ຄະນະເສດຖະກິດ-ປ້ອງກັນຊາດ 92 ປະຕິບັດໜ້າທີ່ກໍ່ສ້າງເຂດເສດຖະກິດ-ປ້ອງກັນຊາດ ອາຊໍ, ເມືອງອາເລືອຍ, ແຂວງເທື່ອທຽນ ເຫວ້ ແລະຜັນຂະຫຍາຍປະຕິບັດໂຄງການກໍ່ສ້າງຢູ່ເຂດເສດຖະກິດ-ປ້ອງກັນຊາດມິງຮ໊ວາ-ຕວຽນຮ໊ວາ, ແຂວງກວາງບິ່ງ. ໃນຊຸມປີຜ່ານມາ, ໂດຍປະຕິບັດຂະບວນການແຂ່ງຂັນເດັດຂາດມີໄຊ, ຄະນະພັກ, ຜູ້ບັນຊາການຄະນະເສດຖະກິດ-ປ້ອງກັນຊາດ 92 ໄດ້ຊີ້ນໍາ, ນໍາພາຊາບຊຶມ, ສຶກສາຍົກລະດັບຄວາມຮັບຮູ້, ຄວາມຮັບຜິດຊອບຂອງພະນັກງານ, ລັດຖະກອນ, ປັນຍາຊົນໜຸ່ມອາສາສະໝັກ, ມຸ່ງເຖິງການແຂ່ງຂັນເຂົ້າໃນການປະຕິບັດໜ້າທີ່ການເມືອງຈຸດສຸມ. ຜ່ານນັ້ນ ສ້າງກໍາລັງຜັກດັນ, ຈິດໃຈແຂ່ງຂັນ, ປະກອບສ່ວນສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານເປັນ “ແບບຢ່າງ, ພົ້ນເດັ່ນ”. ແຕ່ປີ 2020 ມາຮອດປະຈຸບັນ, ທະຫານເຂດ 4 ໄດ້ມອບທຸງແຂ່ງຂັນໃຫ້ຄະນະເສດຖະກິດ-ປ້ອງກັນຊາດ 92.

leftcenterrightdel
ພະນັກງານ, ລັດຖະກອນ, ປັນຍາຊົນໜຸ່ມອາສາສະໝັກຄະນະເສດຖະກິດ-ປ້ອງກັນຊາດ 92 ກໍ່ສ້າງໂຄງການ “ໄຟເຍືອງທາງເຂົ້າບ້ານ” ຢູ່ບ້ານ ອາເດີ໊ດ, ຕາແສງເລິມເດີ໊ດ, ເມືອງອາເລືອຍ, ແຂວງເທື່ອທຽນ ເຫວ້. ພາບ: qdnd.vn

ແລກປ່ຽນກັບພວກຂ້າພະເຈົ້າ, ທ່ານພັນຕີ ຟ້າມເຕິດດ່ຽນ, ຫົວໜ້າການເມືອງຄະນະເສດຖະກິດ-ປ້ອງກັນຊາດ 92 ໃຫ້ຮູ້ວ່າ: “ເພື່ອໃຫ້ຂະບວນການແຂ່ງຂັນເດັດຂາດມີໄຊມີປະສິດທິຜົນສູງ,  ອົງການປະຈໍາການສະພາແຂ່ງຂັນ-ຍ້ອງຍໍຂອງກົມກອງໄດ້ເປັນເສນາທິການໃຫ້ຄະນະພັກ, ບັນຊາການຄະນະຊີ້ນໍາ, ນໍາພາບັນດາອົງການ, ກົມກອງຫັນເນື້ອໃນ, ເປົ້າໝາຍການແຂ່ງຂັນເປັນລະອຽດ. ຂັ້ນຕອນການປະຕິບັດຂະບວນການແຂ່ງຂັນ, ປະຕິບັດຂອດ, ບາດກ້າວໃຫ້ເປັນຢ່າງດີ, ນັບແຕ່ການປຸກລະດົມ, ລົງທະບຽນ, ສັນຍາການແຂ່ງຂັນຈົນເຖິງການກະຕຸກຊຸກຍູ້, ກວດກາ, ສະຫຼຸບ, ຖອດຖອນບົດຮຽນ”.

