leftcenterrightdel
ທະຫານກອງພັນໃຫຍ່ 19, ກອງພົນ 968 ກໍ່ສ້າງເຮືອນຢູ່ ໃຫ້ແກ່ປະຊາຊົນຕາແສງແຄແຊັງ, ແຂວງກວາງຈິ. ພາບ: qdnd.vn

ເຖິງວ່າໃນໄລຍະຜ່ານມາ, ສະພາບອາກາດທີ່ບໍ່ດີ, ຝົນຕົກຕິດຕໍ່ກັນ, ສະຖານທີ່ກໍ່ສ້າງທີ່ຫຍຸ້ງຍາກ, ແຕ່ດ້ວຍຈິດໃຈ “ຕໍ່ໜ້າແມ່ນປະຊາຊົນ”, ພະນັກງານ, ນັກຮົບບັນດາກົມກອງ ຄື: ກອງບັນຊາການທະຫານນະຄອນເຫວ້, ກອງບັນຊາການທະຫານແຂວງກວາງຈິ, ກອງພັນໃຫຍ່ 19 (ກອງພົນ 968) ໄດ້ສົມທົບກັບບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະບັນດາຄອບຄົວ ຍາດແຍ່ງເອົາເວລາເພື່ອຍູ້ໄວຄວາມຄືບໜ້າການລົງມືກໍ່ສ້າງ. ບັນດາກົມກອງ ໄດ້ເຮັດວຽກທັງກາງຄືນ ແລະເວລາພັກປີໃໝ່ສາກົນ 2026, ລະດົມກຳລັງແຮງງານນັບຫຼາຍພັນມື້ ເພື່ອຊ່ວຍເຫຼືອບັນດາຄອບຄົວກໍ່ສ້າງ ແລະສ້ອມແປງເຮືອນຢູ່, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ ຖືກຕາມແຜນການທີ່ໄດ້ວາງອອກ.

leftcenterrightdel
ກອງບັນຊາການທະຫານນະຄອນເຫວ້ ສົມທົບກັນຈັດຕັ້ງພິທີເປີດການນໍາໃຊ້ ແລະມອບ-ຮັບເຮືອນຢູ່ໃນ “ບັ້ນເຄື່ອນໄຫວ ກວາງຈູງ" ຢູ່ຕາແສງແຄແຈ. ພາບ: qdnd.vn

ຜົນປະກົດວ່າ, ທົ່ວທະຫານເຂດ 4 ໄດ້ໜູນຊ່ວຍ 7 ຄອບຄົວ ກໍ່ສ້າງເຮືອນຫຼັງໃໝ່ ແລະ ຊ່ວຍເຫຼືອ 11 ຄອບຄົວ ສ້ອມແປງເຮືອນທີ່ຖືກນໍ້າຖ້ວມພັດໄຫຼໄປ, ພັງທະລາຍ, ເປ່ເພ. ໃນນັ້ນ, ທີ່ນະຄອນເຫວ້ ໄດ້ໜູນຊ່ວຍກໍ່ສ້າງເຮືອນໃໝ່ 6 ຫຼັງ ແລະສ້ອມແປງ 8 ຫຼັງ; ທີ່ແຂວງກວາງຈິ ໄດ້ໜູນຊ່ວຍກໍ່ສ້າງເຮືອນໃໝ່ 1 ຫຼັງ ແລະ ສ້ອມແປງ 3 ຫຼັງ. ນອກຈາກນັ້ນ, ບັນດາກົມກອງ ໄດ້ສົມທົບກັບຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຢູ່ທ້ອງຖິ່ນ ເພື່ອເສີມສ້າງ ແລະກໍ່ສ້າງກັນເຈື່ອນຢູ່ບັນດາເຂດທີ່ມີຄວາມສ່ຽງດິນເຈື່ອນ…

ໂດຍ: ທູຈາງ