫານເຂດ 5) ຊ່ວຍບັນດາຄອບຄົວບ້ານຝູເລືອງ (ຕາແສງດົງຮວ່າ, ແຂວງດັກລັກ) ສ້ອມແປງເຮືອນ. ພາບ: qdnd.vn

ດຽວນີ້ ອາຍຸ 83 ປີ, ແຂ່ງຂາອ່ອນເພຍ, ຕາມົວບໍ່ເຫັນຮຸ່ງແລ້ວ, ແຕ່ວ່າ ມື້ໃດ ແມ່ເຖົ້າຫງວຽນທິເທິນ (ບ້ານຝູເລືອງ, ຕາແສງດົງຮວ່າ, ແຂວງດັກລັກ) ກໍ່ຊັກໄມ້ຄ້ອນເທົ້າຍ່າງລົງເບິ່ງທະຫານ ປຸກສ້າງເຮືອນ. ເມື່ອເບິ່ງເຮືອນຫຼັງໃໝ່ທີ່ສວຍງາມ, ແມ່ເຖົ້າ ເທິນ ເວົ້າດ້ວຍຄວາມພາກພູມໃຈວ່າ: “ຍ້ອນມີຄວາມເອົາໃຈໃສ່ ແລະນະໂຍບາຍຂອງພັກ, ລັດ ແລະຍ້ອນທະຫານເຂດ 5 ໄດ້ໃຫ້ການຊ່ວຍເຫຼືອ ປີນີ້ ຂ້າພະເຈົ້າ ຈຶ່ງມີເຮືອນຫຼັງໃໝ່ຢູ່ເພື່ອຕ້ອນຮັບບຸນເຕັດ. ລະດູຝົນ, ພາຍຸນໍ້າຖ້ວມໃນປີທີ່ຈະມາເຖິງນີ້, ຂ້າພະເຈົ້າ ຈະບໍ່ກັງວົນກ່ຽວກັບນໍ້າຂຶ້ນ ແລະເຮືອນພັງທະລາຍອີກແລ້ວ. ອາຍຸຫຼາຍ ແລະສຸຂະພາບກໍອ່ອນເພຍແລ້ວ, ພຽງແຕ່ເທົ່ານັ້ນ ຂ້າພະເຈົ້າ ກໍພໍໃຈແລ້ວ”.

leftcenterrightdel
ສໍາເລັດ “ບັ້ນເຄື່ອນໄຫວ ກວາງຈູງ”, ພະນັກງານ, ນັກຮົບທະຫານເຮືອເຂດ 3 ອໍາລາປະຊາຊົນຕາແສງ ຕຸຍເຝືອກດົງ (ແຂວງຢາລາຍ) ກັບຄືນກົມກອງ. ພາບ: qdnd.vn

ໂດຍຕື້ນຕັນໃຈຕໍ່ນ້ຳໃຈ ແລະຄວາມຮັບຜິດຊອບຂອງບັນດາກົມກອງທີ່ຊ່ວຍເຫຼືອປະຊາຊົນກໍ່ສ້າງເຮືອນຫຼັງໃໝ່, ສະຫາຍ ດັ້ງຮົ່ງລິ້ງ, ເລຂາພັກຕາແສງຮວ່າຊວນ ໄດ້ແບ່ງປັນວ່າ: “ໃນໄລຍະເກີດນ້ຳຖ້ວມທີ່ຜ່ານມາ, ທ້ອງຖິ່ນ ມີ 4.121/6.041 ຄອບຄົວໄດ້ຮັບຜົນເສຍຫາຍ, ໃນນັ້ນມີເຮືອນ 38 ຫຼັງ ຖືກພັງທະລາຍໝົດ. ມາຮອດປະຈຸບັນ, ມີ 31 ຫຼັງ ໄດ້ມອບໃຫ້ຄອບຄົວ ແລ້ວ. ຍ້ອນມີການໜູນຊ່ວຍ, ຊ່ວຍເຫຼືອຂອງທະຫານ ປີນີ້ປະຊາຊົນຫຼາຍຮ້ອຍຄົນໃນເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຮວ່າຊວນ ຈະໄດ້ຕ້ອນຮັບບຸນເຕັດຢູ່ໃນເຮືອນຫຼັງໃໝ່ທີ່ເຕັມ ໄປດ້ວຍນໍ້າໃຈລະຫວ່າງທະຫານ ແລະປະຊາຊົນ. ຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນຕາແສງ ຮວ່າຊວນ ຂໍສະແດງຄວາມຂອບອົກຂອບໃຈເປັນຢ່າງຍິ່ງຕໍ່ການໜູນຊ່ວຍ ແລະຊ່ວຍເຫຼືອຢ່າງສຸດໃຈ ແລະມີຄວາມຮັບຜິດຊອບຂອງທະຫານລຸງໂຮ່”.  

ໂດຍ: ໄຊຊະນະ