ດ້ວຍທິດນໍາການຝຶກແອບທີ່ວ່າ “ພື້ນຖານ, ແທດຈິງ, ໝັ້ນແກ່ນ”, “ສະໜາມມີເຫື່ອອອກ, ສະໜາມຮົບມີເລືອດອອກໜ້ອຍ”, ພະນັກງານ, ລັດຖະກອນ, ປັນຍາໜຸ່ມອາສາສະໝັກຄະນະເສດຖະກິດ-ປ້ອງກັນຊາດ 92 ໄດ້ເສີມຂະຫຍາຍຈິດໃຈ, ແຂ່ງຂັນກັນຝຶກແອບເກັ່ງ, ຝຶກຝົນຢ່າງເຂັ້ມງວດ, ປະຕິບັດລະບຽບວິໄນດີ, ກຽມພ້ອມສູ້ຮົບສູງ. ບັນດາອົງການ, ກົມກອງໄດ້ຍູ້ແຮງຂະບວນການຂໍ້ລິເລີ່ມ, ປັບປຸງດ້ານເຕັກນິກ, ແຕ່ລະປີກົມກອງມີຂໍ້ລິເລີ່ມແຕ່ 3-5 ຂໍ້, ດັດປັບໃຫ້ມີຄຸນນະພາບນໍາໃຊ້ຢ່າງມີປະສິດທິຜົນເຂົ້າໃນວຽກງານຝຶກແອບ, ກຽມພ້ອມສູ້ຮົບ.  ຜົນການກວດກາ 100% ເນື້ອໃນການຝຶກແອບແມ່ນບັນລຸຕາມຄວາມຮຽກຮ້ອງ, ບັນລຸປະເພດດີ, ເກັ່ງ ແມ່ນກວ່າ 80%; 100% ພະນັກງານ, ລັດຖະກອນ, ປັນຍາຊົນໜຸ່ມອາສາສະໝັກມີຄຸນທາດການເມືອງທີ່ເຂັ້ມແຂງ, ນ້ໍາໃຈຄວາມຮັບຜິດຊອບດີ. ກົມກອງ ໄດ້ເຂົ້າຮ່ວມການແຂ່ງຂັນໂດຍທະຫານເຂດຈັດຕັ້ງ, ບັນລຸໝາກຜົນສູງ.

ທ່ານພັນຕີ ຫງວຽນຊວນແອງ ຫົວໜ້າກອງຜະລິດ 2 ໄດ້ແບ່ງປັນວ່າ: “ພະນັກງານ, ລັດຖະກອນກອງຜະລິດ 2 ຍາມໃດກໍ່ປະຕິບັດລະບຽບ, ລະບົບເວນຍາມກຽມພ້ອມສູ້ຮົບຢ່າງເຂັ້້ມງວດ; ຮັກສາລະບອບບັນຊາ, ເວນຍາມ, ລາດຕະເວນ ແລະຈັດຕັ້ງການຝຶກແອບວິທີສູ້ຮົບຢູ່ກັບທີ່, ຕ້ານ, ສະກັດກັ້ນໄຟໄໝ້ປ່າ, ພາຍຸ, ນໍ້າຖ້ວມ, ກູ້ໄພ-ກູ້ຊີບ; ສົມທົບກັນລາດຕະເວນ, ກະກຽມກໍາລັງ, ພາຫະນະກຽມພ້ອມເຄື່ອນທີ່ເພ່ືອແກ້ໄຂທຸກກໍລະນີ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ”.

leftcenterrightdel
ພະນັກງານ, ລັດຖະກອນຄະນະເສດຖະກິດ-ປ້ອງກັນຊາດ 92 (ທະຫານເຂດ 4) ຊ່ວຍປະຊາຊົນມຸງຫຼັງຄາເຮືອນ. ພາບ: qdnd.vn

ວິວັດການປະຕິບັດຂະບວນການແຂ່ງຂັນ, ກົມກອງຍາມໃດກໍ່ຖືເປັນສໍາຄັນລັກສະນະນຳໜ້າ, ເປັນແບບຢ່າງຂອງຖັນແຖວພະນັກງານເປັນປະທານ ແລະບົດບາດປະຈັນບານຂອງບັນດາອົງການຈັດຕັ້ງມະຫາຊົນ; ສົມທົບຢ່າງແໜ້ນແຟ້ນລະຫວ່າງການແຂ່ງຂັນຢ່າງເປັນປະຈໍາ. ໃນການປະຕິບັດຂະບວນການແຂ່ງຂັນ “ຂະແໜງພະລາທິການກອງທັບໄດ້ປະຕິບັດຕາມຄໍາສັ່ງສອນຂອງລຸງໂຮ່”, ພະນັກງານ, ລັດຖະກອນ, ປັນຍາຊົນໜຸ່ມອາສາສະໝັກ ໄດ້ແຂ່ງຂັນແກ້ໄຂຄວາມທຸກຍາກ, ຍູ້ແຮງການເພີ່ມພູນຜະລິດຜົນ, ລ້ຽງສັດ, ຍົກສູງຊີວິດການເປັນຢູ່ຂອງທະຫານ. ໂດຍປະຕິບັດການປຸກລະດົມ “ຄຸ້ມຄອງ, ຂຸດຄົ້ນອາວຸດປະກອບເຕັກນິກທີ່ດີ, ຍືນຍົງ, ປອດໄພ, ປະຢັດ ແລະການຈໍລະຈອນປອດໄພ” ເຂົ້າສູ່ລະບຽບການ, ຮັບປະກັນຄວາມປອດໄພໃນການຝຶກແອບ, ຍິງປຶນລູກແທ້ ແລະເຂົ້າຮ່ວມການຈໍລະຈອນ.

