ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ Ameer Muhammad Umrani, ຜູ້ຮັກສາການຫົວໜ້າຄະນະປະຕິບັດງານ ທັງເປັນຜູ້ບັນຊາການບັນດາກຳລັງການທະຫານຄະນະປະຕິບັດງານ UNISFA ເນັ້ນໜັກວ່າ, ບັນດານັກຮົບຮັກສາສັນຕິພາບຂອງຫວຽດນາມ ແລະການປະກອບສ່ວນຂອງເຂົາເຈົ້າໃຫ້ແກ່ວົງຄະນະຍາດແມ່ນໄດ້ຮັບການຮັບຮູ້ ແລະສົມໃຫ້ການຍ້ອງຍໍຊົມເຊີຍທີ່ສຸດ.

leftcenterrightdel
ທ່ານພົນຕີ ຟ້າມເຈື່ອງເຊີນ, ທ່ານພົນຈັດຕະວາ Ameer Muhammad Umrani ພ້ອມດ້ວຍຄະນະປະຕິບັດງານ ແລະຜູ້ບັນຊາການຄະນະປະຕິບັດງານ ກັບກຳລັງຮັກສາສັນຕິພາບຫວຽດນາມ ທີ່ພິທີ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານພົນຕີ ຟ້າມເຈື່ອງເຊີນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະປະຕິບັດງານລະຫວ່າງຂະແໜງກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢືນຢັນວ່າ: ກວ່າ 70 ປີຜ່ານມາ, ການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໄດ້ສວມບົດບາດສໍາຄັນໃນການສະກັດກັ້ນສົງຄາມ, ແກ້ໄຂການຂັດແຍ້ງກັນໃນຫຼາຍພາກພື້ນຂອງໂລກ. ຫວຽດນາມ ມີຄວາມເອກອ້າງທະນົງໃຈທີ່ໄດ້ປະກອບສ່ວນກຳລັງແຮງຂອງຕົນເຂົ້າໃນໝາກຜົນນີ້.

ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຕີ ຟ້າມເຈື່ອງເຊີນ ໄດ້ຮັບຮູ້ ແລະຕີລາຄາສູງໝາກຜົນທີ່ເປັນໜ້າສົ່ງເສີມຂອງກອງຊ່າງແສງ ເລກ 2 ແລະນາຍທະຫານຫວຽດນາມ ຢູ່ຄະນະປະຕິບັດງານ; ທ່ານ ເຊື່ອໝັ້ນວ່າ, ກໍາລັງຮັກສາສັນຕິພາບຫວຽດນາມ ຈະສືບຕໍ່ສືບທອດມູນເຊື້ອ, ຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາເພື່ອເສີມຂະຫຍາຍຄວາມກ້າຫານ, ສະຕິປັນຍາ, ກໍາລັງຄວາມສາມາດປະຕິບັດໜ້າທີ່ອັນສູງສົ່ງເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ໄດ້ມອບໝາຍໃຫ້, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ສປຊ ໃນໄລຍະຈະມາເຖິງ.

ຕອນບ່າຍວັນດຽວກັນ, ທ່ານພົນຕີ ຟ້າມເຈື່ອງເຊີນ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມກອງພັນທະຫານບົກ ປາກິດສະຖານ ທີ່ຄະນະປະຕິບັດງານ UNISFA.

ໂດຍ: ຈາງຫງວຽນ