ຕ້ອນຮັບທູດປ້ອງກັນຊາດນິວຊີແລນ ຜູ້ເກົ່າ ແລະຜູ້ໃໝ່, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຊົມເຊີຍທ່ານພັນເອກ Shauna Graham ໄດ້ປະຕິບັດສຳເລັດໜ້າທີ່ການທູດຢູ່ຫວຽດນາມ, ຊົມເຊີຍທ່ານພັນເອກ Lyndon Wilson ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໜ້າທີ່ ປະຈຳ ຫວຽດນາມ ໃນອາຍຸການໃໝ່.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ແລກປ່ຽນກັບທ່ານ ພັນເອກ Ozgur Bulent. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຕີລາຄາສູງການປະກອບສ່ວນຂອງທ່ານພັນເອກ Shauna Graham ຕໍ່ໝາກຜົນຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສະແດງຄວາມໄວ້ເນື້ອເຊື່ອໃຈວ່າ ພັນເອກ Lyndon Wilson, ຜູ້ສືບທອດຈາກທ່ານພັນເອກ Shauna Graham ຈະສືບທອດບັນດາຜົນສຳເລັດນີ້, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດເວົ້າລວມ ແລະການພົວພັນການຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະກວ່າອີກ.

ທີ່ການຕ້ອນຮັບທູດປ້ອງກັນຊາດຕວກກີ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຊົມເຊີຍທ່ານພັນເອກ Ozgur Bulent ທີ່ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໜ້າທີ່ປະຈໍາຫວຽດນາມ. ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຮຽກຮ້ອງໃຫ້ທ່ານພັນເອກ Ozgur Bulent ສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ເໝາະສົມກັບບັນດາເອກະສານຮ່ວມມືໄດ້ລົງນາມ, ໂດຍສຸມໃສ່ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ, ການຮ່ວມມືຝຶກອົບຮົມ, ອຸດສາຫະກຳປ້ອງກັນຊາດ, ການແລກປ່ຽນບົດຮຽນປະສົບການໃນຂົງເຂດທະຫານເຮືອ, ທະຫານອາກາດ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ...

ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບທະຫານຕວກກີ ມາຮຽນພາສາຫວຽດນາມ ແລະເຂົ້າຮ່ວມຊຸດຝຶກອົບຮົມເຈົ້າໜ້າທີ່ປ້ອງກັນຊາດສາກົນຢູ່ຫວຽດນາມ, ພ້ອມທັງໄດ້ເຊື້ອເຊີນການນຳກະຊວງປ້ອງກັນປະເທດ, ບັນດາອົງການ, ວິສາຫະກິດປ້ອງກັນຊາດຂອງຕວກກີ ມາເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2026.

ບັນດາທູດປ້ອງກັນຊາດນິວຊີແລນ ແລະ ຕວກກີ ໄດ້ຕີລາຄາສູງການຮ່ວມມືດ້ານການປ້ອງກັນຊາດສອງຝ່າຍກັບຫວຽດນາມ, ພ້ອມທັງຢືນຢັນຈະສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືດ້ານການປ້ອງກັນຊາດລະຫວ່າງບັນດາຝ່າຍນັບມື້ນັບພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ.

ໂດຍ: ຈາງຫງວຽນ