ທີ່ການເຮັດວຽກ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ຮັບຮູ້ ແລະຍ້ອງຍໍຊົມເຊີຍກອງພົນ 4  ໃນໄລຍະຜ່ານມາໄດ້ປະຕິບັດດີໜ້າທີ່ການຝຶກແອບ, ພ້ອມແລ້ວທີ່ຈະສູ້ຮົບ; ກູ້ຊີບ, ກູ້ໄພ; ໂດຍສະເພາະແມ່ນໜ້າທີ່ຄຸ້ມຄອງດິນປ້ອງກັນຊາດ ແລະປົກປັກຮັກສາປ່າໄມ້. ວຽກງານພັກ, ວຽກງານການເມືອງໄດ້ດໍາເນີນຢ່າງຄົບຊຸດ, ມີລະບຽບ, ບັນລຸປະສິດທິຜົນຢ່າງແທດຈິງ.

leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ຢ້ຽມຢາມ, ເຮັດວຽກຢູ່ກອງພົນ 4 (ທະຫານເຂດ 9). ພາບ: ທຸຍອານ

ໃນໄລຍະຈະມາເຖິງ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ຮຽກຮ້ອງກອງພົນ 4 ສຸມໃສ່ຍົກສູງຄຸນນະພາບສັງລວມ, ກໍາລັງແຮງສູ້ຮົບຂອງກົມກອງ; ເອົາໃຈໃສ່ເປັນສໍາຄັນການສ້າງຖັນແຖວພະນັກງານ, ນັກຮົບທີ່ມີຄວາມຮູ້ດ້ານເຕັກນິກ, ຍຸດທະວິທີທີ່ໝັ້ນຄົງ, ເປັນເຈົ້າຂອງວິທະຍາສາດ, ເຕັກໂນໂລຢີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ໃນສະພາບການໃໝ່.

ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ ກອງພົນ 4 ຕ້ອງສືບຕໍ່ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ; ກໍ່ສ້າງກົມກອງໃຫ້ໝັ້້ນຄົງເຂັ້ມແຂງຮອບດ້ານ “ແບບຢ່າງ, ພົ້ນເດັ່ນ”; ເພີ່ມທະວີຄວາມສາມາຄີພາຍໃນ, ພ້ອມທັງປະສານສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ແລະບັນດາກໍາລັງຢ່າງແໜ້ນແຟ້ນໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ,...

leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ມອບຂອງຂວັນໃຫ້ກອງພົນ 4, ບັນດາກົມກອງຂຶ້ນກັບກອງພົນ ແລະຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ. ພາບ: ທຸຍອານ

ສໍາລັບຄະນະພັກ, ອໍານາດການປົກຄອງຕາແສງບິ່ງເຊີນ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ສະແດງຄວາມເຊື່ອໝັ້ນ ແລະປາດຖະໜາຢາກໃຫ້ທ້ອງຖິ່ນຂຸດຄົ້ນທ່າໄດ້ປຽບ, ທ່າແຮງທີ່ມີຢູ່ແລ້ວຢ່າງມີປະສິດທິຜົນເພື່ອພັດທະນາເສດຖະກິດ-ສັງຄົມ ແລະຍົກສູງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ;...

ເນື່ອງໃນໂອກາດນີ້, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ມອບຂອງຂວັນໃຫ້ກອງພົນ 4, ບັນດາກົມກອງຂຶ້ນກັບກອງພົນ, ບັນດານາຍທະຫານ, ຄອບຄົວນາຍທະຫານປະສົບກັບຄວາມຫຍຸ້ງຍາກ ແລະຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດຕາແສງບິ່ງເຊີນ.

ໂດຍ: ໄຊນີດາ