ປະຈຸບັນ, ນາຍທະຫານຍິງຈໍານວນ 4 ຄົນຂອງຕໍາຫຼວດທະເລຫວຽດນາມ ພວມປະຕິບັດໜ້າທີ່ຮັກສາສັນຕິພາບໃນໝວດພະລາທິການ ຢູ່ຄະນະປະຕິບັດງານ UNISFA, ເຂດ Abyei.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ວັນທີ 31 ທັນວາ 2025, ຮ້ອຍເອກ ຫງວຽນທິງອັກເຈີມ, ພະນັກງານຕໍາຫຼວດທະເລຫວຽດນາມ ໄດ້ມີຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ກ່ຽວກັບເລື່ອງເດີນທາງເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ, ດ້ວຍບົດບາດເປັນນາຍທະຫານເສນາຝຶກແອບ ຢູ່ຄະນະປະຕິບັດງານ MINUSCA, ສ.ອາຟຣິກາກາງ. ຄາດວ່າ ເວລາຜັນຂະຫຍາຍແມ່ນວັນທີ 12 ມັງກອນ 2026.

leftcenterrightdel
ທ່ານພົນຈັດຕະວາ ດ່າມຊວນຕວນ ຮອງຜູ້ບັນຊາການຕໍາຫຼວດທະເລຫວຽດນາມ ເປັນປະທານກອງປະຊຸມ. ພາບ: qdnd.vn

ທ່ານພັນເອກພິເສດ ຫວູຈູງເຮົ້າ ຫົວໜ້າຫ້ອງພົວພັນສາກົນ, ກອງບັນຊາການຕໍາຫຼວດທະຫຼວດຫວຽດນາມ ລາຍງານວ່າ: ກ່ອນທີ່ຮັບໜ້າທີ່ຝຶກແອບ ຢູ່ກົມຮັກສາສັນຕິພາບຫວຽດນາມ, ຮ້ອຍເອກ ຫງວຽນທິງອັກເຈີມ (ເກີດປີ 1999) ແມ່ນຜູ້ຊ່ວຍຂະແໜງພົວພັນສາກົນ, ຕໍາຫຼວດທະເລເຂດ 4. ໃນໄລຍະຝຶກແອບເພື່ອຮັບໃຊ້ໜ້າທີ່ ຢູ່ອາຟຣິກາກາງ, ຮ້ອຍເອກ ຫງວຽນທິງອັກເຈີມ ຍາມໃດກໍ່ມານະພະຍາຍາມ, ສູ້ຊົນ, ເສີມຂະຫຍາຍຄຸນທາດ, ບົດຮຽນທີ່ໄດ້ຫຼໍ່ຫຼອມໃນວິວັດການປະຕິບັດງານ, ປະຕິບັດບັນດາຊຸດຝຶກອົບຮົມເປັນຢ່າງດີ ຕາມການກໍານົດຂອງ ສປຊ, ພ້ອມແລ້ວທີ່ຈະຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຢູ່ຄະນະປະຕິບັດງານ MINUSCA.

leftcenterrightdel
ທ່ານພັນເອກພິເສດ ມາກດຶກຈ້ອງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ດ່າມຊວນຕວນ ເນັ້ນໜັກວ່າ: ຄະນະພັກ, ກອງບັນຊາການຕໍາຫຼວດທະເລ ແລະທົ່ວກໍາລັງຕໍາຫຼວດທະເລຫວຽດນາມ ໃນໄລຍະຜ່ານມາໄດ້ຊາບຊຶມ ແລະປະຕິບັດຕາມບັນດາທັດສະນະ, ແນວທາງຂອງພັກ, ລັດກ່ຽວກັບການເປີດກວ້າງການເຊື່ອມໂຍງ ແລະການຮ່ວມມືສາກົນ ກໍ່ຄືແຜນນະໂຍບາຍ, ທິດນໍາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບການຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ, ການທູດປ້ອງກັນຊາດຢ່າງເຂັ້ມງວດ, ມີປະສິດທິຜົນ...

leftcenterrightdel
ຕາງໜ້າຄະນະພັກ, ກອງບັນຊາການຕໍາຫຼວດທະເລຫວຽດນາມ, ທ່ານພົນຈັດຕະວາ ດ່າມຊວນຕວນ ມອບຊໍ່ດອກໄມ້ໃຫ້ຮ້ອຍເອກ ຫງວຽນທິງອັກເຈີມ ກຽມເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn

ທ່ານພົນຈັດຕະວາ ດ່າມຊວນຕວນ ຮຽກຮ້ອງໃຫ້ຮ້ອຍເອກ ຫງວຽນທິງອັກເຈີມ ຊາບຊຶມ, ຮັບຮູ້ຢ່າງຄົບຖ້ວນ, ເລິກເຊິ່ງກ່ຽວກັບຄວາມໝາຍ, ຄວາມຮຽກຮ້ອງ, ລັກສະນະຂອງໜ້າທີ່ຈະມາເຖິງ. ປະຕິບັດຕາມລະບຽບວິໄນຂອງກອງທັບປະຊາຊົນຫວຽດນາມ, ລະບຽບການຂອງ ສປຊ ແລະກົດໝາຍປະເທດປະຈໍາຖິ່ນ ຢ່າງເດັດຂາດ...

leftcenterrightdel
ຮ້ອຍເອກ ຫງວຽນທິງອັກເຈີມ ສະແດງຄວາມຕັດສິນໃຈປະຕິບັດໜ້າທີ່ຢ່າງດີເລີດ ຢູ່ຄະນະປະຕິບັດງານ MINUSCA, ສ.ອາຟຣິກາກາງ. ພາບ: qdnd.vn

ເປັນເຈົ້າການຄົ້ນຄວ້າ, ແລກປ່ຽນບົດຮຽນຂອງຜູ້ໄປກ່ອນ, ກໍາແໜ້ນຄວາມຮູ້ດ້ານກົດໝາຍ, ຫຼັກການປະຕິບັດງານການທູດ, ຄີດຮອງປະເພນີຂອງປະເທດປະຈໍາຖິ່ນ ເພື່ອເຊື່ອມໂຍງເຂົ້າກັບສະພາບການເຮັດວຽກໃໝ່ຢ່າງວ່ອງໄວ, ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເລີດ.

leftcenterrightdel
ບັນດາຜູ້ແທນພ້ອມກັບຮ້ອຍເອກ ຫງວຽນທິງອັກເຈີມ. ພາບ: qdnd.vn

ສະຫາຍຮອງຜູ້ບັນຊາການຕໍາຫຼວດທະເລຫວຽດນາມ ກໍ່ຫວັງວ່າ ຄຽງຂ້າງການປະຕິບັດໜ້າທີ່ການເມືອງ, ຮ້ອຍເອກ ຫງວຽນທິງອັກເຈີມ ຕ້ອງຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມບັນດາການເຄື່ອນໄຫວທີ່ມີຄວາມໝາຍອື່ນ ເພື່ອແຜ່ຂະຫຍາຍຮູບພາບປະເທດ, ຊາວຫວຽດນາມ, ຄຸນນະທາດອັນສູງສົ່ງຂອງທະຫານລຸງໂຮ່ ໃນຍຸກໃໝ່ ຢ່າງແຂງແຮງ,...

ໂດຍ: ໄຊນີດາ