ພັນເອກພິເສດ ຫງວຽນດຶກຕວ່ານ ພະນັກງານຫ້ອງພາລະທິການ-ເຕັກນິກ ແບ່ງປັນວ່າ: “ຂ້າພະເຈົ້າຮັບຮູ້ວ່າຢາກປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເລີດຕ້ອງເຊື່ອມຊຶມບັນດາເປົ້າໝາຍ, ຄາດໝາຍຂະບວນການແຂ່ງຂັນໂດຍຂັ້ນເທິງປຸກລະດົມໃຫ້ເລິກເຊິ່ງ ແລະຄົບຖ້ວນ.

ດ້ວຍທິດນຳທີ່ວ່າ “ຢູ່ບ່ອນໃດປະຊາຊົນມີຄວາມຫຍຸ້ງຍາກ, ຢູ່ບ່ອນນັ້ນມີທະຫານລຸງໂຮ່,  ພະນັກງານ, ລັດຖະກອນ, ນັກປັນຍາຊົນໜຸ່ມອາສາສະໝັກຄະນະເສດຖະກິດ-ປ້ອງກັນຊາດ 92 ໄດ້ແຂ່ງຂັນປະຕິບັດ “3 ຕິດແທດ (ຕິດແທດກັບປະຊາຊົນ, ຕິດແທດກັບໝູ່ບ້ານ, ຕິດແທດກັບເປົ້າໝາຍ); 4 ຮ່ວມ (ກິນຮ່ວມກັນ, ຢູ່ຮ່ວມກັນ, ເຮັດຮ່ວມກັນ, ເວົ້າພາສາຊົນເຜົ່າຮ່ວມກັນ); 6 ລົບລ້າງ (ລົບລ້າງຄວາມອຶດຫິວ, ເຄື່ອງນຸ່ງ, ກືກໜັງສື, ຂໍ້ມູນ, ຢາ, ນ້ໍາສະອາດ).  ພະນັກງານ, ລັດຖະກອນ, ປັນຍາຊົນໜຸ່ມຄະນະເສດຖະກິດ-ປ້ອງກັນຊາດ 92 ຍາມໃດກໍ່ຕິດແທດກັບປະຊາຊົນ, ຕິດແທດກັບບ້ານ, ຊ່ວຍເຫຼືອປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ.

ຕາມທ່ານ ໂຮ່ຈີງເບ, ປະທານຄະນະກຳມະການປະຊາຊົນຕາແສງເລິມເດີ໊ດ, ເມືອງອາເລືອຍ ແລ້ວ, ຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນຕີລາຄາສູງຕໍ່ການປະກອບສ່ວນຂອງຄະນະເສດຖະກິດ-ປ້ອງກັນຊາດ 92 ເຂົ້າໃນການພັດທະນາທ້ອງຖິ່ນ. ພະນັກງານ, ລັດຖະກອນ, ປັນຍາຊົນໜຸ່ມອາສາສະໝັກຄະນະເສດຖະກິດ-ປ້ອງກັນຊາດ 92 ຍາມໃດກໍ່ຕິດພັນກັບປະຊາຊົນ ແລະໝູ່ບ້ານເພື່ອປະຕິບັດແບບຢ່າງ ແລະໂຄງການຊ່ວຍເຫຼືອ ປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ພ້ອມກັນນັ້ນ, ກົມກອງຍັງໄດ້ເປັນເຈົ້າການສົມທົບກັນຢ່າງຕັ້ງໜ້າກັບບັນດາກຳລັງໃນບໍລິເວນ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ພາຍຸ, ໄພນ້ຳຖ້ວມ, ຕ້ານໄຟໄໝ້ປ່າ; ການປ້ອງກັນ ແລະຄວບຄຸມພະຍາດ; ພໍ່ແມ່ປະຊາຊົນເຊື່ອໝັ້ນ ແລະຮັກແພງ.

ບັນດາອາລົມຈິດ ແລະຄວາມຮັບຜິດຊອບຂອງທະຫານລຸງໂຮ່ຢູ່ເຂດຊາຍແດນທີ່ມີຕໍ່ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ ໄດ້ເຫັນເປັນລະອຽດດ້ວຍບັນດາວຽກເຮັດງານທຳທີ່ແທດຈິງ ແລະມີແບບຢ່າງທີ່ພົ້ນເດັ່ນ. ແຕ່ປີ 2019 ເຖິງປະຈຸບັນ, ມີ 32 ໝູ່ຄະນະ ແລະ 335 ບຸກຄົນຂອງກຸ່ມເສດຖະກິດ-ປ້ອງກັນຊາດ 92 ໄດ້ຮັບໃບຍ້ອງຍໍຈາກທຸກຂັ້ນ.

ໂດຍ: ໄຊນີດາ